ຣອຍເຕີ – ຄະນະກຳມາທິການການຄ້າຂອງລັດຖະບານສະຫະລັດອາເມຣິກາ (US Federal Trade Commission – FTC) ແລະ ລັດຕ່າງໆທົ່ວອາເມຣິກາໄດ້ຍື່ນຟ້ອງ ບໍລິສັດ Facebook Inc ໃນຂໍ້ຫາຜູກຂາດຕະຫຼາດ Social Media ໂດຍໃຊ້ກົນລະຍຸດເຂົ້າຊື້ກິດຈະການເພື່ອກຳຈັດຄູ່ແຂ່ງ ເຊິ່ງເປັນຄະດີໃຫຍ່ທີ່ອາດຈະເຮັດໃຫ້ Facebook ຖືກສານບັງຄັບໃຫ້ຂາຍກິດຈະການ WhatsApp ແລະ Instagram ແຕ່ເຖິງຢ່າງໃດກໍຕາມຫາກເປັນແບບນັ້ນແທ້ຄາດວ່າຈະມີການຕໍ່ສູ້ໃນສານອີກດົນຫຼາຍປີ.

ການຟ້ອງຮ້ອງສອງຄະດີພ້ອມກັນນີ້ ເກີດຂຶ້ນເມື່ອ ວັນພຸດ ທີ່ 9 ທັນວາ 2020 ເຮັດໃຫ້ Facebook ກາຍເປັນບໍລິສັດເຕັກໂນໂລຊີຍັກໃຫຍ່ແຫ່ງທີ່ 2 ທີ່ປະເຊີນຄວາມທ້າທາຍທາງກົດໝາຍຄັ້ງສຳຄັນໃນຮອບປີນີ້ ຫຼັງຈາກທີ່ກະຊວງຍຸດຕິທຳຟ້ອງ Google ຂອງ Alphabet ເມື່ອເດືອນຕຸລາທີ່ຜ່ານມາໂດຍກ່າວຫາວ່າ ບໍລິສັດທີ່ມີມູນຄ່າ 1 ລ້ານດອນລ່າ ແຫ່ງນີ້ໃຊ້ອຳນາດໃນຕະຫຼາດກີດກັນຄູ່ແຂ່ງ.
ຄະດີຄວາມເຫຼົ່ານີ້ຍັງສະທ້ອນວ່າ Democrats ແລະ ຄະນະບໍລິຫານຂອງປະທານນາທິບໍດີ ທຣັມ ເຫັນພ້ອງຕ້ອງກັນຫຼາຍຂຶ້ນໃນການເຮັດໃຫ້ບໍລິສັດຍັກໃຫຍ່ໄຮເທັກຮັບຜິດຊອບແນວທາງທຸລະກິດຂອງຕົນເອງ ແລະ ບາງຄົນເຖິງຂັ້ນສະໜັບສະໜູນໃຫ້ທັງ Google ແລະ Facebook ແຕກກິດຈະການ.
ການຮ້ອງຮຽນເມື່ອວັນພຸດທີ່ຜ່ານມາ ຂໍ້ກ່າວຫາ Facebook ຮຸບຄູ່ແຂ່ງໂດຍພຸ່ງປະເດັນໄປທີ່ການຊື້ Instagram ໃນລາຄາ 1000 ລ້ານດອນລ່າ ເມື່ອປີ 2012 ແລະ WhatsApp ໃນລາຄາ 19,000 ລ້ານດອນລ່າ ເມື່ອປີ 2014.
ຜູ້ຄຸມກົດຂອງລັດຖະບານກາງ ແລະ ຂອງລັດລະບຸວ່າ ຄວນຍົກເລີກການຊື້ກິດຈະການເຫຼົ່ານີ້ ເຊິ່ງເປັນຄວາມເຄື່ອນໄຫວທີ່ມີແນວໂນ້ມທີ່ນຳໄປສູ່ການຟ້ອງຮ້ອງຍືດເຍື້ອ ເນື່ອງຈາກຄະນະກຳມາທິການການຄ້າຂອງສະຫະລັດອາເມຣິກາ (FTC) ເອງທີ່ອະນຸມັດຂໍ້ຕົກລົງເຫຼົ່ານັ້ນຕັ້ງແຕ່ເມື່ອຫຼາຍປີມາແລ້ວ.
