ໜູທົດລອງບໍ່ໄດ້ໂງ່! ເປີດເຜີຍພຶດຕິກຳທີ່ສະຫຼາດຂອງໜູ ໃນຂະນະທີ່ເຮົາທົດລອງມັນ ມັນກໍທົດລອງເຮົາເຊັ່ນກັນ


ເປັນເວລາດົນນານທີ່ພວກເຮົາຮູ້ວ່າໜູສາມາດຖືກເຝິກໃຫ້ເຮັດສິ່ງຕ່າງໆໄດ້ຢ່າງງ່າຍດາຍເພື່ອແລກປ່ຽນກັບຮາງວັນທີ່ມັນໄດ້ຮັບ, ໂດຍການນຳເອົາອາຫານຄຳນ້ອຍໆມາຫຼອກລໍ້ໜູທີ່ຫິວໂຫຍ ຫຼື ນ້ຳພຽງຢົດດຽວສຳລັບໜູທີ່ກະຫາຍ.

ເຮົາສາມາດສົ່ງສັນຍານໃຫ້ມັນຍ່າງຜ່ານເຂົາວົງກົດ ຫຼື ກົດປຸ່ມສັນຍານ. ແຕ່ບາງຄັ້ງໜູກໍບໍ່ປະຕິບັດຕາມທີ່ຄາດໄວ້. ໃນຫຼາຍໆຄັ້ງນັກຄົ້ນຄວ້າມັກຈະແນມວ່າພຶດຕິກຳເຫຼົ່ານີ້ ວ່າເປັນພຽງຄວາມຜິດພາດງ່າຍໆ ທີ່ເກີດຈາກຄວາມບໍ່ໃສ່ໃຈ ຫຼື ບໍ່ສົນໃຈຂອງໜູ.

ແຕ່ການສຶກສາທີ່ຕີພິມໃນວັນທີ 26 ເດືອນເມສາໃນວາລະສານ Current Biology ທີ່ຊີ້ໃຫ້ເຫັນວ່າມີຫຍັງທີ່ຫຼາຍກວ່ານັ້ນ. ໜູສາມາດເຂົ້າໃຈກົດລະບຽບຂອງວຽກງານ ແລະ ຍັງຄົງມີພຶດຕິກຳທີ່ບ່ຽງເບນໄປຈາກກົດລະບຽບນັ້ນ. ເຊິ່ງໃນບາງເທື່ອກໍອາດຈະເພື່ອທົດສອບສົມມຸດຖານຂອງຕົວມັນເອງ ແລະ ພະຍາຍາມຮຽນຮູ້ເພີ່ມເຕີມກ່ຽວກັບສິ່ງອ້ອມຕົວ.

“ໜູເຫຼົ່ານີ້ຄວາມຄິດພາຍໃນທີ່ຊັບຊ້ອນກວ່າທີ່ພວກເຮົາຄິດ. ພວກມັນບໍ່ພຽງແຕ່ເປັນເຄື່ອງຈັກທີ່ຕອບສະໜອງຕໍ່ການກະຕຸ້ນ, ພວກມັນອາດເຊື່ອງກົນລະຍຸດທະສາດບາງຢ່າງໄວ້”

  • ຕັດສິນໃຈໝຸນວົງລໍ້

ການຄົ້ນຄວ້ານີ້ຕໍ່ຍອດຈາກການຄົ້ນຄວ້າທີ່ຜ່ານມາ ທີ່ທົດສອບໜູໃນວຽກງານແບບງ່າຍໆ ແລະ ເພີ່ມລະດັບຄວາມຊັບຊ້ອນດ້ວຍການທົດສອບແບບສອງຕົວເລືອກເພື່ອວິເຄາະແຮງຈູງໃຈຂອງໜູ.

Kuchibhotla ແລະ Ziyi Zhu, ຜູ້ນໍາຂອງການສຶກສາຄົ້ນຄວ້າ ເຊິ່ງເປັນນັກສຶກສາປະລິນຍາເອກດ້ານປະສາດວິທະຍາ (Neuroscience) ກ່າວວ່າ:

“ພວກເຮົາໄດ້ເຝິກໜູທີ່ກະຫາຍນ້ຳ ເຊິ່ງຖືກຂັງຢູ່ໃນວົງລໍ້ທີ່ຕ້ອງແລ່ນໄປຕາມທິດທາງສຽງທີ່ສົ່ງສັນຍານໃຫ້. ຖ້າຫາກໜູແລ່ນໄປຕາມສຽງສັນຍານທີ່ສົ່ງໃຫ້ຢ່າງຖືກຕ້ອງ ມັນກໍຈະໄດ້ຮັບນ້ຳໃສ່ຖ້ວຍນ້ອຍໆເປັນຮາງວັນ, ແຕ່ຖ້າມັນບໍ່ແລ່ນເລີຍ ຫຼື ແລ່ນໄປທາງອີກທາງທີ່ສົ່ງສັນຍານ ມັນກໍຈະບໍ່ໄດ້ຮັບຮາງວັນໃດໆ” 

