ລັດຖະບານແຫ່ງ ສປປ ລາວ ກຳລັງແນມຫາໂອກາດໃນການດຶງດູດການລົງທຶນໃນຂະແໜງການໃນ ພື້ນຖານໂຄງລ່າງ ເເລະ ອຸດສາຫະກຳສີຂຽວ ຈາກນັກລົງທຶນຈີນໃຫ້ຫຼາຍຂຶ້ນ.
ການສົນທະນາດັ່ງກ່າວມີຂຶ້ນ ໃນໂອກາດການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ. ຫວ່າງບໍ່ດົນມານີ້, ກະຊວງແຜນການ ເເລະ ການລົງທຶນ ຕາງໜ້າໃຫ້ ລັດຖະບານ ເເຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສຳມະນາການລົງທຶນການລົງທຶນ ພາຍໃຕ້ຫົວຂໍ້ “ສປປ ລາວ: ຈຸດໝາຍປາຍທາງການລົງທຶນຂອງພາກພື້ນ ສຳລັບພື້ນຖານໂຄງລ່າງ ເເລະ ອຸດຫະສາກຳສີຂຽວ”
ກອງປະຊຸມດັ່ງກ່າວ ຈັດຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງຜູ້ນຳ ເເຂວງກວາງຊີ ທ່ານ ຟາງ ຫຼິງມິງ ຄະນະປະຈຳພັກ ປະທານກວດ ກາພັກ-ລັດເຂດປົກຄອງຕົນເອງກວາງຊີ, ບັນດາຜູ້ເເທນຈາກພາກລັດ ເເລະ ພາກເອກະຊົນ ທັງ 2 ປະເທດ ເຂົ້າຮ່ວມ.
ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ ທ່ານຮອງລັດຖະມົນຕີ ກະຊວງແຜນການ ເເລະ ການລົງທຶນ ໄດ້ສະເໜີຈຸດດີ ເເລະ ບັນດາເງື່ອນໄຂອໍານວຍຄວາມສະດວກຕ່າງໆ ຕໍ່ພາກລັດ ເເລະ ພາກເອກະຊົນ ທັງ 2 ປະເທດ ເພື່ອສົ່ງເສີມ ສາຍພົວພັນການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງສອງ ປະເທດ ລາວ-ຈີນ.
ພ້ອມນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນວ່າ ເຖິງແມ່ນວ່າສະພາບການຂອງພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ ແລະ ການລົງທຶນຂອງໂລກມີທ່າອ່ຽງຫຼຸດລົງ ແຕ່ ການລົງທຶນຂອງຕ່າງປະເທດໃນ ອາຊຽນ ແລະ ສປປ ລາວ ໃນປີ 2023 ຍັງສືບຕໍ່ເພີ່ມຂຶ້ນ.
ສະເພາະ ສປປ ລາວ ມູນຄ່າອະນຸມັດການລົງທຶນຂອງເອກະຊົນໃນປີ 2023 ບັນລຸ 4 ຕື້ໂດລາ, ລື່ນຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພີ່ມຂຶ້ນເກືອບ 2 ເທົ່າຈາກປີ 2022.
ອີກທ່າອ່ຽງໜຶ່ງທີ່ເປັນກາລະໂອກາດໃຫ້ແກ່ການລົງທຶນ ໃນພາກພື້ນ ກໍຄື ສປປ ລາວ ແມ່ນທ່າອ່ຽງການຫັນເປັນສີຂຽວ ຊຶ່ງໝາຍເຖິງການລົງທຶນ, ການຜະລິດ ລວມເຖິງການບໍລິໂພກ ມີການຫັນປ່ຽນໄປຕາມທີດສີຂຽວ ແລະ ຍືນຍົງຫຼາຍຂຶ້ນ.
ບາງທ່າແຮງທີ່ເປັນໂອກາດແກ່ການລົງທຶນ ແລະ ການຄ້າ ກໍມີຢູ່ວ່າ, ສປປ ລາວ ເປັນປະເທດທີ່ນໍາໜ້າໃນການພັດທະນາພະລັງງານສະອາດ ເພື່ອຕອບສະໜອງ ຄວາມຕ້ອງການພະລັງງານສະອາດຂອງອາຊຽນ ແລະ ສປ ຈີນ ໂດຍສະເພາະແມ່ນພະລັງງານທີ່ມາຈາກໄຟຟ້ານ້ຳຕົກ, ແສງຕາເວັນ, ພະລັງງານລົມ, ພະລັງງານຈາກສິ່ງເສດເຫຼືອ, ຈາກໃຕ້ດິນ ແລະ ອື່ນໆ. ພ້ອມນີ້ ສປປ ລາວ ກໍພ້ອມຮັບການລົງທຶນໃນຂະແໜງການທີ່ນໍາໃຊ້ພະລັງງານສະອາດໃນ ຂົງເຂດ ICT, Data Center, ສະຖານີສາກລົດໄຟຟ້າ ແລະ ເຂດເຕັກໂນໂລຊີຂັ້ນສູງ ເພື່ອເພີ່ມມູນຄ່າໃຫ້ພະລັງງານສະອາດທີ່ລາວມີທ່າແຮງຫຼາຍ.
ທີ່ມາ: ປຊຊ
https://www.facebook.com/photo/?fbid=1088661452947310&set=a.563325785480882