ເລທິເທຍ ເຈມ ໄອຍະການສູງສຸດແຫ່ງລັດນິວຢອກ ກ່າວໃນນາມ 46 ລັດຕົວຢ່າງເຊັ່ນ: ວໍຊິງຕັນ ດີຊີ, ເຊົາແຄໂຣໄລນາ ແລະ ເຊົາດາໂກຕາ ທີ່ຮ່ວມກັນຟ້ອງໃນຄະດີນີ້ວ່າ Facebook ໃຊ້ອຳນາດການຜູກຂາດກັບຕະຫຼາດເພື່ອກຳຈັດຄູ່ແຂ່ງທີ່ນ້ອຍກວ່າຕົນເອງອອກຈາກການແຂ່ງຂັນ ໂດຍຜູ່ທີ່ເສຍຜົນປະໂຫຍດຈາກການກະທຳນີ້ຄືຜູ່ໃຊ້ງານ ແລະ ພັດພົບວ່າ ບໍລິສັດຍັກໃຫຍ່ຂອງ Social Media ແຫ່ງນີ້ເຂົ້າຊື້ກິດຈະການກ່ອນທີ່ຄູ່ແຂ່ງຈະຄຸກຄາມການຄອບງຳຂອງຕົນ.

ເຈນນິເຟີ ນິວສະເຕດ ທີ່ປຶກສາທົ່ວໄປຂອງ Facebook ໄດ້ຕອບໂຕ້ວ່າ ການຟ້ອງຮ້ອງຄັ້ງນີ້ຖືເປັນການຕີຄວາມປະຕິວັດສາດໃໝ່ອີກທັງເປັນການສົ່ງສັນຍານເຕືອນທຸລະກິດອາເມຣິກາວ່າ ການຂາຍກິດຈະການບໍ່ມີມື້ສຳເລັດສົມບູນຢ່າງແທ້ຈິງ.
ນິວສະເຕດໄດ້ເວົ້າເສີມອີກວ່າ ບໍ່ມີກົດໝາຍໃດທີ່ຕໍ່ຕ້ານການຜູກຂາດທີ່ກຳນົດບົດບາດລົງໂທດບໍລິສັດທີ່ປະສົບຄວາມສຳເລັດ ພ້ອມຊີ້ແຈງອີກວ່າທີ່ WhatsApp ແລະ Instagram ປະສົບຄວາມສຳເລັດຫຼັງຈາກ Facebook ອັດສີດເງິນໃຫ້ຫຼາຍພັນລ້ານດອນລ່າເພື່ອປັບປຸງ App ເຫຼົ່ານີ້.
ຂະນະດຽວກັນ ມາກ ຊັກເຄີເບີກ ປະທານບໍລິຫານ Facebook Post ເທິງ Platform ພາຍໃນບໍລິສັດໂດຍຢືນຢັນກັບພະນັກງານວ່າ ການຟ້ອງຮ້ອງທີ່ເກີດຂຶ້ນ ເປັນພຽງຂັ້ນຕອນໜຶ່ງຂອງກະບວນການອັນຍາວນານນັບປີຈະບໍ່ສົ່ງຜົນກະທົບຕໍ່ທີມງານ ຫຼື ບົດບາດການເຮັດວຽກໃດໆ.
ທັງນີ້ ເດືອນ ກໍລະກົດ ທີ່ຜ່ານມາ ຊັກເຄີເບີກ ບອກກັບພະນັກງານວ່າ Facebook ຈະຕໍ່ສູ້ຈົນເຖິງທີ່ສຸດກັບການຟ້ອງຮ້ອງທາງກົດໝາຍເພື່ອບີບໃຫ້ບໍລິສັດແຕກກິດຈະການ ເຊິ່ງຖືເປັນການຄຸກຄາມຕໍ່ການດຳລົງຢູ່ຂອງບໍລິສັດ.

