ໃຜເປັນຄົນໃຫ້ນິຍາມວ່າສິ່ງໃດເປັນເລື່ອງ “ປົກກະຕິ” ຫຼື “ບໍ່ປົກກະຕິ”? ແນ່ນອນວ່າໃນຊີວິດປະຈຳວັນຫຼາຍຄົນຄົງເຄີຍຮູ້ສຶກວ່າ “ເປັນຫຍັງພວກເຮົາຈຶ່ງລຶ້ງກັບເລື່ອງພວກນີ້ໄປແລ້ວ?” ໂດຍສະເພາະແມ່ນເລື່ອງທີ່ບໍ່ດີເຊັ່ນ: ການສັນຈອນຕິດຂັດ, ນໍ້າຖ້ວມ, ບັນຫາຄວາມສໍາພັນ, ການນອກໃຈ ແລະອື່ນໆ.
ປາກົດການນີ້ມີຄໍາອະທິບາຍທາງຈິດຕະວິທະຍາທີ່ໜ້າສົນໃຈ. ເຊິ່ງບົດຄວາມນີ້ຈະພາທ່ານໄປໄຂລະຫັດວ່າເປັນຫຍັງສະໝອງຂອງພວກເຮົາເຖິງປັບຕົວໃຫ້ເຂົ້າກັບສິ່ງເຫຼົ່ານີ້ຈົນມັນກາຍເປັນ “ເລື່ອງປົກກະຕິ” ໂດຍບໍ່ຮູ້ຕົວ.
ຂະບວນການແນວຄິດທີ່ເຮັດໃຫ້ເລື່ອງຕ່າງໆກາຍເປັນ “ເລື່ອງປົກກະຕິ”
- ຄວາມຖີ່: ສະໝອງຂອງເຮົາມີກົນໄກການຮຽນຮູ້ທີ່ບອກວ່າ “ຍິ່ງເຈົ້າເຮັດຫຼາຍເທົ່າໃດ, ມັນກໍຈະຍິ່ງຄຸ້ນເຄີຍ”.
ຍົກຕົວຢ່າງງ່າຍໆເຊັ່ນ: ເມື່ອເຮົາຕື່ນເຊົ້າເປັນປະຈໍາ, ແຕ່ມີບາງມື້ໜຶ່ງທີ່ເຮົາຕື່ນສວາຍ ຈະເຮັດໃຫ້ມີຄວາມຮູ້ສຶກຕື່ນຕົກໃຈ ແລະ ເກີດຄວາມກັງວົນ, ແຕ່ຖ້າເຫດການນີ້ບໍ່ໄດ້ເຮັດໃຫ້ເກີດອັນຕະລາຍໃດໆ. ສະໝອງຈະບັນທຶກວ່າສາມາດ “ຕື່ນສວາຍໄດ້”
- ການຫຼຸດຄວາມຮູ້ສຶກ: ເມື່ອປະເຊີນກັບສິ່ງໃໝ່ ຫຼື ເຫດການທີ່ຮ້າຍແຮງ, ເຊັ່ນ: ສົງຄາມ ຫຼື ການລະບາດຂອງ COVID-19, ໃນໄລຍະທຳອິດມັນຈະດຶງດູດຄວາມສົນໃຈ ແລະ ສ້າງຄວາມຕື່ນຕົກໃຈ. ແຕ່ເມື່ອເວລາຜ່ານໄປ ຄວາມຖີ່ຂອງຂ່າວໄດ້ຫຼຸດລົງ ຜູ້ຄົນເລິ່ມຄຸ້ນເຄີຍຈົນເຮັດໃຫ້ມັນກາຍເປັນເລື່ອງປົກກະຕິ
- ການປັບຕົວ: ມະນຸດມີສັນຊາດຕະຍານໃນການປັບຕົວເພື່ອຄວາມຢູ່ລອດ. ເຖິງແມ່ນວ່າຈະປະເຊີນກັບສະຖານະການຮ້າຍແຮງກໍຕາມ. ການປະເຊີນກັບເຫດການເຫຼົ່ານີ້ຢູ່ເລື້ອຍໆກໍຈະເຮັດໃຫ້ເຮົາປັບຕົວໃຫ້ລຶ້ງເຄີຍກັບມັນໄດ້ໃນທີ່ສຸດ.
