ບໍລິສັດ ເຄພີ ຈຳກັດ ແລະ ບໍລິສັດ ເອສຊີຈີ ອິນເຕີເນຊັ່ນແນວ (SCG International Corporation Co., Ltd) ໄດ້ຮ່ວມມືກັນບຸກຕະຫຼາດເຄື່ອງຈັກກະສິກໍາໃນ ສປປ ລາວ ເຊິ່ງມີມູນຄ່າຕະຫຼາດ 1,540 ຕື້ກີບ ດ້ວຍຜະລິດຕະພັນລົດຊິ່ງ A+ grow.

ເມື່ອບໍ່ດົນມານີ້, ບໍລິສັດ ເຄພີ ຈໍາກັດ ໄດ້ລົງນາມເຊັນບົດບັນທຶກຄວາມຮ່ວມມື ກັບ ບໍລິສັດ ເອສຊີຈີ ອິນເຕີເນຊັນແນວ ໂດຍມີ ທ່ານ ປະສາດໄຊ ພິລາພັນເດຊ ປະທານບໍລິສັດ ເຄພີ ຈຳກັດ, ທ່ານຢາສຸໂອະ ພິລາພັນເດຊ ຮອງປະທານຜູ້ອາວຸໂສ ບໍລິສັດ ເຄພີ ຈຳກັດ ແລະ ທ່ານ ຍົງຍົດ ຜົນທະນາວັດ ຜູ້ບໍລິຫານການຈັດການການສະຫນອງສິນຄ້າ ແລະ ອຸປະກອນໃນບັນດາປະເທດອາຊຽນ ຂອງ ບໍລິສັດ ເອັສຊີຈີ ອິນເຕີເນຊັນແນວໄດ້ໃຫ້ກຽດຮ່ວມລົງນາມ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມຮ່ວມມືໃນຄັ້ງນີ້ເພື່ອເປັນການແຕ່ງຕັ້ງໃຫ້ບໍລິສັດເຄພີເປັນຕົວແທນຈຳຫນ່າຍລົດຂົນສົ່ງສິນຄ້າກະສິກໍາພາຍໃຕ້ ຍີ່ຫໍ້ A+ grow ໃນປະເທດລາວຢ່າງເປັນທາງການ.

ການຮ່ວມມືຄັ້ງນີ້ ທັງສອງບໍລິສັດໄດ້ແນມເຫັນໂອກາດທາງທຸລະກິດໃນຕະຫຼາດລົດຂົນສົ່ງສິນຄ້າກະສິກໍາໃນ ສປປ ລາວ ເຊິ່ງອາດມີມູນຄ່າເຖິງ 1,540 ຕື້ກີບ, ສຳລັບຕະຫຼາດສິນຄ້າກົນຈັກກະສິກໍາເປັນຕະຫຼາດໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍໂຕຫຼາຍໃນໄລຍະຜ່ານມາ, ຖ້າທຽບກັບບັນດາປະເທດໃນອາຊຽນ.

ໂດຍ SCG International ຈະນຳເຂົ້າຜະລິດຕະພັນລົດຊິ່ງ ແລະ ອຸປະກອນພ່ວງ ເຊັ່ນ: ຈານໄຖ, ຢາງລົດໄຖ ເພື່ອມາຈຳໜ່າຍໃນຕະຫຼາດລາວ ໂດຍແນໃສ່ເພື່ອຊຸກຍູ້ໃຫ້ກະສິກໍາ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນຍ້ອນສາມາດຂົນສົ່ງສິນຄ້າກະສິກຳໄດ້ສະດວກສະບາຍຂຶ້ນໃນເຂດພູພຽງ ແລະ ພູສູງ.

ທ່ານ ຍົງຍົດ ຜົນທະນາວັດ ກໍໄດ້ປະກອບຄຳຄິດຄຳເຫັນຕື່ມອີກວ່າ: “ບໍລິສັດ ເອັດສຊີຈີ ອິນເຕີເນຊັນແນວ (SCG International Corporation Co., Ltd) ມີແຜນຂະຫຍາຍທຸລະກິດສິນຄ້າລົດຍົນກະສິກຳໃນຕະຫຼາດອາຊຽນເຊິ່ງເລີ່ມຕົ້ນຈາກການຮ່ວມມືກັນໂດຍອາໄສຄວາມຊ່ຽວຊານທາງດ້ານການຜະລິດອຸປະກອນກະສິກຳຂອງບໍລິສັດ ແລະ ປະສົບການໃນທຸລະກິດຈຳໜ່າຍສິນຄ້າ ຂອງ ບໍລິສັດເຄພີ ເພື່ອສ້າງສິນຄ້າລົດຊິ່ງຍິຫໍ້ A+ grow ມາຈໍາໜ່າຍໃນລາວ”.

ຂໍ້ມູນ: ໂທລະໂຄ່ງ