ລັດຖະບານ​ໄທ​ຕ້ອງການ​ຈຳກັດ​ການ​ຂາຍ​​ສິນຄ້າລາຄາຖືກ​ຈາກຈີນ ​ທາງ​ອິນ​ເຕີ​ແນັດ​ເພື່ອ​ປົກ​ປ້ອງ​ທຸລະ​ກິດ​ພາຍ​ໃນ​ປະ​ເທດ​ທີ່​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ອຸດ​ໜູນ​ ປົກປ້ອງ ຈາກພາກລັດໃຫ້ຫຼາຍຂຶ້ນ.

ລັດຖະບານໄທ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ໜ່ວຍງານຕ່າງໆ ​ນຳໃຊ້ມາດຕະການຕ່າງໆເພື່ອ​ຢຸດຕິ​ການ​ນຳ​ເຂົ້າ​ທີ່​ໜ້າ​ສົງ​ໄສ, ​ໃນ​ນັ້ນ​ມີ​ການ​ກວດກາ​ການ​ອອກ​ໃບ​ອະນຸຍາດ ​ແລະ ການ​ຂຶ້ນ​ທະບຽນ​ຢ່າງ​ເຂັ້ມ​ງວດ, ການ​ຊຳລະ​ເງິນ ​ແລະ ການ​ຄວບ​ຄຸມ​ຄຸນ​ນະພາ​ບ.

ກ່ອນໜ້ານີ້, ລັດຖະບານໄດ້ຂະຫຍາຍການເກັບພາສີມູນຄ່າເພີ່ມ 7% ເພື່ອລວມເອົາສິນຄ້ານໍາເຂົ້າທັງໝົດທີ່ມີລາຄາຕໍ່າກວ່າ 1,500 ບາດ ($42.91), ເຊິ່ງກ່ອນໜ້ານີ້ໄດ້ຮັບການຍົກເວັ້ນ.

ກະ​ຊວງ​ການ​ຄ້າ​ໄທ​ມີ​ແຜນ​ທີ່​ຈະ​ຈຳ​ກັດ​ປະ​ລິ​ມານ ​ແລະ ​ມູນ​ຄ່າ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ທາງ​ອອນ​ລາຍ​ປະ​ຈຳ​ປີ. ທ່ານ​ ໄຊ ວັດຊະລົງ ໂຄສົກ ລັດຖະບານໄທ ກ່າວ​ ​ວ່າ “ມີ​ການ​ໄຫຼ​ເຂົ້າ​ຂອງ​ຜະ​ລິດ​ຕະ​ພັນ​ນໍາ​ເຂົ້າ​ທາງ​ອອນ​ລາຍໃນ​ລະ​ດັບ​ທີ່​ສູງ​ຜິດ​ປົກ​ກະ​ຕິ​ ເຊິ່ງມັນໄດ້ກະທົບຕໍ່ຜູ້ຜະລິດທ້ອງຖິ່ນຂອງພວກເຮົາຢ່າງຮຸນແຮງ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍແລະຂະໜາດກາງ, ພວກເຮົາບໍ່ພໍໃຈກັບເລື່ອງນີ້.”

ການໄຫຼເຂົ້າຂອງສິນຄ້າຂອງຈີນໄດ້ເພີ່ມຄວາມທ້າທາຍທີ່ກໍາລັງປະເຊີນກັບເສດຖະກິດຂອງປະເທດໄທ. ການຂະຫຍາຍຕົວທີ່ບັນທຶກໄວ້ພຽງແຕ່ 1.5% ໃນໄຕມາດທໍາອິດ ແລະ ມີການປິດໂຮງງານເກືອບ 2,000 ໂຮງງານໃນປີທີ່ຜ່ານມາ.

ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ພວມ​ຮຽກຮ້ອງ​ໃຫ້​ມີ​ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກ​ລັດຖະບານ​ທີ່ສູງ​ຂຶ້ນ​ເພື່ອ​ຊ່ວຍ​ຊຸກຍູ້​ການ​ຜະລິດ​ຢູ່​ທ້ອງ​ຖິ່ນ.

ທ່ານ ກຽງໄກ ທຽນນູກຸນ ປະທານສະຫະພັນອຸດສາຫະກໍາໄທ ກ່າວວ່າ: ປັດຈຸບັນບໍລິສັດທີ່ຜະລິດໃນປະເທດໄທ ແລະ ເຂົ້າຮ່ວມການປະມູນການຈັດຊື້ຂອງລັດໄດ້ຮັບເງິນອຸດຫນູນ 5% ໃນປະຈຸບັນ, ເຮັດໃຫ້ພວກເຂົາມີຄວາມໄດ້ປຽບເລັກນ້ອຍກວ່າບໍລິສັດຕ່າງປະເທດ, ແຕ່ບໍ່ພຽງພໍທີ່ຈະສ້າງຄວາມແຕກຕ່າງ.

ທ່ານ ກຽງໄກ ກ່າວຕໍ່ວ່າ: “ພວກເຮົາຈໍາເປັນຕ້ອງໄດ້ປັບຂຶ້ນຊົ່ວຄາວ ໃນໄລຍະ 2-3 ປີຈາກ 5% ເປັນ 20% ນີ້ຈະເປັນເຮັດໃຫ້ມີເງິນທີ່ແທ້ຈິງທີ່ໄຫຼວຽນຢູ່ໃນລະບົບທີ່ສາມາດຊຸກຍູ້ເສດຖະກິດຢ່າງຫຼວງຫຼາຍ.”

ລັດ​ຖະ​ບານ​ຕ້ອງ​ປົກ​ປັກ​ຮັກ​ສາ​ທຸ​ລະ​ກິດ​ທ້ອງ​ຖິ່ນ​ໃຫ້​ດີ​ຂຶ້ນ​ໃນ​ໄລ​ຍະ​ຍາວ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ເຈົ້າ​ຈະ​ຢູ່ບໍ່​ລອດ ຈາກ ຄື້ນ​ຊູ​ນາ​ມິ ຂອງ​ສິນ​ຄ້າ​ລາ​ຄາ​ຖືກ​ຈາກ​ຈີນ, ທ່ານ ກຽງໄກ ກ່າວ.

ມາ​ຮອດ​ເດືອນ​ມິຖຸນາ​ປີ​ນີ້, ມີ 660 ກວ່າ​ໂຮງງານ, ຕົ້ນຕໍ​ແມ່ນ​ຂະ​ແໜງ SME ​ໄດ້​ປິດ​ຕົວ​ຢູ່​ໄທ, ​ເພີ່ມ​ຂຶ້ນ 86% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ທີ່ມາ: https://www.scmp.com/news/asia/southeast-asia/article/3274348/amid-tsunami-chinese-imports-dumping-fears-thailand-seeks-curb-online-sales