ຜົນທີ່ໄດ້ຮັບຈາກການລຶ້ງເຄີຍກັບເລື່ອງທີ່ບໍ່ດີ
- ຜົນກະທົບຕໍ່ຄວາມຄິດ:
- ຄວາມຮັບຮູ້ຫຼຸດລົງ: ເມື່ອເຮົາຄຸ້ນເຄີຍກັບສິ່ງທີ່ບໍ່ດີ, ເຮົາຈະເລີ່ມມອງຂ້າມ ຫຼື ບໍ່ສົນໃຈບັນຫາເຫຼົ່ານັ້ນ.
- ຄວາມເປັນຈິງທີ່ບິດເບືອນ: ສະໝອງຂອງເຮົາອາດຕີຄວາມໝາຍເຫດການທີ່ບໍ່ດີວ່ານີ້ແມ່ນເລື່ອງປົກກະຕິ ຫຼື ແມ່ນແຕ່ສິ່ງທີ່ດີ
- ມີຄວາມຄິດສ້າງສັນໜ້ອຍລົງ: ການປະເຊີນໜ້າກັບສິ່ງທ້າທາຍ ແລະ ບັນຫາເລື້ອຍໆ ຈະກະຕຸ້ນສະໝອງໃຫ້ຄິດຫາວິທີແກ້ໄຂບັນຫາ. ແຕ່ເມື່ອພວກເຮົາຄຸ້ນເຄີຍກັບມັນ ຄວາມຄິດສ້າງສັນກໍອາດຈະຫຼຸດລົງ
- ຜົນກະທົບທາງອາລົມ:
- ຄວາມຄຽດ: ເຖິງແມ່ນວ່າເຈົ້າຈະຄຸ້ນເຄີຍກັບມັນ ແຕ່ຄວາມຄຽດສະສົມຈາກບັນຫາຕ່າງໆ. ຍັງຄົງສົ່ງຜົນກະທົບຕໍ່ສຸຂະພາບຈິດ
- ຄວາມວິຕົກກັງວົນ: ການເບິ່ງໂລກໃນແງ່ລົບ ແລະ ຄວາມຢ້ານກົວໃນອະນາຄົດອາດຈະເພີ່ມຂຶ້ນ.
- ພາວະຊຶມເສົ້າ: ຮູ້ສຶກສິ້ນຫວັງ ແລະ ບໍ່ມີພະລັງ.
- ຄວາມໂກດແຄ້ນ: ຄວາມຮູ້ສຶກບໍ່ພໍໃຈ ແລະ ຫງຸດຫງິດຕໍ່ກັບບັນຫາທີ່ເກີດຂຶ້ນ.
- ຜົນກະທົບຕໍ່ພຶດຕິກໍາ:
- ການເມິນເສີຍ: ບໍ່ສົນໃຈຕໍ່ກັບບັນຫາ ແລະ ປ່ອຍມັນໄວ້ແບບນັ້ນ
- ຍອມຈຳນົນ: ຮູ້ສຶກສິ້ນຫວັງ ຫຼື ບໍ່ເຫັນຫົນທາງທີ່ຈະຕໍ່ສູ້ໄດ້.
- ພຶດຕິກຳທີ່ບໍ່ເໝາະສົມ: ສະແດງໃຫ້ເຫັນພຶດຕິກໍາທີ່ຮຸນແຮງ
- ການເພິ່ງພາອາໄສສິ່ງເສບຕິດ: ພະຍາຍາມໜີບັນຫາໂດຍການໃຊ້ຢາ ຫຼືພຶດຕິກຳທີ່ມີຄວາມສ່ຽງ.
- ຜົນກະທົບຕໍ່ສັງຄົມ:
- ບັນຫາຊໍາເຮື້ອ: ບັນຫາຕ່າງໆທີ່ບໍ່ໄດ້ຮັບການແກ້ໄຂ.
- ຄວາມເບື່ອໜ່າຍ: ຜູ້ຄົນບໍ່ສົນໃຈທີ່ຈະປ່ຽນແປງ.
- ຄວາມຂັດແຍ້ງ: ເກີດຄວາມຂັດແຍ້ງ ແລະ ຄວາມຮຸນແຮງໃນສັງຄົມ.
