ອົງການສະຫະປະຊາຊາດ (UN) ເປີດເຜີຍໃນວັນ 12 ສິງຫາ ຜ່ານມາວ່າ ອັດຕາການວ່າງງານຂອງເຍົາວະຊົນທົ່ວໂລກຢູ່ໃນລະດັບຕໍ່າທີ່ສຸດໃນຮອບ 15 ປີ ທ່າມກາງສະຖານະການ ໃນພາກພື້ນຕ່າງໆຍັງບໍ່ຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ຫ້ອງການແຮງງານຂອງ UN ລະບຸວ່າ: ຈຳນວນຄົນອາຍຸລະຫວ່າງ 15-24 ປີ ທີ່ບໍ່ໄດ້ເຮັດວຽກ, ບໍ່ໄດ້ສຶກສາ ຫຼື ຝຶກອົບຮົມ ເລື່ອງທີ່ໜ້າເປັນຫ່ວງ ແລະ ການຟື້ນຕົວຫຼັງຈາກການລະບາດຂອງພະຍາດໂຄວິດ-19 ນັ້ນ ຍັງບໍ່ເກີດຂຶ້ນໃນທຸກພາກພື້ນ.

ອົງການແຮງງານລະຫວ່າງປະເທດ (ILO) ລະບຸວ່າ: ຄົນໄວໜຸ່ມສາວໃນບາງພາກພື້ນ ແລະ ແມ່ຍິງຈຳນວນຫຼາຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກການຟື້ນຕົວທາງເສດຖະກິດ.

ILO ກ່າວວ່າ: ຈຳນວນຄົນໄວໜຸ່ມສາວທີ່ວ່າງງານທົ່ວໂລກ ໃນປີ 2023 ມີຈໍານວນ 64,9 ລ້ານຄົນ ຊຶ່ງຖືວ່າເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ປີ 2000, ສ່ວນອັດຕາການວ່າງງານຂອງເຍົາວະຊົນໃນປີ 2023 ຢູ່ທີ່ 13% ຊຶ່ງຖືເປັນລະດັບຕໍ່າສຸດໃນຮອບ 15 ປີ ແລະ ຫຼຸດລົງຈາກອັດຕາກ່ອນການລະບາດ 13,8% ໃນປີ 2019. ILO ກ່າວຕື່ມວ່າ: ອັດຕາການວ່າງງານຈະຫຼຸດລົງເຫຼືອ 12,8% ໃນປີ 2024 ແລະ ປີ 2025.

ເຖິງຢ່າງໃດກໍຕາມ, ພາບລວມຂອງອັດຕາການວ່າງງານບໍ່ຄືກັນໃນແຕ່ລະພາກພື້ນ ໂດຍປະເທດແຖວອາຣັບ ແລະ ອາຊີຕາເວັນອອກ ລວມເຖິງອາຊີຕາວັນອອກສ່ຽງໃຕ້ ແລະ ປາຊີຟິກ ນັ້ນ ອັດຕາການວ່າງງານຂອງເຍົາວະຊົນສູງຂຶ້ນໃນປີ 2023 ເມື່ອທຽບກັບປີ 2019.

ທີ່ມາ: https://hrsea.economictimes.indiatimes.com/news/industry/global-youth-unemployment-hits-15-year-low-says-united-nations/112461103#:~:text=Global%20youth%20unemployment%20has%20reached,the%20turn%20of%20the%20millennium