ການຂາດເຂີນນໍ້າມັນເຊື້ອໄຟເກີດຂຶ້ນຢ່າງແຜ່ຫຼາຍໃນທົ່ວປະເທດມຽນມາ, ລວມທັງເມືອງທີ່ແອອັດຂອງປະເທດ, ນະຄອນຢາງກຸ້ງ, ດ້ວຍສະຖານະການເພີ່ມຂຶ້ນຢ່າງຫຼວງຫຼາຍໃນອາທິດນີ້.

ໂດຍຕາມຂ່າວຈາກສື່ໃນທ້ອງຖິ່ນ ຍານພາຫານະໄດ້ຕັ້ງຄິວຍາວເປັນກິໂລແມັດຢູ່ສະຖານີນໍ້າມັນເຊື້ອໄຟໃນທົ່ວປະເທດ, ແມ່ນແຕ່ຢູ່ໃນເມືອງໃຫຍ່ເຊັ່ນ: ຢາງກຸ້ງ, ມັນດາລາ, ນະຄອນຫຼວງເນປີດໍ ແລະ ມົລມະນີ.

ໂດຍປະຊາຊົນໂດຍບາງຄົນໄດ້ເລົ່າຄືນວ່າເຂົາເຈົ້າຕ້ອງໄດ້ລໍຖ້າຕໍ່ແຖວເປັນເວລາ 2 ຄືນ ເພື່ອຊື້ເຊື້ອໄຟຕ່າງໆລວມມູນຄ່າ 50,000 kyats ຫຼື ປະມານ 330.000 ກີບ.

ເງິນ ທ້ອງຖິ່ນຂອງມຽນມາໄດ້ອ່ອນເມື່ອທຽບໃສ່ເງິນໂດລານັບແຕ່ທະຫານໄດ້ຍຶດອຳນາດໃນປີ 2021, ໄດ້ກະທົບເຖິງຄວາມສາມາດຂອງຜູ້ນຳເຂົ້າໃນການຊຳລະຄ່າຂົນສົ່ງນ້ຳມັນ.

ປະຊາຊົນ 8 ລ້ານຄົນຂອງນະຄອນຢາງກຸ້ງປະສົບກັບການຂາດເຂີນນ້ຳມັນເຊື້ອໄຟເປັນປະຈຳ ເຊິ່ງສົ່ງຜົນກະທົບຕໍ່ບັນດາວິສາຫະກິດ ແລະ ໂຮງໝໍທີ່ອາໄສເຄື່ອງຜະລິດໄຟຟ້າ ເຊິ່ງຕ້ອງປະເຊີນກັບ ໄຟຟ້າດັບເປັນປະຈຳ.

ການຂາດແຄນນໍ້າມັນເຊື້ອໄຟຍັງສົ່ງຜົນກະທົບຕໍ່ຜູ້ຂາຍອອນລາຍ, ບັງຄັບໃຫ້ຫຼາຍໆຄົນຢຸດເຊົາການດໍາເນີນການເນື່ອງຈາກບໍ່ສາມາດຈັດສົ່ງສິນຄ້າໄດ້.

ເພື່ອຕອບສະໜອງວິກິດການດັ່ງກ່າວ, ທະນາຄານກາງມຽນມາທີ່ໄດ້ປະກາດໃນວັນທີ 14 ສິງຫານີ້ວ່າ, ຕົນມີແຜນຈະສະໜອງ 100 ລ້ານໂດລາໃຫ້ແກ່ບໍລິສັດນ້ຳມັນເຊື້ອໄຟ. ຢ່າງໃດກໍ່ຕາມ, ບໍ່ມີການໃຫ້ລາຍລະອຽດກ່ຽວກັບໄລຍະເວລາຫຼືແບບຟອມຂອງການສະໜັບສະໜູນນີ້.

ຮູບພາບ: Know Shan State

ຂໍ້ມູນ: alarabiya, The Irrawaddy