ລັດວິສາຫະກິດ ການບິນລາວຈະເລີ່ມຖ້ຽວບິນໂດຍກົງລະຫວ່າງເມືອງປາກເຊຫາ ເມືອງກວາງໂຈ ແຂວງກວາງຕົງ ທາງໃຕ້ຂອງ ສປ ຈີນ ໃນວັນອາທິດນີ້, ສະໜອງອີກທາງໜຶ່ງໃນການເດີນທາງໃນໄລຍະປີທ່ອງທ່ຽວລາວ 2024.
ໂດຍເສັ້ນທາງດັ່ງກ່າວ ຈະໃຫ້ບໍລິການໂດຍ Airbus A320, ໂດຍມີ 1 ຖ້ຽວບິນຕໍ່ອາທິດອອກເດີນທາງຈາກປາກເຊໃນວັນອາທິດ ເວລາ 23:15 ໂມງ ແລະ ຮອດກວາງໂຈ ໃນເວລາ 02:05 ໂມງເຊົ້າຂອງວັນຈັນ. ຖ້ຽວບິນຂາກັບອອກຈາກກວາງໂຈເວລາ 03:05 ໂມງເຊົ້າຂອງວັນຈັນ, ມາຮອດເມືອງປາກເຊ ເວລາ 04:05 ໂມງເຊົ້າ.
ອີງຕາມການລາຍງານຂອງ ການບິນລາວ. ປີ້ໄປກັບໃນຖ້ຽວບິນຖ້ຽວທຳອິດນີ້ ຈະສາມາດຊື້ໄດ້ໃນລາຄາພິເສດ 2,888,000 ກີບ ເຊິ່ງລາຄາປົກກະຕິແມ່ນ 3 ລ້ານກີບ.
ບໍລິສັດການບິນລາວຍັງໄດ້ກຳນົດເສັ້ນທາງການບິນໃໝ່ຈາກວຽງຈັນຫາພະນົມເປັນ,ກຳປູເຈຍ ແລະ ກ່ອນໜ້ານີ້ໄດ້ເລີ່ມຖ້ຽວບິນລະຫວ່າງຫຼວງພະບາງກັບເມືອງສາງຊາຂອງຈີນຄືນໃໝ່. ໃນຂະນະທີ່ VietJet ໄດ້ລິເລີ່ມຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ໂຮ່ຈີມິນ ແລະ AirAsia ໄດ້ເລີ່ມຖ້ຽວບິນລະຫວ່າງ ວຽງຈັນ ແລະ ມາເລເຊຍ.
ໃນເດືອນແລ້ວກ່ອນນີ້, ສາຍການບິນຮົງກົງໄດ້ເລີ່ມຖ້ຽວບິນປະຈໍາອາທິດມາລາວເພື່ອຕອບສະໜອງຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນ ແລະ ສ້າງຄວາມເຂັ້ມແຂງເຄືອຂ່າຍການຂົນສົ່ງທາງອາກາດໃນພາກພື້ນ.
ຖ້ຽວບິນໃໝ່ເຫຼົ່ານີ້ຈະຊຸກຍູ້ຈຳນວນນັກທ່ອງທ່ຽວທີ່ມາລາວໂດຍສະເພາະແມ່ນຈາກພາກໃຕ້ຂອງຈີນ. ຈຳນວນນັກທ່ອງທ່ຽວຈີນທີ່ມາທ່ຽວລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີນີ້ ເມື່ອທຽບໃສ່ປີກາຍ.
ອີງຕາມກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນປີ 2022, ນັກທ່ອງທ່ຽວຈີນເຂົ້າມາລາວປະມານ 45,000 ຄົນ, ເຊິ່ງໃນປີ 2023 ມັນໄດ້ເພີ່ມຂຶ້ນເປັນ 641,314 ຄົນ ແລະໃນ 3 ເດືອນຕົ້ນປີ 2023 ນີ້, ມີນັກທ່ອງທ່ຽວຈີນເຂົ້າມາທ່ຽວຢູ່ລາວ 242,193 ຄົນ.
https://www.facebook.com/photo/?fbid=430375696280274&set=a.233543335963512
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/