ບໍລິສັດ Xiaomi ຜູ້ຜະລິດອຸປະກອນ ເອເລັກໂຕນິກ ຫຍັກໃຫຍ່ຈາກປະເທດຈີນ ກາຍເປັນ ບໍລິສັດທີ່ເຮັດຍອດຂາຍແຊງ iPhone ຂຶ້ນເປັນຜູ້ຜະລີດ ໂທລະສັບມືຖື ອັນດັບ 2 ຂອງໂລກ ເປັນຮອງພຽງ Samsung.

ຕາມການລາຍງາຍຂອງ Nation Thailand, ເດືອນສິງຫາເປັນເດືອນທີ່ ຍອດຂາຍຂອງ iPhone ຕົກຕໍ່າທີ່ສຸດ ເນື່ອງຈາກກົນລະຍຸດຂອງ iPhone ມັກຈະເປີດໂຕ ຮຸ້ນໃໝ່ໃນເດືອນ ກັນຍາ ຫາ ຕຸລາ ເຮັດໃຫ້ຄົນຖ້າຊຶ້ຮຸ້ນໃໝ່ຂອງບໍລິສັດ ທີ່ກຳລັງຈະອອກມາ.

Xiaomi ເປັນໜຶ່ງຍີ່ຫໍ້ທີ່ເຕີບໂຕໄວທີ່ສຸດໃນເຄິ່ງທໍາອິດຂອງປີນີ້ ໂດຍມີການເຕີບໂຕທາງຍອດຂາຍເຖິງ 22% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.

Xiaomi ຍາດເອົາອັນດັບທີ 2 ເປັນສັນຍາລັກຂອງທ່າອ່ຽງທີ່ສຳຄັນໃນຕະຫຼາດ Smart Phone ໃນທົ່ວໂລກ. ໃນຂະນະທີ່ອຸປະກອນແຕ່ລະຍີ່ຫໍ້ ມີຄວາມໃກ້ຄຽງກັນ ທັງໃນດ້ານເຕັກໂນໂລຢີ ແລະ ລາຄາ, ເຮັດໃຫ້ການແຂ່ງຂັນນັບມື້ນຳສູງຂຶ້ນ.

ທີ່ມາ: The Nation Thailand

https://www.nationthailand.com/business/tech/40041681?fbclid=IwY2xjawFfPoRleHRuA2FlbQIxMAABHYe4_TsrlIdgSOXu5KQ6OH_JDm1uHUw9TvXF0JSoXFuQeceOAwAyKY3Mlw_aem_X2u1mdeuWtSdBr17dQ0W8w