ວິກິດໂຄວິດ-19 ເຮັດໃຫ້ອຸດສາຫະກຳເຄື່ອງດື່ມຕົກຕຳ່ທີ່ສຸດໃນຮອບຫຼາຍທົດສະວັດ ອັນເປັນທີ່ມາທີ່ເຮັດໃຫ້ Heineken ຕັດສິນໃຈປົດພະນັກງານ 8.000 ຕຳແໜ່ງ ພ້ອມຕ້ັງເປົ້າໝາຍປະຢັດເງິນ 2 ພັນລ້ານຢູໂຣ ພາຍໃນ 2 ປີ ຫຼັງຜົນປະກອບການໃນປີທີ່ຜ່ານມາຂາດທຶນຈາກທີ່ເຄີຍເຮັດກຳໄລໄວ້ກ່ອນໜ້ານີ້.
Heineken ຜູ້ຜະລິດເບຍລາຍໃຫຍ່ຂອງໂລກ ປະກາດປົດຕຳແໜ່ງພະນັກງານນັບຕັ້ງແຕ່ເກີດການລະບາດໃຫຍ່ຂອງໂຄວິດ-19 ໂດຍພະນັກງານທີ່ຖືກປົດນັ້ນ ຄິດເປັນ 10% ຂອງພະນັກງານ 85.000 ຄົນທີ່ມີຢູ່ທົ່ວໂລກ ເຊິ່ງການປົດພະນັກງານນີ້ເປັນສ່ວນໜຶ່ງຂອງແຜນການທີ່ອອກແບບມາເພື່ອປັບປຸງປະສິດທິພາບ ແລະ ຟື້ນຟູອັດຕາກຳໄລ.
Heineken ໄດ້ລາຍງານຜົນລວມການຂາດທຶນ 204 ລ້ານຢູໂຣ ໃນປີ 2020 ທຽບກັບກຳໄລ 2.2 ພັນລ້ານຢູໂຣ ທີ່ເຄີຍເຮັດໄດ້ໃນປີກ່ອນໜ້າ ຂະນະທີ່ລາຍໄດ້ລົດລົງ 16.7% ເປັນ 2.38 ໝື່ນລ້ານຢູໂຣ ແລະ ດ້ານຍອດຂາຍເປັນປະລິມານໄດ້ລົດລົງ 8.1%.
ເຊິ່ງສາເຫດສຳຄັນທີ່ເຮັດໃຫ້ລາຍໄດ້ລົດລົງຢ່າງໜ້າໃຈຫາຍ ແລະ ຜົນປະກອບການພິກຈາກກຳໄລເປັນຂາດທຶນ ແມ່ນມາຈາກການປິດຮ້ານອາຫານ ແລະ ບາໃນຕະຫຼາດສຳຄັນ ລວມເຖິງຂໍ້ຈຳກັດອື່ນໆກ່ຽວກັບການພົບປະສັງສັນ ແລະ ການຂາຍເຄື່ອງດື່ມແອວກໍຮໍ.

ຜູ້ຜະລິດເບຍຊາຍເນເທີແລນໄດ້ປະເມີນທ້າຍເດືອນມັງກອນທີ່ຜ່ານມາວ່າ ມີບາແລະຮ້ານອາຫານໜ້ອຍກວ່າ 30% ທີ່ເປີດດຳເນີນການໃນຢູໂຣບ ເຊິ່ງເປັນຕະຫຼາດທີ່ໃຫຍ່ທີ່ສຸດ ຂະນະທີ່ຫຼາຍປະເທດໃນພູມີພາກນີ້ມີການປິດລັອກປະເທດອີກຄັ້ງໃນເດືອນທັນວາ ແລະ ໄດ້ເຂັ້ມງວດຕັ້ງແຕ່ນັ້ນເປັນຕົ້ນມາ.
ເພື່ອໃຫ້ຜົນງານກັບມາຢູ່ໃນທິດທາງທີ່ດີອີກຄັ້ງ ຜູ້ຜະລິດເບຍຊາວເນເທີແລນມຸ່ງຫວັງທີ່ຈະເຮັດໃຫ້ຕົວເອງໃກ້ຊິດກັບຜູ້ບໍລິໂພກຫຼາຍຂຶ້ນຜ່ານການປັບປຸງການດຳເນີນງານແບບດິຈິຕອນ ແລະ ເຮັດໃຫ້ຕົວເອງນັ້ນ “ເປັນຫຼາຍກວ່າເບຍ” ໂດຍສະເພາະການມຸ່ງໄປທີ່ການເປີດຕົວເບຍທີ່ບໍ່ມີແອວກໍຮໍ ແລະ ແອວກໍຮໍຕຳ່ ເຊັ່ນແບຣນ Heineken 0.0 ເຊິ່ງຖືວ່າປະສົບຄວາມສຳເລັດໃນຫຼາຍປະເທດ.

ນອກຈາກນີ້ Heineken ຈະພາຍາຍາມລົດຄວາມຊັບຊ້ອນໂດຍການຕັດສາຍພານການຜະລິດ ເຊິ່ງໃນຕະຫຼາດຢູໂຣບບາງແຫ່ງສິ່ງເຫຼົ່ານີ້ຈະລົດລົງຫຼາຍເຖິງ 1 ໃນ 3 ຂະນະດຽວກັນການໃຊ້ຈ່າຍດ້ານການໂຄສະນາໃນທ້ອງຖິ່ນທີ່ບໍ່ມີປະສິດທີພາບກໍຈະຖືກຕັດອອກເຊັ່ນກັນ.
Dolf van den Brink ແມ່ທັບແຫ່ງ Heineken ກ່າວວ່າ “ແຜນກົນລະຍຸດຂອງລາວເປັນເລື່ອງຂອງການພິສູດບໍລິສັດໃນອະນາຄົດເພື່ອໃຫ້ເຮົາສາມາດສ້າງຜົນກຳໄລທີ່ເຕີບໂຕໄດ້ຢ່າງເໜືອຊັ້ນ” ແລະ ພ້ອມເສີມວ່າ “ໂລກກຳລັງປ່ຽນໄປ ອຸດສາຫະກຳລັງປ່ຽນໄປ ແລະ ເຮົາຈຳເປັນຕ້ອງປ່ຽນຕາມ”
ພາບ: beertoday.co.uk, pixabay.com
ຂອບໃຈຂໍ້ມູນຈາກ:
- https://www.ft.com/content/7f060d32-f93c-4702-a0bc-9228ff2a3912
- https://edition.cnn.com/2021/02/10/business/heineken-job-cuts/index.html