- ການພັດທະນາທີ່ຖົດຖອຍ: ສັງຄົມຢຸດຢູ່ກັບບ່ອນ ແລະ ບໍ່ມີການພັດທະນາ.
ຕົວຢ່າງ:
ຄວາມລຶ້ງຕໍ່ກັບການຈະລາຈອນຕິດຂັດ: ປະຊາຊົນອາດຈະຍອມຮັບການສັນຈອນຕິດຂັດ ແລະ ບໍ່ພະຍາຍາມຊອກຫາວິທີແກ້ໄຂ.
ຄວາມຊິນຊາຕໍ່ກັບການສໍ້ລາດບັງຫຼວງ: ປະຊາຊົນອາດຈະມອງຂ້າມ ຫຼື ບໍ່ສົນໃຈການສໍ້ລາດບັງຫຼວງ.
ຄວາມລຶ້ງຕໍ່ກັບຄວາມຮຸນແຮງໃນຄອບຄົວ: ຄົນເຮົາອາດຄິດວ່າຄວາມຮຸນແຮງໃນຄອບຄົວເປັນເລື່ອງປົກກະຕິ.
ວິທີແກ້ໄຂເພື່ອຫຼີກເວັ້ນການເປັນເລື່ອງທີ່ບໍ່ດີ:
- ເຝິກສະຕິ:
- ຕັ້ງຄໍາຖາມກັບສິ່ງທີ່ພວກເຮົາເຫັນ: ວິເຄາະ ແລະ ແຍກແຍະ ຂໍ້ມູນຂ່າວສານ. ຢ່າເຊື່ອຫຍັງງ່າຍໆ.
- ສັງເກດຄວາມຄິດ ແລະ ຄວາມຮູ້ສຶກຂອງຕົນເອງ: ຈົ່ງຮູ້ຈັກອາລົມຂອງຕົນເອງ ວ່າຮູ້ສຶກແນວໃດກັບສິ່ງທີ່ເກີດຂຶ້ນ?
- ເຝິກສະມາທິ: ຊ່ວຍໃຫ້ຈິດໃຈສະຫງົບ, ມີສະຕິ ແລະ ຄິດຢ່າງຮອບຄອບ.
- ຊອກຫາຂໍ້ມູນຈາກຫຼາກຫຼາຍແຫຼ່ງ:
- ຢ່າອີງໃສ່ຂໍ້ມູນຈາກແຫຼ່ງດຽວ: ປຽບທຽບຂໍ້ມູນຂ່າວສານຈາກຫຼາຍແຫຼ່ງ.
- ກວດສອບຄວາມໜ້າເຊື່ອຖື: ວິເຄາະວ່າຂໍ້ມູນນັ້ນມາຈາກໃສ, ໃຜເປັນຜູ້ຂຽນ? ມີຄວາມໜ້າເຊື່ອຖືຫຼາຍປານໃດ?
- ເບິ່ງທັດສະນະທີ່ແຕກຕ່າງກັນ: ຟັງຄວາມຄິດເຫັນຂອງຄົນອື່ນ ເປີດໃຈໃຫ້ກວ້າງ
- ສົນທະນາແລກປ່ຽນຄວາມຄິດ:
- ແບ່ງປັນມຸມມອງ: ສົນທະນາກັບຄົນອ້ອມຂ້າງ, ໝູ່ເພື່ອນ, ຄອບຄົວ ຫຼື ຜູ້ຊ່ຽວຊານ.
- ແລກປ່ຽນຄວາມຄິດເຫັນ: ຮັບຟັງມຸມມອງຂອງຄົນອື່ນ.
- ລະດົມແນວຄິດ: ຊອກຫາວິທີແກ້ໄຂຮ່ວມກັນ.
- ເຂົ້າຮ່ວມການແກ້ໄຂ:
- ຊອກຫາວິທີການຊ່ວຍເຫຼືອ: ອາສາສະໝັກ, ບໍລິຈາກ ຫຼື ເຮັດກິດຈະກຳເພື່ອສັງຄົມ.
- ສະໜັບສະໜູນອົງການຈັດຕັ້ງທີ່ເຮັດວຽກເພື່ອແກ້ໄຂບັນຫາ: ບໍລິຈາກເງິນ, ສະໝັກເປັນສະມາຊິກ ຫຼື ເຂົ້າຮ່ວມແຄມເປນ.
