ສະຫະລັດອາເມຣິກາ ກຽມອອກກົດລະບຽບ “ຫ້າມໃຊ້ມືຖືທີ່ໂຮງຮຽນ”


ໂຮງຮຽນຫຼາຍແຫ່ງໃນສະຫະລັດອາເມຣິກາ ໄດ້ກຽມອອກກົດລະບຽບຫ້າມເດັກນ້ອຍໃຊ້ມືຖືໃນໂຮງຮຽນ ຫຼັງຄູທົ່ວປະເທດກວ່າ 70% ໄດ້ອອກມາບອກວ່າ ເດັກນ້ອຍຫຼີ້ນແຕ່ໂທລະສັບບໍ່ສົນໃຈການຮຽນ ແລະ ຍັງມີຜົນວິໄຈວ່ານັກຮຽນຕິດມືຖືຈົນປ່ວຍທາງຈິດ ໂດຍກົດດັ່ງກ່າວຈະເລີ່ມທີ່ນະຄອນລອສແອນເຈລິສ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຜູ້ວ່າການລັດແຄລິຟໍເນຍປະກາດເມື່ອວັນອັງຄານທີ່ຜ່ານມາ ກຳລັງກຽມອອກກົດຫ້າມນັກຮຽນໃຊ້ໂທລະສັບມືຖືໃນໂຮງຮຽນ ໂດຍທົ່ວໄປໂທລະສັບເປັນບັນຫາຫຼັກໃນໂຮງຮຽນ ເພາະເດັກນ້ອຍເອົາແຕ່ກົ້ມໜ້າຢູ່ກັບມືຖືໝົດມື້ໝົດເວັນ ນອກຈາກນີ້ ຍັງມີງານວິໄຈທີ່ຢືນຢັນວ່າ ພົບເດັກນ້ອຍຊາວອາເມຣິກາປ່ວຍທາງຈິດ ເພາະເສບຕິດມືຖືເກີນໄປ.

ໂດຍກົດຫ້າມໃຊ້ໂທລະສັບໃນໂຮງຮຽນຈະນຳຮ່ອງບັງຄັບໃຊ້ໃນໂຮງຮຽນມັດທະຍົມທີ່ນະຄອນລອສແອນແຈລິສ ລັດແຄລິຟໍເນຍ ກ່ອນພາຍໃນລະດູໃບໄມ້ປົ່ງໃນປີໜ້າ ແລະ ຄາດວ່າຈະບັງຄັບໃຊ້ລັດອື່ນໆໃນອະນາຄົດ ຫຼັງຈາກການປະກາດທີ່ຖືກເຜີຍແຜ່ອອກກໍມີສຽງວິຈານຫຼາກຫຼາຍ ທັງມີຄົນເຫັນດີ ແລະ ບໍ່ເຫັນດີ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/