Starling Bank ທະນາຄານ ໃນປະເທດອັງກິດ ອອກມາມເຕືອນໄພການຫຼອກລວງຮູບແບບໃໝ່ທີ່ນຳໃຊ້ເຕັກໂນໂລຊີ AI ຫຼື ປັນຍາປະດິດ ທີ່ມາມາດຮຽນສຽງ ຫຼື ປອມສຽງເປັນຄົນອື່ນ ໄດ້ພາຍໃນ 3 ວິນາທີ ຈາກສຽງຕົວຢ່າງຕາມວິດີໂອ ທີ່ໂພສຕາມອອນລາຍ ແລ້ວ ໂທໄປຂໍເງິນ ຫຼື ຢືມເງິນຈາກພີ່ນ້ອງ ໝູ່ຄູ່ ຫຼື ຄົນໃກ້ຊິດກັບຄົນໆນັ້ນ.

ໂດຍທາງທະນາຄານ ຖະແຫຼງວ່າ ການຫຼອກລວງດ້ວຍ AI ປອມສຽງ ມີສັກກະຍາພາບທີ່ຈະຫຼອກລວງຄົນໄດ້ຫຼາຍລ້ານຄົນ ແລະ ຈາກການສຳຫຼວດພົບວ່າ 1 ໃນ 4 ຂອງຜູ້ຕອບແບບສອບທອບກວ່າ 3,000 ຄົນ ລະບຸວ່າພວກເຂົາຕົກເປັນເປົ້າໝາຍຂອງການຫຼອກລວງດ້ວຍ AI ປອມສຽງ ໃນໄລຍະ 12 ເດືອນທີ່ຜ່ານມາ. ໂດຍ 8%​ໃນນັ້ນຍອມຮັບວ່າໄດ້ໂອນເງິນໃຫ້ຄົນທີ່ໂທມາແທ້ ເຖິງແມ່ນວ່າຈະຮູ້ສຶກວ່າການໂທນັ້ນບໍ່ປົກກະຕິ ຫຼື ບໍ່ເປັນທຳມະຊາດ.

ທະນາຄານ ແນະນຳໃຫ້ທຸກຄົນຕົກລົງ ຄຳເວົ້າທີ່ປອດໄພກັບຄົນໃກ້ຊິດ ເຊິ່ງອາດຈະເປັນ ວະລີງ່າຍໆ ທີ່ຈື່ໄດ້ ແລະ ແຕກຕ່າງຈາກລະຫັດຜ່ານ ເພື່ອໃຊ້ຍືນຍັນຕົວຕົນທາງໂທລະສັບ ເມື່ອມີຄົນຮູ້ຈັກຢາກໂທມາຢືມ ຫຼື ຂໍເງິນ.

ໃນຂະນະທີ່ AI ກໍາລັງພັດທະນາຢ່າງໄວວາ ໃນການປອມສຽງ ມະນຸດ ກໍມີຄວາມກັງວົນເພີ່ມຂຶ້ນກ່ຽວກັບສັກກະຍາພາບໃນການສ້າງຄວາມເສຍຫາຍ ເຊັ່ນການຊ່ວຍໃຫ້ ອາດສະຍາກຳເຂົ້າເຖິງບັນຊີທະນາຄານຂອງຄົນອື່ນ ຫຼື ການເຜີຍແຜ່ຂໍ້ມູນປອມ ທີ່ຈະສ້າງຄວາມເສຍຫາຍຕໍ່ບຸກຄົນ ຫຼື ອົງກອນ.

ເຊັ່ນດຽວກັນກັບ Open AI ຜູ້ສ້າງ Chat GPT ທີ່ໄດ້ເປີດຕົວເຄື່ອງມືຈຳລອງສຽງ Voice Engine ເມື່ອຕົ້ນປີທີ່ຜ່ານມາ ແຕ່ຍັງບໍ່ໄດ້ເປີດໃຫ້ສາທາລະນະໃຊ້ ເນື່ອງຈາກເຫັນເຖິງຄວາມສ່ຽງໃນການນຳສຽງປອມນີ້ໄປໃຊ້ໃນທາງທີ່ຜິດ.

https://edition.cnn.com/2024/09/18/tech/ai-voice-cloning-scam-warning/index.html?fbclid=IwY2xjawFklYBleHRuA2FlbQIxMAABHe1zQwGZwzHKiqQhkQ00gKutBhRVkJaSV_U6hdjExsztvfPEfL7mDadFOg_aem_mSt8vO2HS_Dj-I6FNBGlMQ