ເຖິງແມ່ນວ່າ ຄຳສັ່ງແຕກກິດຈະການບໍ່ໄດ້ເກີດຂຶ້ນຕະຫຼອດ ແຕ່ຜູ່ຊ່ຽວຊານດ້ານການຕໍ່ຕ້ານການຜູກຂາດບາງຄົນເບິ່ງວ່າ ຄະດີນີ້ມີນ້ຳໜັກຈາກຄຳເວົ້າຂອງ ຊັກເຄີເບີກ ທີ່ປາກົດຢູ່ໃນເອກະສານຂອງ Facebook ເຊັ່ນ: ໃນອີເມວປີ 2008 ທີ່ເຂົາລະບຸວ່າ “ການຊື້ດີກວ່າການແຂ່ງ”
ຜູ້ຊ່ຽວຊານຄົນອື່ນໆເຊັ່ນ: ເຊດ ບລູມ ຈາກ ບລູມ ສະເຕຣດທີຈິກ ເຄົາຊິລ ສະແດງຄວາມຄິດເຫັນວ່າຂໍ້ຮ້ອງຮຽນຂອງ FTC ອ່ອນກວ່າກະຊວງຍຸດຕິທຳທີ່ຟ້ອງ Google ເນື່ອງຈາກພຸ່ງເປົ້າການຊື້ກິດຈະການທີ່ຜ່ານມາແລ້ວ 6 ຫຼື 8 ປີ ແລະ ຍາກທີ່ສານຈະມີຄຳສັ່ງໃຫ້ຖອນທຶນທີ່ລົງໄປຕັ້ງແຕ່ເມື່ອຫຼາຍປີທີ່ແລ້ວ.
ການຟ້ອງຮ້ອງເຫຼົ່ານີ້ຖືເປັນຄະດີຕໍ່ຕ້ານການຜູກຂາດຄັ້ງໃຫຍ່ທີ່ສຸດໃນໜຶ່ງຊົ່ວອາຍຸຄົນທຽບກັບການຟ້ອງ Microsoft ໃນປີ 1998 ເຊິ່ງແມ່ນສຸດທ້າຍລັດຖະບານເຮັດຂໍ້ຕົກລົງຍອມຄວາມ ແຕ່ການຕໍ່ສູ້ໃນສານດົນຫຼາຍປີ ແລະ ການຂະຫຍາຍຜົນການກວດສອບເຮັດໃຫ້ Microsoft ໝົດໂອກາດຂັດຂວາງຄູ່ແຂ່ງ ລວມທັ້ງບໍ່ມີສ່ວນຮ່ວມໃນການສົ່ງເສີມການເຕີບໂຕຂອງອິນເຕີເນັດ.
ເມື່ອເດືອນທີ່ຜ່ານມາ Facebook ໄດ້ເຂົ້າຊື້ Customers Start Up ບໍລິການລູກຄ້າ ເຊິ່ງໜັງສືພິມ Wall Street Journal ລະບຸວ່າ ມີມູນຄ່າເຖິງ 1,000 ລ້ານດອນລ່າ.
ນອກຈາກນັ້ນໃນເດືອນ ພຶດສະພາ Facebook ຍັງຊື້ Jiffy Website ຍອດນິຍົມສຳຫຼັບການສ້າງ ແລະ Share ຮູບພາບເຄື່ອນໄຫວ ຫຼື GIF ເຊິ່ງຂໍ້ຕົກລົງນີ້ຖືກກວດສອບຢ່າງເຂັ້ມງວດຈາກໜ່ວຍງານກຳກັບດູແລການແຂ່ງຂັນທາງທຸລະກິດຂອງສະຫະຣາຊະອານາຈັກ.