ອີກ 26 ປີອາຊີຈະປະເຊີນກັບ “ວິກິດການຜູ້ສູງອາຍຸ” ຫຼາຍ​ປະ​ເທດ​ຂາດ​ແຄນລະ​ບົບ​ການ​ຊ່ວຍ​ເຫຼືອ, ອະນາຄົດ​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​​ສັ່ນ​ຄອນ


ທະນາຄານ​ພັດທະນາ​ອາຊີ (ADB) ອອກ​ລາຍ​ງານ​ເຕືອນ ວ່າ​ພາກ​ພື້ນ​ອາ​ຊີ​ກຳລັງປະ​ເຊີນ​ກັບ​ວິ​ກິດ​ການ​ປະ​ຊາ​ກອນ​ທີ່​ສໍາ​ຄັນ,​ ເນື່ອງຈາກຈໍານວນ​ປະຊາກອນ​ທີ່​ມີ​ອາຍຸ 60 ປີ​ຂຶ້ນ​ໄປ​ໃນ​ພາກ​ພື້ນ​ນີ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ຄາດ​ວ່າ​ຮອດ​ປີ 2050 ຈະ​ມີ​ປະຊາກອນ​ກຸ່ມນີ້ຫຼາຍ​ກວ່າ 1,2 ຕື້​ຄົນ.

ໃນລາຍ​ງານຍັງໄດ້ລະບຸ​​ວ່າ ຫຼາຍ​ປະ​ເທດ​ໃນ​ອາ​ຊີ​ຍັງ​ບໍ່​ທັນ​ມີ​ຄວາມ​ພ້ອມ. ລະບົບປະກັນສັງຄົມ ແລະ ການບໍລິການຮັກສາສຸຂະພາບຍັງບໍ່ພຽງພໍທີ່ຈະຮອງຮັບຈຳນວນຜູ້ເຖົ້າທີ່ເພີ່ມຫຼາຍຂຶ້ນ. ສະພາບ​ການ​ດັ່ງກ່າວ​ອາດ​ຈະ​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ເສດຖະກິດ, ສັງຄົມ ​ແລະ ລະບົບ​ສາທາລະນະ​ສຸກ​ຂອງ​ປະ​ເທດ​ຕ່າງໆ.

ຜົນກະທົບທີ່ອາດເກີດຂຶ້ນ:

  • ບັນຫາຄວາມທຸກຍາກ: ຜູ້ເຖົ້າຫຼາຍຄົນອາດຈະປະເຊີນກັບບັນຫາຄວາມທຸກຍາກ, ຂາດແຄນອາຫານ, ຂາດແຄນທີ່ຢູ່ອາໄສ ແລະ ການຂາດການເຂົ້າເຖິງການບໍລິການດ້ານສຸຂະພາບ
  • ການຂາດແຄນແຮງງານທີ່ມີສີມື: ປະຊາກອນທີ່ຢູ່ໃນໄວເຮັດວຽກຫຼຸດລົງ ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ລວມ
  • ພາລະ​ໃນ​ການ​ດູ​ແລ​ຜູ້​ສູງອາຍຸ​ຕົກ​ໄປ​ຢູ່​ທີ່ຄອບຄົວ: ສະມາຊິກ​ໃນ​ຄອບຄົວ​ອາດ​ຕ້ອງ​ເຮັດ​ວຽກ​ໜັກ​ກວ່າ​ເກົ່າ​ເພື່ອ​ເບິ່ງ​ແຍງ​ຜູ້​ສູງອາຍຸ.
  • ຄວາມສ່ຽງຕໍ່ການລ່ວງລະເມີດຂອງຜູ້ເຖົ້າ: ຜູ້ສູງອາຍຸທີ່ອ່ອນແອມີຄວາມສ່ຽງທີ່ຈະຖືກການລ່ວງລະເມີດ.

ADB ສະເໜີວິທີທາງໃນການແກ້ໄຂ:

  • ເສີມສ້າງລະບົບປະກັນສັງຄົມ: ລັດຖະບານຄວນຊຸກຍູ້ໃຫ້ພົນລະເມືອງມີປະກັນສັງຄົມເພື່ອຄວາມປອດໄພທາງດ້ານການເງິນໃນໄວບຳນານ.
  • ລົງທຶນໃນພື້ນຖານໂຄງສ້າງດ້ານສາທາລະນະສຸກ: ຂະຫຍາຍໂຮງໝໍ, ຄລີນິກ ແລະ ສູນດູແລຜູ້ສູງອາຍຸ.
  • ສົ່ງເສີມສຸຂະພາບທີ່ດີສຳລັບຜູ້ສູງອາຍຸ: ຊຸກຍູ້ໃຫ້ຜູ້ສູງອາຍຸອອກກໍາລັງກາຍ, ກິນອາຫານທີ່ດີຕໍ່ສຸຂະພາບ ແລະ ເຂົ້າຮັບການກວດສຸຂະພາບເປັນປະຈຳ
  • ຊຸກຍູ້​ການ​ຢູ່​ຮ່ວມ​ກັນ​ໃນ​ທຸກ​ລຸ້ນທຸກໄວ: ຊຸກຍູ້​ໃຫ້​ຄອບຄົວ​ຢູ່​ຮ່ວມ​ກັນ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ.
  • ສ້າງນະໂຍບາຍສະໜັບສະໜູນການບໍລິການເບິ່ງແຍງຜູ້ສູງອາຍຸ: ສະໜັບສະໜູນການໃຫ້ການບໍລິການເບິ່ງແຍງຜູ້ສູງອາຍຸທີ່ມີຄຸນະພາບ ແລະ ລາຄາບໍ່ແພງ.

ວິ​ກິດ​ການ​ຜູ້​ສູງ​ອາ​ຍຸ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ຂອງ​ອາ​ຊີ. ແຕ່ຖ້າຫາກມີການວາງແຜນ ແລະ ການກະກຽມທີ່ເໝາະສົມ, ກໍຈະເຮັດໃຫ້ບັນດາປະເທດໃນພາກພື້ນສາມາດຫັນວິກິດການນີ້ມາເປັນໂອກາດໃນການສ້າງສັງຄົມທີ່ເອື້ອອຳນວຍໃຫ້ແກ່ຜູ້ເຖົ້າຫຼາຍຂຶ້ນ.

ທີ່ມາ:

adb.org

infoquest

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/