ລັດຖະບານ ສສ ຫວຽດນາມ ກຳລັງພະຍາຍາມ ບັນລຸອັດຕາການເຕີບໂຕທາງເສດຖະກິດ ສູງເຖິງ 7% ໃນປີ 2024​ ຫຼັງຕົວ​ຊີ້​ວັດ​ດ້ານ​ເສດຖະກິດ​ຫຼາຍ​ຕົວ​ໄດ້​ລື່ນ​ກາຍ​ເປົ້າ​ໝາຍ​ຂອງ​ສະພາ​ແຫ່ງ​ຊາດ .

ອີງຕາມສື່ທ້ອງຖິ່ນ ໃນຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ໄດ້ວາງເປົ້າໝາຍການເຕີບໂຕທາງເສດຖະກິດ ໃນປີ 2024 ​ນີ້ ໄວ້ພຽງ 6-6,5%.

ໂດຍລັດຖະບານ ໄດ້ຄາດການ ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ວ່າ​ຈະ​ເພີ່ມ​ຂຶ້ນ​ຢູ່​ທີ່ 6,8-7% ໃນ​ປີ 2024, ລື່ນ​ກາຍ​ຄາດ​ຄະ​ເນ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ໂດຍ ຂະ​ແໜງ​ກະ​ສິ​ກຳ – ປ່າ​ໄມ້ – ການ​ປະ​ມົງ ແລະ ການ​ບໍ​ລິ​ການ​ໄດ້​ຮັກ​ສາ​ລະດັບການ​ເຕີບ​ໂຕ​ໄວ້ຢ່າງ​ແຂງ​ແຮງ, ຂະ​ນະ​ທີ່​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ໄດ້​ຟື້ນ​ຟູ​ຢ່າງ​ແຂງ​ແຮງ ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ.

ດັດຊະນີລາຄາຜູ້ບໍລິໂພກສະເລ່ຍ (CPI) ໃນລະຫວ່າງເດືອນມັງກອນຫາເດືອນສິງຫາແມ່ນ 4.04% ແລະ ຕົວເລກດັ່ງກ່າວຄາດວ່າຈະເຕີບໂຕພາຍໃຕ້ 4.5% ສໍາລັບຕະຫຼອດປີ.

ທ່ານ Quoc Phuong ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໃຫ້​ຮູ້​ວ່າ: ການ​ດຶງ​ດູດ FDI ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃນ 8 ​ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 6,2% ​ເມື່ອ​ທຽບ​ໃສ່​ປີ​ກາຍ ​ເປັນ​ເກືອບ 19,3 ຕື້ ໂດລາ ຂຶ້ນ​ເປັນ 13,55 ຕື້​ໂດ​ລາ​ສະຫະລັດ, ສູງ​ທີ່​ສຸດ​ນັບ​ແຕ່​ປີ 2021, ​ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ​ທີ່​ມີ​ຕໍ່​ຕະຫຼາດ​ຫວຽດນາມ ທີ່ເບິ່ງ​​ວ່າ​ເປັນແຫຼ່ງລົງທຶນ​ທີ່​ປອດ​ໄພ ​ແລະ ໜ້າດຶງດູດໃຈ.

ທີ່ມາ: Vnexpress

https://e.vnexpress.net/news/business/economy/government-eyes-7-gdp-growth-in-2024-4799691.html