ໂຄງການໄຟຟ້າພະລັງງານລົມຢູ່ ເຊກອງ ແລະ ອັດຕະປື  Monsoon Wind Farm ກຽມເປີດນໍາໃຊ້ປີ 2025 ສົ່ງຂາຍໄຟຟ້າຫວຽດນາມ.

ອີງຕາມການລາຍງານຂອງ ສື່ໃນທ້ອງຖິ່ນ, ເມື່ອບໍ່ດົນມານີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະນໍາຂັ້ນແຂວງ ແລະ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການໄຟຟ້າພະລັງງານລົມ ຂອງບໍລິສັດມອບຊູນວິນພາວເວີ້ ຢູ່ເມືອງດາກຈຶງ ໂດຍມີທ່ານ ຊາຄິດ ດວງໃຈ ຜູ້ຈັດການດ້ານສັງຄົມ ບໍລິສັດມອນຊູນວິນພາວເວີ້, ຜູ້ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຊາຄິດ ດວງໃຈ ໄດ້ລາຍງານ ກ່ຽວກັບການດໍາເນີນໂຄງ ການດັ່ງກ່າວ ວ່າ: ໂຄງການພັດທະນາໄຟຟ້າພະລັງງານລົມ ມອນຊູນວິນພາວເວີ້ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ມີເສົາກັງຫັນລົມທັງໝົດ 133 ຕົ້ນ, ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ.

ໂຄງການນີ້, ມີຄ່າການກໍ່ສ້າງທັງໝົດ 900 ລ້ານກວ່າໂດລາສະຫະລັດ ໂດຍໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນເມສາ 2023 ມາຮອດປະຈຸບັນ ສໍາເລັດແລ້ວ 81,71% ຄາດຄະເນຈະໃຫ້ສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນປີ 2025. ເສົາກັງຫັນ ລົມແຕ່ລະຕົ້ນ ແມ່ນຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນຄົງ, ກວ້າງປະມານ 22 ແມັດ, ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 83,5 ແມັດ, ຢູ່ເທິງສຸດ ຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ຫຼາຍກວ່າ 100 ໂຕນ ແຕ່ລະເສົາສາມາດຜະລິດກະແສໄຟຟ້າໄດ້ 4,51 ເມກາວັດ.

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍ ແລະ ຊີ້ນໍາບໍລິສັດ ຜູ້ພັດທະນາໂຄງ ການ ແລະ ຜູ້ຮັບເໝົາກໍ່ສ້າງໂຄງການ ຈົ່ງສືບຕໍ່ປະຕິບັດບັນດາກິດຈະກໍາຕ່າງໆຂອງໂຄງການໃຫ້ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຄວາມປອດໄພ, ຖືກຕ້ອງຕາມລະບຽບກົດໝາຍ, ປຸກລະດົມປະຊາຊົນໃນທ້ອງຖິ່ນໃຫ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມພັດທະນາໂຄງການ.

ໂຄງການໄຟຟ້າພະລັງງານລົມ ຢູ່ເຂດເມືອງລະມາມ ແລະ ເມືອງດາກຈຶງ ປະກອບມີສອງໂຄງການ ຄື: ໂຄງການມອນຊູນວິນຟາມ (Monsoon Wind Farm) ຂະໜາດ 600 ເມກາວັດ ແລະ ໂຄງການ Sekong Wind Farm ຂະໜາດ 1.000 ເມກາວັດ ຢູ່ໃນຂອບເຂດດຽວກັນ. ປັດຈຸບັນ ໄດ້ມີການລົງນາມໃນສັນຍາວ່າດ້ວຍການຊື້-ຂາຍໄຟຟ້າ ຮ່ວມກັບການໄຟຟ້າແຫ່ງ ສສ ຫວຽດນາມ ແລ້ວ.

ໂຄງການດັ່ງກ່າວ, ເປັນໂຄງການຍຸດທະສາດສໍາຄັນຂອງພັກ-ລັດຖະບານ ກໍຄືແຂວງເຊກອງ, ເປັນໂຄງການໄຟຟ້າພະລັງລົມແຫ່ງທໍາອິດຂອງປະເທດລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້.

ທີ່ມາ: ຂ່າວ ເຊກອງ – ເຈົ້າແຂວງເຊກອງ… | Facebook