ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ລົງພື້ນທີ່ກວດກາບັນດາຮ້ານຄ້າຕ່າງໆ ແລະ ກຽມນຳໃຊ້ມາດຕະການຕາມລະບຽບກົດໝາຍປັບໄໝ ຮ້ານຄ້າທີ່ບໍ່ຕິດປ້າຍລາຄາສິນຄ້າ ແລະ ຊື້-ຂາຍເປັນໜົວໜ່ວຍເງິນກີບ.

ອີງຕາມການລາຍງານຂອງ ໜັງສືພີມ ແຂວງບໍ່ແກ້ວ, ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ  ນໍາໂດຍທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ  ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍທີມງານ ລົງຕິດຕາມ ແລະ ກວດກາສິນຄ້າ ຢູ່ສູນການຄ້າສາກົນ ແລະ ຮ້ານຄ້າຕ່າງໆ ພາຍໃນແຂວງ ໃນການໂຄສະນາ ຕິດປ້າຍລາຄາສິນຄ້າ ແລະ ຊື້-ຂາຍເປັນຫົວໜ່ວຍເງິນກີບ.

ການເຄື່ອນໄຫວດັ່ງກ່າວ ແມ່ນ ສອດຄ່ອງກັບ ແຈ້ງການຫ້ອງວ່າການແຂວງບໍ່ແກ້ວ ເລກທີ965/ຫວກ.ຂບກ ແລະ ປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.

ກໍລະນີພົບເຫັນການລະເມີດ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 54 ແລະ 55 ຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ,  ຖ້າຫາກມີການລະເມີດລັກສະນະເບົາບາງ ແລະ ເປັນຄັ້ງທຳອິດຈະຖືກສຶກສາອົບຮົມ ກ່າວເຕືອນ ພ້ອມທັງເຮັດບົດທຶກໃຫ້ປັບປຸງກຳນົດ 30 ວັນ. ຖ້າຫາກລະເມີດເປັນຄັ້ງທີ II ແມ່ນຈະໄດ້ປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ຂໍ້ 1 ມາດຕາ 55 ແມ່ນຈະປັບໃໝແຕ່ 10.000.000 ກີບ ຫາ 20.000.000 ກີບ/ຄັ້ງ. ຖ້າຫາກມີການລະເມີດຊໍ້າເປັນຄັ້ງທີ III ຈະໄດ້ປັບໃໝສອງເທົ່າ ຂອງມູນຄ່າ ປັບໃຫຄັ້ງຫຼ້າສຸດ.

ການລົງຕິດຕາມ ກວດກາໃນຄັ້ງນີ້ ທາງທີມງານແມ່ນໄດ້ສ້າງບົດບັນທຶກ ແລະ ກ່າວເຕືອນໃຫ້ຜູ້ປະກອບການຮ້ານຄ້າຕ່າງໆ ຕິດປ້າຍລາຄາສິນຄ້າ, ການຊື້-ຂາຍເປັນຫົວໜ່ວຍເງິນກີບ ຫາກໃນຕໍ່ໜ້າຍັງພົບເຫັນ ບໍ່ຕິດປ້າຍລາຄາສິນຄ້າ ເປັນຫົວໜ່ວຍເງິນກີບ ແມ່ນຈະຖືກປັບໃໝ່ແຕ່ 10.000.000 ກີບ ຫາ 20.000.000 ກີບ/ຄັ້ງ.ຕາມມາດຕາ 54 ແລະ 55 ຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ.

ທີ່ມາ: ໜັງສືພີມ ແຂວງບໍ່ແກ້ວhttps://www.facebook.com/Bokeonewspaper/posts/pfbid02Qg6MT2ewfGUvDMiuMqDnGLnJE43UrH8e7FpVRY6i9pwYc9s36tGLvgHF44ACo7xPl