ສປປ ລາວ, ແຂວງ ສາລະວັນ ແລະ ໄທ, ຈັງຫວັດ ອຸບົນ ຣາຊະທານີ ເຊັນບົດບັນທຶກກ່ຽວກັບການຂົນສົ່ງທາງນໍ້າ ຢູ່ດ່ານຊາຍແດນສາກົນປາກຕະພານ ແຂວງສາລະວັນ ສປປ ລາວ ແລະດ່ານຊາຍແດນຖາວອນປາກແຊງ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ.

ອີງຕາມການລາຍງານຂອງ ວິທະຍຸກະຈາຍສຽງແຫ່ງຊາດ, ກອງປະຊຸມຄະນະກໍາມະການຂົນສົ່ງທາງເຮືອບັກ, ເຮືອໂດຍສານພາຫະນະ ເຂົ້າ-ອອກ, ໄດ້ຈັດຂຶ້ນໃນວັນທີ 23 ກັນຍາ 2024, ຢູ່ທີ່ດ່ານຊາຍແດນຖາວອນປາກແຊງ ຕຳບົນພະລານ ອຳເພີ ນາຕານ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ.

ໂດຍບົດບັນທຶກດັ່ງກ່າວແບ່ງອອກເປັນຈຳນວນ 2 ສະບັບຄື: ບົດບັນທຶກກ່ຽວກັບການຂົນສົ່ງທາງນໍ້າ ຢູ່ດ່ານສາກົນປາກຕະພານ ແລະດ່ານຊາຍແດນຖາວອນ ປາກແຊງ ໂດຍການລົງນາມເຊັນຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຫົວໜ້າກອງເລຂາຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ສປປ ລາວ ກັບ ທ່ານ  ສົມເພັດ ສ້ອຍສະຄູ ຮອງຜູ້ວ່າຣາຊະການຈັງຫວັດ, ຫົວໜ້າກອງເລຂາຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນໄທ-ລາວ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ.

ບົດບັນທຶກກ່ຽວກັບການຂົນສົ່ງທາງນໍ້າ ( ເຮືອບັກ ແລະເຮືອໂດຍສານ) ເຂົ້າ-ອອກ, ໂດຍການລົງນາມເຊັນຂອງ ທ່ານ ຈັນເພັງ ສາຍທຳມະວົງ ຫົວໜ້າຫ້ອງວ່າການແຂວງສາລະວັນ ກັບ ທ່ານ ວິລະໄຊ ປະເສີດໂສ ຫົວໜ້າສຳນັກງານ ຈັງຫວັດອຸບົນຣາຊະທານີ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືກ່ຽວກັບການຂົນສົ່ງທາງນໍ້າ ໃຫ້ສະດວກຍິ່ງຂຶ້ນບົນພື້ນຖານແຫ່ງການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມສະເໝີພາບ, ການຮັດແໜ້ນການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງ ລະຫວ່າງແຂວງສາລະວັນ ແລະຈັງຫວັດອຸບົນຣາຊະທານີ ເພື່ອທີ່ຈະພັດທະນາການຂົນສົ່ງສິນຄ້າ ແລະໂດຍສານທາງນໍ້າໃຫ້ເຊື່ອມໂຍງກັບການຂົນສົ່ງທຸກຮູບແບບໃຫ້ມີຄວາມສະດວກຍິ່ງຂຶ້ນໃນອະນາຄົດ, ພ້ອມນັ້ນທັງສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນໃນການຂົນສົ່ງທາງນໍ້າຄື: ທັງສອງຝ່າຍເຫັນດີໃຫ້ເປີດດຳເນີນກິດຈະການຂົນສົ່ງເຮືອຂ້າມນໍ້າຂອງຢູ່ຈຸດດ່ານຊາຍແດນສາກົນປາກຕາພານ ແລະຈຸດດ່ານຊາຍແດນຖາວອນບ້ານປາກແຊງ, ກຳນົດໃຫ້ມີທ່າເຮືອຮ່ວມກັນໂດຍການຮັບຮອງຢ່າງເປັນທາງການມີທ່າເຮືອ 2 ຈຸດຄື: ຈຸດທີ 1. ກວດກາເຮືອ ແລະສິນຄ້າ ແຂວງສາລະວັນ ແມ່ນຢູ່ຈຸດ (ທ່າຈອດເຮືອໂດຍສານບໍລິເວນທາງຂຶ້ນລົງຢູ່ຈຸດດ່ານກວດກາຄົນເຂົ້າ-ອອກເມືອງ), ຈັງຫວັດອຸບົນຣາຊະທານີ ແມ່ນຢູ່ຈຸດ (ທ່າຈອດເຮືອໂດຍສານ ຢູ່ຈຸດດ່ານກວດກາຄົນເຂົ້າ-ອອກເມືອງ).

