ປະຊາຊົນຊາວສິງກະໂປທີ່ມີຄຸນນະສົມບັດທີ່ເໝາະສົມ ຈະໄດ້ຮັບເງິນຊ່ວຍເຫຼືອ 200-400 ໂດລາສິງກະໂປ ຫຼື ປະມານ 152-304 ໂດລາສະຫະລັດ ໃນເດືອນໜ້າ, ເຊິ່ງເປັນສ່ວນໜຶ່ງຂອງມາດຕະການຊ່ວຍເຫຼືອຄ່າຄອງຊີວິດທີ່ເພີ່ມສູງຂຶ້ນຂອງລັດຖະບານສິງກະໂປ.

ໂດຍອີງຕາມການລາຍງານຂອງ Vnexpress, ໂຄງການນີ້ຈະຄອບຄຸມຊາວສິງກະໂປອາຍຸ 21 ປີຂຶ້ນໄປ ຈໍານວນກວ່າ 2.4 ລ້ານຄົນ ໃນປີ 2024 ແລະ ສາມາດໃຊ້ໄດ້ກັບຜູ້ທີ່ມີລາຍຮັບທີ່ຕ້ອງເສຍພາສີບໍ່ເກີນ 100,000 ໂດລາສິງກະໂປ.

ກະຊວງການເງິນ ສິງກະໂປ ປະກາດຕື່ມວ່າ ຜູ້ທີ່ເປັນເຈົ້າຂອງອະສັງຫາລິມະຊັບຫຼາຍກວ່າໜຶ່ງແຫ່ງຈະບໍ່ມີສິດຮັບເງິນຊ່ວຍເຫຼືອນີ້.

ຜູ້ມີສິດຮັບເງິນຊ່ວຍເຫຼືອຈະໄດ້ຮັບການແຈ້ງເຕືອນຜ່ານແອັບ Singpass ໃນເດືອນກັນຍາ.

ນາຍົກລັດຖະມົນຕີສິງກະໂປ ແລະ ລັດຖະມົນຕີກະຊວງການເງິນ ທ່ານ Lawrence Wong ໄດ້ປະກາດມາດຕະການຊ່ວຍເຫຼືອຄ່າຄອງຊີວິດພິເສດນີ້ໃນງົບປະມານປີ 2024 ເມື່ອເດືອນກຸມພາ ທີ່່ຜ່ານມາ.

ເພື່ອປ້ອງກັນການຫຼອກລວງ ກະຊວງການເງິນກ່າວວ່າ ຈະສົ່ງຂໍ້ຄວາມ SMS ແຈ້ງເຕືອນຜົນປະໂຫຍດໃຫ້ແກ່ປະຊາຊົນ ປະຊາຊົນບໍ່ຕ້ອງຕອບກັບ SMS ກົດລິ້ງ ຫຼື ໃຫ້ຂໍ້ມູນໃດໆກັບຜູ້ສົ່ງ.

ທີ່ມາ: https://e.vnexpress.net/news/business/economy/singaporeans-to-receive-us-300-in-cost-of-living-support-next-month-4781483.html