ໃຜເຄີຍຄິດວ່າຕົວເອງແປກປະຫຼາດ ແຕກຕ່າງຈາກຄົນອື່ນບໍ່ ຫຼື ຄິດວ່າຄົນບາງຄົນຄືແຕກຕ່າງໝູ່ແທ້?

ງານວິໄຈຈາກ Yale University ເຜີຍວ່າ ມະນຸດທຸກຄົນນັ້ນແປກ ເພາະຄວາມຈິງແລ້ວບໍ່ມີຄຳວ່າ ”ປົກກະຕິ”

ເຮົາບໍ່ສາມາດລະບຸໄດ້ວ່າ ບຸກຄະລິກ ຫຼື ການສະແດງອອກແບບໃດປົກກະຕິ ຫຼື ຜິດປົກກະຕິ ເພາະຄວາມຫຼາກຫຼາຍຂອງຈິດໃຈຄົນເຮົາມີຫຼາຍກວ່າສອງດ້ານ.

ນັກຈິດຕະວິທະຍາສະຫຼຸບວ່າ: ສະໝອງຂອງຄົນເຮົາບໍ່ໄດ້ມີຮູບແບບຄວາມຄິດທີ່ເປັນສາກົນຄືກັນໝົດໂລກນີ້ ເພາະສະໝອງ ແລະ ຈິດໃຈຂອງຄົນເຮົາມີການປ່ຽນແປງຢູ່ຕະຫຼອດເວລາ.

ບາງຄັ້ງເຮົາກໍມີ “ພຶດຕິກຳບາງຢ່າງ” ທີ່ເກີດຂຶ້ນຈາກການປ່ຽນແປງທີ່ດີແດ່ ບໍ່ດີແດ່. ແຕ່ກໍບໍ່ແມ່ນຄວາມແຕກຕ່າງ ທີ່ຜິດປົກກະຕິ ເພາະສຸດທ້າຍສະໝອງຂອງເຮົາກໍມີການປ່ຽນແປງໄປຢູ່ເລື້ອຍໆ ຈຶ່ງບໍ່ສາມາດບອກໄດ້ວ່າ ແມ່ນຫຍັງຄື “ຄວາມປົກກະຕິ” ຂອງຈິດໃຈມະນຸດ.

ນັກຈິດຕະວິທະຍາປຽບທຽບຈິດໃຈຂອງຄົນເຮົາກັບງອຍປາກນົກ ຫຼາຍຫຼາກຮູບແບບ ເພາະນົກມີວິວັດທະນາການ ຄືກັບສະໝອງຂອງຄົນ ເຊິ່ງຄວາມຖືກຕ້ອງ ແລະ ຄວາມເໝາະສົມ ເປັນເລື່ອງຂອງປັດໄຈອ້ອມຂ້າງເຊັ່ນ: ສັງຄົມ ວັດທະນະທຳ ຫຼາຍກວ່າຄວາມປົກກະຕິ ແລະ ບໍ່ປົກກະຕິ.

ສິ່ງທີ່ສຳຄັນທີ່ສຸດຄື “ສຸຂະພາບຈິດຂອງເຮົາ” ຈາກພຶດຕິກຳ ແລະ ຄວາມຄິດຂອງເຮົາບາງຄົນອາດຄິດວ່າການເວົ້າຄົນດຽວແປກ ແຕ່ຖ້າມັນເຮັດໃຫ້ເຮົາສາະບາຍໃຈ ຫຼື ຮູ້ສຶກດີຂຶ້ນກາເຮັດໂລດບໍ່ໄດ້ແປກເລີຍ.

ສາເຫດທີ່ເຮົາຢ້ານຄວາມແຕກຕ່າງອາດມາຈາກການປຽບທຽບຕົວເອງກັບຄົນອື່ນ ຫຼື ເປັນສິ່ງທີ່ຄົນໃນສັງຄົມສ່ວນຫຼາຍບໍ່ເຮັດ, ຄິດວ່າມັນແຕກຕ່າງຖ້າເປັນແບບນັ້ນແລ້ວ ຢ້ານບໍ່ຖືກຍອມຮັບ, ບໍ່ເປັນພວກດຽວກັນ ແລະ ທີ່ຮ້າຍແຮງໄປກວ່ານັ້ນຄື ຕັດສິນຄົນອື່ນວ່າຜູ້ນີ້ແປກບໍ່ຢາກຮູ້ຈັກ ຫຼື ບໍ່ຢາກເຂົ້າໃກ້ ອາດເປັນການສ້າງບາດແຜໃນໃຈຕົວເອງ ຫຼື ຄົນອື່ນໄດ້.

ຖ້າຫາກເຮົາເຂົ້າໃຈວ່າ ໃນໂລກນີ້ອາດຈະບໍ່ມີສິ່ງທີ່ແປກ ຫຼື ແຕກຕ່າງ. ຄວາມຈິງແລ້ວທຸກຄົນລ້ວນແຕກຕ່າງ ແລະ ບໍ່ປົກກະຕິ ເຮົາຕ້ອງຍອມຮັບຄວາມແຕກຕ່າງຂອງກັນ ແລະ ກັນຢູ່ຮ່ວມກັນຢ່າງມີຄວາມສຸກ.

https://www.facebook.com/moody.lives/photos/a.104946084958802/166620448791365/?type=3&mibextid=WC7FNe