ຈຸດທີ 2. ຈຸດກວດກາຄົນ, ສິນຄ້າ ແລະພາຫະນະ ແມ່ນຢູ່ຈຸດຈອດເຮືອບັກຈຸດດ່ານຊາຍແດນສາກົນປາກຕະພານ-ຈຸດຊາຍແດນຖາວອນປາກແຊງ ຂອງແຕ່ລະຝ່າຍ, ໂດຍເຫັນດີໃຫ້ແຕ່ລະຝ່າຍອຳນວຍຄວາມສະດວກໃນການແລ່ນເຮືອ ແລະຈອດທຽບທ່າຂອງແຕ່ລະຝ່າຍ, ເຮືອບັກ, ເຮືອໂດຍສານ ຕ້ອງເຂົ້າຈອດທຽບທ່າຕາມຈຸດທີ່ທັງສອງຝ່າຍກຳນົດ, ເຈົ້າໜ້າທີ່ຂອງລັດແຕ່ລະຝ່າຍ ມີໜ້າທີ່ອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການຂົນສົ່ງ ແລະ ເຈົ້າຂອງສິນຄ້າຂອງຜູ້ປະກອບການຂົນສົ່ງ ພາຍໃຕ້ລະບຽບຂອງແຕ່ລະໜ່ວຍງານ ເພື່ອເຮັດໃຫ້ການ ບໍລິການຂົນສົ່ງຜ່ານດ່ານຊາຍແດນສາກົນປາກຕາພານ – ດ່ານຊາຍແດນຖາວອນປາກແຊງ ໃຫ້ສາມາດດໍາເນີນການ ບໍລິການຂົນສົ່ງມີຄວາມສະດວກວ່ອງໄວທ່ວງທັນກັບເວລາ.

 2​ ຝ່າຍກໍານົດໃຫ້ມີການແຕ່ງຕັ້ງຄະນະກໍາມະການຮ່ວມກໍານົດແລວເດີນເຮືອບັກ ແລະ ເຮືອຂົນສົ່ງໂດຍສານ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ຕາຝັ່ງແມ່ນໍ້າຂອງ, ເຮືອບັກ ແລະ ເຮືອໂດຍສານແຕ່ລະລໍຳ ຕ້ອງມີປະກັນໄພ ແລະ ຮັກສາຄວາມປອດໄພຂອງຜູ້ໂດຍສານ, ພາຫະນະ, ພ້ອມດ້ວຍສິນຄ້າ ແລະ ການຮັກສາຄວາມສະຫງົບຮຽບຮ້ອຍ ຕາມລະບຽບກົດໝາຍຂອງແຕ່ລະປະເທດ, ພາຫະນະທີ່ເດີນທາງເຂົ້າ-ອອກ ຜ່ານດ່ານທັງສອງຝ່າຍເຫັນດີໃຫ້ປະຕິບັດຕາມສັນຍາຂົນສົ່ງທາງບົກ ຄັ້ງວັນທີ 5 ມີນາ 1999 ແລະ ອະນຸສັນຍາກຳນົດລະອຽດການຂົນສົ່ງທາງບົກ ຄັ້ງວັນທີ 17 ສິງຫາ 2001 ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ບາງກອກ.

ທີ່ມາ: ວິທະຍຸກະຈາຍແຫ່ງຊາດ

https://www.facebook.com/lnrlao/posts/pfbid02FQESGRJhm7FRm56EYiq9dNWU7uK9ktJt4VRVW8nhV7kqa2kY6eEB4Ha4Uw4rR2FBl