- ກົດດັນໃຫ້ຜູ້ທີ່ມີອໍານາດແກ້ໄຂບັນຫາ: ຮ້ອງຮຽນ, ລົງຊື່ໃນຄຳຮ້ອງຟ້ອງ ຫຼື ປະທ້ວງ
- ດູແລຕົນເອງ:
- ພັກຜ່ອນໃຫ້ພຽງພໍ: ຮ່າງກາຍ ແລະ ຈິດໃຈທີ່ສົດຊື່ນ ຈະຊ່ວຍໃຫ້ທ່ານຄິດວິເຄາະໄດ້ດີຂຶ້ນ.
- ການອອກກຳລັງກາຍ: ຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ຫຼຸດຄວາມຄຽດ.
- ກິນອາຫານທີ່ດີຕໍ່ສຸຂະພາບ: ຊ່ວຍໃຫ້ສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບ.
ຕົວຢ່າງ:
ໃນກໍລະນີຂອງການສັນຈອນຕິດຂັດ: ສະໜັບສະໜູນການນໍາໃຊ້ການຂົນສົ່ງສາທາລະນະ. ລົນນະລົງໃຫ້ສ້າງທາງຜ່ານ ຫຼື ເຂົ້າຮ່ວມໃນການອອກແບບລະບົບການຈະລາຈອນ
ໃນກໍລະນີນໍ້າຖ້ວມ: ສະໜັບສະໜູນໂຄງການປ້ອງກັນໄພນໍ້າຖ້ວມ, ຟື້ນຟູປ່າ ຫຼື ເຂົ້າຮ່ວມໃນການກະກຽມຮັບມືກັບໄພພິບັດ.
ໃນກໍລະນີຂອງບັນຫາຄວາມສໍາພັນ: ປຶກສາຜູ້ຊ່ຽວຊານ. ເຂົ້າຮ່ວມກຸ່ມປິ່ນປົວ ຫຼື ຊອກຫາຂໍ້ມູນກ່ຽວກັບຄວາມສໍາພັນທີ່ດີ
ໃນກໍລະນີຂອງການນອກໃຈ: ປຶກສາຜູ້ຊ່ຽວຊານ ເຂົ້າຮ່ວມກຸ່ມບຳບັດ ຫຼື ຊອກຫາຂໍ້ມູນກ່ຽວກັບການຈັດການກັບບັນຫາການນອກໃຈ.
- ສະຫຼຸບຂໍ້ທີ່ຄວນຄິດຈາກບົດຄວາມ
“ຄວາມປົກກະຕິ” ແປຜັນຕາມບໍລິບົດ ຂຶ້ນຢູ່ກັບຍຸກສະໄໝ , ວັດທະນະທໍາ, ຈັນຍາບັນ ແລະ ກົດໝາຍ. ສິ່ງທີ່ເປັນເລື່ອງປົກກະຕິໃນອະດີດ ມັນອາດຈະບໍ່ເປັນປົກກະຕິໃນປັດຈຸບັນ ແລະ ສິ່ງທີ່ບໍ່ປົກກະຕິໃນປັດຈຸບັນ ມັນອາດຈະກາຍເປັນເລື່ອງປົກກະຕິໃນອະນາຄົດ.
ການເມີນເສີຍຕໍ່ບັນຫາ ຫຼື ຍອມຈຳນວນ ຈະສົ່ງຜົນເສຍຕໍ່ທັງຕົນເອງ, ຄົນອ້ອມຂ້າງ ແລະ ສັງຄົມ. ພວກເຮົາມີໜ້າທີ່ຮັບຜິດຊອບຕໍ່ສັງຄົມ ຕ້ອງຮູ້ຈັກວິເຄາະ ແຍກແຍະຂໍ້ມູນຂ່າວສານ ແລະ ຫາວິທີ ຫຼື ແນວທາງໃນການແກ້ໄຂ. ບໍ່ຊິນຊາກັບສິ່ງທີ່ຜິດປົກກະຕິ ເພາະອະນາຄົດຂອງສັງຄົມ ຂຶ້ນຢູ່ກັບພວກເຮົາວ່າຈະຊິນຊາກັບມັນ ຫຼື ລຸກຂຶ້ນມາແກ້ໄຂມັນຮ່ວມກັນ ເພື່ອສັງຄົມທີ່ດີຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/