ຜູ້ຊ່ຽວຊານ ດ້ານ ເສດຖະສາດ ລະຫວ່າງປະເທດ ແລະ ເສດຖະກິດ ອາຊຽນ ຊີ້ທະນາຄານຄຳລາວ ເປັນໂຄງການ ມີອະນາຄົດ ແລະ ອາດຈະເປັນໂຄງການທີ່ເຂົ້າມາຊ່ວຍແກ້ບັນຫາ ເສດຖະກິດໃຫ້ ສປປ ລາວ.

ທະນາຄານຄຳ ລາວ ເປີດຕົວ ສອງ ບໍລິການ ທຳອິດ ໃຫ້ 1. ບັນຊີຝາກຄໍາ (Gold Saving) ແລະ ຕູ້ກົດຄຳ ອັດຕະໂນມັດ (Gold Vending Machine), ຄາດວ່າທ້າຍປີນີ້ຈະເປີດແບບຄົບວົງຈອນ.

ຄຳເຫັນດັ່ງກ່າວ ມາຈາກ ທ່ານ ຮອງສາດສະດາຈານ ດຣ, ປິຕິ ສີແສງງາມ ຜູ້ອຳນວຍການ ສູນວິໄຈ ເສດຖະກິດລະຫວ່າງປະເທດໄທ ທີ່ໄດ້ໃຫ້ສຳພາດກັບລາຍການ ໃນ Youtube ທີ່ມີຊື່ວ່າ DB ຊົວເຖົາ ເມື່ອບໍ່ດົນມານີ້.

ດຣ, ປິຕິ ກ່າວວ່າ: ສປປ ລາວ ປະສົບກັບບັນຫາເສດຖະກິດ ຢ່າງຕໍ່ເນື່ອງ ໂດຍສະເພາະໃນເລື່ອງຂອງການຂາດເງິນທຶນສຳຮອງລະຫວ່າງປະເທດ ບວດກັບຄວາມສາມາດໃນການຈັດຕັ້ງປະຕິບັດ ນະໂຍບາຍ ການເງິນ ເນື່ອງຈາກ ສປປ ລາວ ຍັງຕ້ອງເພິ່ງພາເງິນຕາຕ່າງປະເທດເປັນຈຳນວນຫຼາຍ ເຮັດໃຫ້ພາກລັດ ບໍ່ສາມາດໃຊ້ນະໂຍບາຍ ການເງິນ ໄດ້ຢ່ງເຕັມປະສິດທິພາບ ເນື່ອງຈາກຄົນລາວບໍ່ໃຊ້ເງິນກີບ.

ຜູ້ອຳນວຍການ ສູນວິໄຈ ເສດຖະກິດລະຫວ່າງປະເທດໄທ ຍົກຕົວຢ່າງໃຫ້ເຫັນວ່າ ໃນເມື່ອທີ່ເສດຖະກິດປະເທດຕົກຕໍ່າເຮົາກໍຄວນຈະເພີ່ມປະລິມານເງິນ ເພື່ອໃຫ້ດອກເບ້ຍມັນຫຼຸດລົງ ຄົນຈຶ່ງຈະໄດ້ຊື້ເຄື່ອງຫຼາຍຂຶ້ນ ມາກູ້ເງິນໄປຈັບຈ່າຍໃຊ້ສອຍຫຼາຍຂຶ້ນ ແຕ່ເມື່ອຄົນບໍ່ໃຊ້ເງິນກີບ ໃນການຊື້ຂາຍ ຫຼື ລົງທຶນ ກໍເທົ່າກັບເປັນການທຳຮ້າຍເງິນກີບໄປໃນຕົວ ເນື່ອງຈາກວ່າ ເມື່ອການສະໜອງເງິນກີບຫຼາຍຂຶ້ນ ແຕ່ຄົນຍັງຕ້ອງການເງິນຕາ ເຮັດໃຫ້ ເງິນກີບ ຍິ່ງອ່ອນຄ່າລົງຕື່ມອີກ.

