ເຂດປົກຄອງພິເສດ ຮົງກົງ, ສປ ຈີນ ກາຍມາເປັນ​ກາງ​ການ​ເງິນ​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊີ ແຊງໜ້າ ສິງກະໂປ ແລະ ເປັນອັນດັບ 3 ຂອງໂລກ.

ຮົງ​ກົງ​ໄດ້​ຄອງ​ອັນ​ດັບ​ທີ 3 ​ໃນ​ອັນ​ດັບ​ສູນ​ການ​ເງິນ​ສາກົນ​ໃນ​ທົ່ວ​ໂລກ ແຊງໜ້າສິງກະ​ໂປແຊ້ມເກົ່າໃນພາກພື້ນ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເວລາ​ກວ່າ 2 ປີ, ຕາມການລາຍງານຂອງ The Economic Times

ດັດຊະນີ​ສູນ​ການ​ເງິນ​ທົ່ວ​ໂລກ​ໄດ້​ເຜີຍ​ແຜ່​ໂດຍ​ກຸ່ມ​ບໍລິສັດ​ Z/Yen ທີ່​ນະຄອນຫຼວງ​ລອນ​ດອນ ປະເທດອັງກິດ ​ແລະ ​ສະ​ຖາ​ບັນ​ການ​ພັດທະນາ​ຂອງ​ຈີນ​ທີ່​ນະຄອນ Shenzhen ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈັດ​ອັນ​ດັບ​ທີ 3 ​ໃນ​ຈຳນວນ 121 ສູນ​ກາງການ​ເງິນ ທົ່ວໂລກ, ເປັນຮອງຈາກນິວຢອກ ແລະ ລອນດອນ.

ຄະແນນລວມຂອງຮົງກົງໄດ້ເພີ່ມຂຶ້ນເຖິງ 8 ຄະແນນ, ການເພີ່ມຂຶ້ນຂອງຄະແນນສະ​ແດງ​ໃຫ້​ເຫັນ​ວ່າ, ຮົງ​ກົງ​ບັນລຸ​ໄດ້​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ການ​ແຂ່ງຂັນ​ຕ່າງໆ​ເຊັ່ນ: ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຊັບພະຍາກອນມະນຸນ, ພື້ນຖານ​ໂຄງ​ລ່າງ ​ແລະ ຊື່ສຽງ​ ຕ່າງໆ

​ໂຄສົກ​ລັດຖະບານ ກ່າວ​ວ່າ ບົດ​ລາຍ​ງານ​ຢືນຢັນ​ສະຖານະ​ການ​ ແລະ​ ຄວາມ​ສາມາດ​ຂອງ​ຮົງ​ກົງ​ຢ່າງ​ຈະ​ແຈ້ງ​ໃນ​ຖານະ​ເປັນ​ສູນ​ກາງ​ການ​ເງິນ​ຊັ້ນ​ນຳ​ຂອງ​ໂລກ.

ໂຄສົກກ່າວວ່າ, “ໃນຖານະເປັນສູນກາງການເງິນສາກົນ, ຮົງກົງໄດ້ນໍາເອົາສະຖາບັນການເງິນ ຊັ້ນນໍາຂອງໂລກ ມາໃຫ້ບໍລິການທາງດ້ານການເງິນແບບມືອາຊີບ ແລະ ເປັນເຈົ້າຂອງຕະຫຼາດທຶນທີ່ເລິກເຊິ່ງ ແລະ ກວ້າງຂວາງ”

ໂດຍ 5 ອັນດັບ ສູນກາງການເງິນຂອງໂລກ ປະກອບມີ: ນິວຢອກ (ສະຫະລັດອາເມຣິກາ); ລອນດອນ (ອັງກິດ), ຮົງກົງ (ສປ ຈີນ), ສິງກະໂປ ແລະ ຊານຟານຊິສໂກ (ສະຫະລັດ ອາເມຣິກາ).

The Economic Timeshttps://economictimes.indiatimes.com/news/international/business/hong-kong-beats-singapore-to-be-asias-top-financial-center/articleshow/113652200.cms?from=mdr