ນັກວິທະຍາສາດ ຄົ້ນພົບວິທີສາກແບັດແບບໃໝ່ ໃຊ້ງານໄດ້ດົນຂຶ້ນ 2 ເທົ່າ


ເມື່ອເວົ້າເຖິງເລື່ອງຂອງແບັດເຕີຣີ ຖືວ່າເປັນສິ່ງທີ່ສຳຄັນໃນເຕັກໂນໂລຊີຂອງແຕ່ລະຍຸກສະໄໝ ແລະ ປັດຈຸບັນແບັດເຕີຣີລິທຽມໄອອນໄດ້ຮັບຄວາມນິຍົມຫຼາຍໂດຍນຳໃຊ້ໃນໂທສະສັບມືຖື ໄປຈົນເຖິງລົດໄຟຟ້າ

ແຕ່ແບັດເຕີຣີລິທຽມໄອອອນກໍມີຂໍ້ຈຳກັດໃນການໃຊ້ງານ ແລະ ສ້າງມົນລະພິດບໍ່ໜ້ອຍ ຈຶ່ງໄດ້ມີນັກວິທະຍາສາດຄົ້ນຄວ້າຫາວິທີໃໝ່ເລື້ອຍໆເພື່ອໃຫ້ການນຳໃຊ້ແບັດເຕີຣີມີປະສິດທິພາບຂຶ້ນ ແລະ ຫຼຸດຜົນກະທົບຕໍ່ສິ່ງແວດລ້ອມລົງ

ທີມວິໄຈຈາກຢູໂຣບ ໄດ້ຄົ້ນຄິດວິທີສາກແບັດແບບພິເສດທີ່ຈະຊ່ວຍໃຫ້ແບັດເຕີຣີລິທຽມໄອອອນມີອາຍຸການໃຊ້ງານໄດ້ດົນຂຶ້ນ

ໂດຍວິທີການແບບດັ້ງເດີມທີ່ເຮົາໃຊ້ຢູ່ປັດຈຸບັນຈະເປັນການໃຊ້ກະແສໄຟຄົງທີ່ ຫຼື Constant Current (CC) ໄຫຼເຂົ້າໄປໃນແບັດເຕີຣີ ແຕ່ການສຶກສາພົບວ່າ ວິທີນີ້ເຮັດໃຫ້ເກີດຊັ້ນຟິລທີ່ໜາຂຶ້ນໃນຂົ້ວໄຟຟ້າອາໂນດ (Anode) ຂອງແບັດເຕີຣີ ສົ່ງຜົນເຮັດໃຫ້ຄວາມຈຸຂອງແບັດເຕີຣີຫຼຸດລົງ

ນັກວິໄຈຈຶ່ງພັດທະນາວິທີສາກແບບໃໝ່ດ້ວຍການໃຫ້ກະແສໄຟຟ້າເປັນຊ່ວງໆ ຫຼື Pulsed Current (PC) ຄ້າຍກັບຈັງຫວະການເຕັ້ນຂອງຫົວໃຈ ແລະ ພົບວ່າວິທີນີ້ຊ່ວຍລົດຄວາມໜາຂອງຊັ້ນຟິລ ແລະ ຫຼຸດການແຕກຂອງວັດສະດຸຂົ້ວໄຟຟ້າ ເຮັດໃຫ້ແບັດເຕີຣີຄົງປະສິທິພາບໄດ້ດົນຂຶ້ນ

ຜົນການທົດສອບໄດ້ຄົ້ນພົບວ່າວິທີສາກແບບ PC ຊ່ວຍຢືດອາຍຸການນຳໃຊ້ແບັດເຕີຣີລິທຽມໄອອອນໄດ້ເຖິງ 2 ເທົ່າ

ນອກຈາກນັ້ນຍັງມີການທົດລອງໃຊ້ເຄື່ອງຍິງອະນຸພາກທີ່ມີປະສິດທິພາບຂອງຢູໂຣບເຊັ່ນ ເບສສີ 2 (BESSY II) ແລະ ເພັດທຣາ 3 (PETRA III) ພົບວ່າການສາກດ້ວຍກະແສໄຟຟ້າເປັນຮູບຄື້ນສີ່ຫຼ່ຽມ (Square wave) ຊ່ວຍໃຫ້ລິທຽມໄອອອນກະຈາຍຕົວຢ່າງສະໝຳ່ສະເໝີພາຍໃນແບັດເຕີຣີ ສົ່ງຜົນຕໍ່ການຫຼຸດແຮງກົດພາຍໃນ ແລະ ການແຕກຂອງວັດສະດຸ

ຖືເປັນການຄົ້ນພົບແນວທາງທີ່ສາມາດຢືດອາຍຸຂອງແບັດເຕີຣີ ແລະ ຫຼຸດສິ່ງເສດເຫຼືອໄດ້ ແຕ່ກໍຫວັງວ່າໃນອະນາຄົດທາງຜູ້ຜະລິດແບັດເຕີຣີ ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງຈະນຳເອົາການຄົ້ນພົບຄັ້ງນີ້ໄປປັບໃຊ້

ທີ່ມາ: https://cutt.ly/HeeQ0gVV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/