ໜຶ່ງໃນນະໂຍບາຍ ເພື່ອແກ້ໄຂບັນຫາ ເງິນທຶນສຳຮອງ ຂອງປະເທດ ກໍຄື ທະນາຄານຄຳ ທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ຮ່ວມມືກັບ ກະຊວງການເງິນ ໂດຍມີເປົ້າໝາຍເພື່ອໃຫ້ທະນາຄານດັ່ງກ່າວ ກາຍເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດ ການເງິນຂອງຊາດ.

ທ່ານ ດຣ. ປິຕິ ກ່າວວ່າ: ສປປ ລາວ ເບິ່ງວ່າພວກເຮົາມີທ່າແຮງເລື່ອງຄຳທີ່ເປັນແຮ່ທາດຕາມທຳມະຊາດ ແລະ ມີສັກກະຍາພາບພຽງພໍທີ່ຈະເຮັດທະນາຄານຄຳ ເຊິ່ງເປັນທະນາຄານຄຳທີ່ມີ Gold Bar ຫຼື ຄຳແທ່ງແທ້ໆ ຢູ່ເບື້ອງຫຼັງ ແລະ ໃຫ້ແຕ່ລະປະເທດ ເອົາເງິນໂດລາ, ເງິນຢູໂຣ ຫຼື ເງິນຕາອື່ນໆ ມາຊື້ຄຳ ແລະ ຝາກໄວ້ໃນລາວເຊິ່ງຈະເປັນໃນຮູບແບບຂອງ Gold Bar ຫຼື ຄໍາທີ່ເປັນໂກຕ້າ ໃນແຮ່ທາດທີ່ມີການສຳຫຼວດມາແລ້ວກໍຕາມ.

ຮອງສາດສະດາຈານ ດຣ, ປິຕິ ສີແສງງາມກ່າວອີກວ່າ: ສິ່ງເຫຼົ່ານີ້ ຈະເປັນເຄື່ອງມືໃຫ້ ສປປ ລາວ ໃນການດຶງເງິນຕາຕ່າງປະເທດ ເຂົ້າມາ ເຊິ່ງເປັນອີກໜຶ່ງຄວາມພະຍາຍາມທີ່ມີຄວາມເປັນໄປໄດ້ສູງ, ທ່າມກາງກະແສໂລກ ທີ່ມີຄວາມພະຍາຍາມຈະຫຼຸດການເພິ່ງພາເງິນໂດລາລົງ ແລະ ຫັນມາຊື້ຄຳເກັບໄວ້ຫຼາຍຂຶ້ນ.

ໃນພິທີເຊັນສັນຍາ ຈັດຕັ້ງປະຕິບັດ ທະນາຄານຄຳ ເມື່ອຕົ້ນເດືອນ ສິງຫາ ທີ່ຜ່ານມາ ທ່ານ ຈັນທອນ ສິດທິໄຊ ປະທານ ແລະ ຜູ້ກໍ່ຕັ້ງບໍລິສັດ PTL Holding ຈຳກັດ ກ່າວວ່າ: “ການສ້າງຕັ້ງທະນາຄານຄຳ ຄັ້ງນີ້ ແມ່ນເພື່ອໃຫ້ເປັນ ແຫຼ່ງສຳຮອງຄຳ ເພື່ອຄໍ້າປະກັນທາງດ້ານການເງິນ ການຄັງ, ສ້າງສະຖຽນລະພາບທາງດ້ານເສດຖະກິດລາວ ໂດຍຜ່ານກົນໄກ ການບໍລິຫານຈັດການຊັບພະຍາກອນທີ່ມີທ່າແຮງເຊັ່ນຄຳ ແລະ ແຮ່ຄຳ ທີ່ມີຄວາມອຸດົມສົມບູນ, ເອົາຈຸດແຂງສ້າງເປັນຈຸດຂາຍ ຈົນກາຍເປັນຕະຫຼາດກາງໃນການແລກປ່ຽນຊື້ຂາຍ ຄຳ, ແຮ່ຄຳ ໃນລະດັບພາກພື້ນ ແລະ ສາກົນ”.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳ ຄາດວ່າຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association (LBMA) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນນະພາບຄຳ ໃຫ້ເປັນລະດັບສາກົນ (LBMA) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງ ໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບ ໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

DB ซัวเถา ທີ່ມາ: https://www.youtube.com/watch?v=612Sc4TwmdU