  • ພຶດຕິກຳທີ່ເບນບ່ຽງ

ຕະຫຼອດຫຼາຍພັນຄັ້ງທີ່ໄດ້ເຮັດການທົດລອງກັບໜູ 13 ໂຕ, ນັກຄົ້ນຄວ້າກໍພົບສິ່ງທີ່ໜ້າສົນໃຈຄື ສຳລັບໜູທີ່ຮູ້ເລື່ອງແລ້ວ ແບບທີ່ເຮັດຕາມຄຳສັ່ງໄດ້ 100%, ເອົາໄປເອົາມາກັບບໍ່ເຮັດຕາມຄຳສັ່ງແບບດື້ໆ ຫຼື ເວົ້າໃຫ້ເຂົ້າໃຈງ່າຍໆກໍຄື ເຮັດຕາມຄຳສັ່ງແນ່ ບໍ່ເຮັດແນ່. ເຊິ່ງນັກຄົ້ນຄວ້າກໍໄດ້ໃຫ້ຮາງວັນມັນພຽງແຕ່ຕອນທີ່ປະຕິບັດຖືກຕ້ອງຕາມຄຳສັ່ງເທົ່ານັ້ນ, ເຮັດໃຫ້ນັກຄົ້ນຄວ້າຮູ້ສຶກມຶນງົງກັບພຶດຕິກຳຂອງມັນ ເພາະຄິດວ່າພວກມັນເຂົ້າໃຈດີແລ້ວ.

  • ການທົດສອບສົມມຸດຖານ

ເພື່ອທຳຄວາມເຂົ້າໃຈກັບສິ່ງທີ່ເກີດໃນລະຫວ່າງ ເວລາເຫຼົ່ານີ້, Kuchibhotla ແລະ Zhu ໄດ້ເຮັດ “ການທົດລອງແບບສຸ່ມ” ເຊິ່ງພວກເຂົາກໍຢຸດໃຫ້ຮາງວັນແກ່ໜູຊົ່ວຄາວສໍາລັບການເຮັດຕາມຄຳສັ່ງທີ່ຖືກຕ້ອງ, ທັນໃດນັ້ນເອງ ຈາກທີ່ເຮັດຕາມຜິດໆ ຖືກໆ ໜູກໍເລີ່ມຕັ້ງໃຈຕອບສະໜອງຕໍ່ສັນຍານສຽງ ຊ້າຍ-ຂວາ ທີ່ສົ່ງໃຫ້ຢ່າງຖືກຕ້ອງຫຼາຍຂຶ້ນ.

ນີ້ອາດຈະເປັນຫຼັກຖານທີ່ວ່າໜູບໍ່ໄດ້ໂງ່. ຍິ່ງໄປກວ່ານັ້ນ, ມັນຍັງສະຫຼາດຫຼາຍ ແລະ ເຫດຜົນທີ່ມັນ “ຕັ້ງໃຈເຮັດຜິດ” ກໍເພື່ອ “ທົດລອງ” ເບິ່ງວ່າຖ້າເຮັດຜິດແລ້ວເກີດຫຍັງຂຶ້ນ.

ກໍຄືມັນເຂົ້າໃຈກົດເກນ 100 %, ແຕ່ມັນພຽງສົງໄສວ່າຈະເກີດຫຍັງຂຶ້ນຖ້າຫາກບໍ່ປະຕິບັດຕາມຄຳສັ່ງ. ແລະໃນທາງກົງກັນຂ້າມ, ການທີ່ມັນກັບມາເຮັດຕາມກົດນັ້ນ ມັນກໍເຂົ້າໃຈວ່າຖ້າປະຕິບັດຕາມກົດ ມັນກໍຈະໄດ້ຮັບຮາງວັນ. ແລະ ມັນກໍສືບຕໍ່ເຮັດແບບນັ້ນ ເຖິງແມ່ນວ່ານັກຄົ້ນຄວ້າຈະບໍ່ໄດ້ໃຫ້ຮາງວັນອີກຕໍ່ໄປ.

ແລະນີ້ແມ່ນຂໍ້ພິສູດບາງປະການທີ່ວ່າ ຂະໜາດ “ໜູທົດລອງ” ມັນຍັງບໍ່ໄດ້ໂງ່. ໃນຂະນະທີ່ພວກເຮົາທົດລອງມັນ ມັນກໍທົດລອງພວກເຮົາເຊັ່ນກັນ.

ທີ່ມາ:

facebook

popsci

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/