ໃນວັນທີ 14 ກຸມພາທີ່ຜ່ານມາ ຄູ່ຮັກສ່ວນຫຼາຍຈະໃຫ້ດອກກຸຫຼາບ ຫຼື ຊັອກໂກແລັດ ແກ່ຄົນຮັກຕົນເອງ ຈຳນວນໜຶ່ງກໍໃຫ້ຂອງຂວັນທີ່ຕ່າງອອກໄປ ແຕ່ໄວໜຸ່ມຊາວຈີນຈຳນວນຫຼາຍກຳລັງນິຍົມກັບກະແສໃໝ່ ຈີ້ສາຍຄໍ “ເລືອດແຫ່ງຮັກ” ເປັນສິນຄ້າອອນໄລນ໌ທີ່ກຳລັງຂາຍດີໃນຊ່ວງນີ້ ມອບໃຫ້ຄູ່ຮັກຂອງຕົນເອງ.


ສາຍຄໍດັ່ງກ່າວແມ່ນຂາຍເປັນເຊັດ ປະກອບມີສາຍຄໍ, ຈີ້ສາຍຄໍທີ່ເປັນກ່ອງມົນໆ ເຊິ່ງເປັນບ່ອນບັນຈຸເລືອດ ແລະ ອຸປະກອນເຈາະເລືອດ ພ້ອມກັບຄູ່ມືແນະນຳຢ່າງລະອຽດ, ລາຄາເຊັດໜຶ່ງຈະຢູ່ປະມານ 35,000 ກີບ.

ລູກຄ້າສ່ວນຫຼາຍແມ່ນເປັນແມ່ຍິງ ເຊິ່ງຈະຊື້ ແລະ ເຈາະເລືອດຈາກປາຍນິ້ວມືຂອງຕົນເອງໃສ່ລົງໄປໃນຈີ້ ແລ້ວສົ່ງເປັນຂອງຂວັນໃຫ້ແຟນ ກວ່າຈະເຕັມກ່ອງທີ່ເປັນຈີ້ ອາດຈະຕ້ອງເຈາະຮອດ 3 ນິ້ວເລີຍ.

ທາງຜູ້ຜະລິດໃຫ້ການສະໜັບສະໜູນວ່າ ຕາມຄວາມເຊື່ອ ເລືອດຂອງແມ່ຍິງສາວ ຈະຊ່ວຍປັດເປົ່າສິ່ງຊົ່ວຮ້າຍໄດ້ ເມື່ອບວກກັບຄວາມຮັກທີ່ໃສ່ລົງໄປ ຈະຊ່ວຍໃຫ້ແຟນໜຸ່ມພົ້ນຈາກໄພອັນຕະລາຍ.

ແຕ່ຝ່າຍທີ່ບໍ່ເຫັນດີນຳກັບຄວາມຄິດດັ່ງກ່າວ ຕ່າງກໍວິພາກວິຈານວ່ານີ້ເປັນຄວາມເຊື່ອທີ່ບໍ່ປອດໄພ ແລະ ເປັນເລື່ອງໄຮ້ສາລະຂອງໄວໜຸ່ມ ແຖມຍັງມີຄວາມສ່ຽງໃນການໄດ້ຮັບບາດເຈັບ ຫຼື ຕິດເຊື້ອຈາກອຸປະກອນຕ່າງໆທີ່ບໍ່ຮູ້ວ່າໄດ້ມາດຕະຖານ ຫຼື ບໍ່.
ຂອບໃຈຂໍ້ມູນຈາກ:
https://www.khaosod.co.th/lifestyle/news_5835333