​ບໍລິສັດ ລົດໄຟ ລາວ-ຈີນ ຍົກເລີກສັນຍາກັບບໍລິສັດທ່ອງທ່ຽວ ທີ່ເຮັດຜິດລະບຽບ ເພີ່ມລາຄາປີ້ລົດໄຟ ແລະ ຂາຍຕໍ່ໃຫ້ແກ່ບໍລິສັດອື່ນ


ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍົກເລີກສັນຍາກັບບໍລິສັດທ່ອງທ່ຽວ ທີ່ເຮັດຜິດລະບຽບ ເພີ່ມລາຄາປີ້ລົດໄຟ ແລະ ຂາຍຕໍ່ໃຫ້ແກ່ບໍລິສັດອື່ນ ເຊິ່ງເປັນການເພີ່ມຕົ້ນທຶນ ແລະ ປ່ຽນແປງລາຄາປີ້ທີ່ທາງບໍລິສັດລົດໄຟເປັນຄົນອອກໃຫ້.

ໃນໄລຍະທີ່ຜ່ານມາ ບໍລິສັດລົດໄຟ ລາວ-ຈີນ ໄດ້ຮ່ວມກັບກົມຄຸ້ມຄອງທຸລະກິດທ່ອງທ່ຽວ ເພື່ອອຳນວຍຄວາມສະດວກ ອອກປີ້ກຣຸບທົວ ໃຫ້ແກ່ນັກທ່ອງທ່ຽວທີ່ເດີນທາງເປັນຈຳນວນຫຼາຍ ເຊິ່ງເຫັນໄດ້ວ່າ ຈໍານວນນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ເປັນການປະກອບສ່ວນຊຸກຍູ້ຂະແໜງ ການທ່ອງທ່ຽວຂອງປະເທດຊາດ. ໂດຍການຮ່ວມມືກັບບໍລິສັດທ່ອງທ່ຽວອອກປີ້ ໃຫ້ແກ່ນັກທ່ອງທ່ຽວທີ່ເປັນກຣຸບທົວ ເຊິ່ງກ່ອນຈະມີການຮ່ວມມືກັບບໍລິສັດທ່ອງທ່ຽວໃດໜຶ່ງ ທັງສອງຝ່າຍຕ້ອງໄດ້ມີການເຊັນສັນຍາຮ່ວມມືກັນ ໂດຍໃນສັນຍາມີຂໍ້ກຳນົດເຄັ່ງຄັດຂໍ້ໜຶ່ງທີ່ລະບຸຊັດເຈນວ່າ ຫ້າມບໍລິສັດທ່ອງທ່ຽວສວຍໃຊ້ປະໂຫຍດຈາກ ນະໂຍບາຍປີ້ກຣຸບທົວ, ບວກເພີ່ມລາຄາປີ້ລົດໄຟ ຫຼື ກັກຕຸນປີ້ ທີ່ຖືເປັນການເອົາປຽບຜູ້ໂດຍສານຄົນອື່ນໆ.

ແຕ່ໃນເດືອນມີນາ 2024 ທີ່ຜ່ານມາ, ໄດ້ມີບໍລິສັດທ່ອງທ່ຽວແຫ່ງໜຶ່ງທີ່ລະເມີດສັັນຍາ ແລະ ນໍາປີ້ທີ່ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ອອກໃຫ້ນັ້ນ ໄປບວກເພີ່ມລາຄາປີ້ລົດໄຟ ແລະ ຂາຍຕໍ່ໃຫ້ແກ່ບໍລິສັດອື່ນ. ເມື່ອ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຮັບຊາບເລື່ອງນີ້, ກໍໄດ້ຈັດຕັ້ງປະຕິບັດແກ້ໄຂບັນຫານີ້ຢ່າງເຂັ້ມງວດ ໂດຍພະນັກງານທີ່ກ່ຽວຂ້ອງຂອງບໍລິສັດ ໄດ້ກວດກາສະພາບຕົວຈິງ ຈຶ່ງໄດ້ຊາບວ່າ ມີບໍລິສັດທ່ອງທ່ຽວໜຶ່ງ ໄປຈອງປີ້ລົດໄຟ ແລະ ມີການບວກເພີ່ມຄ່າຊ່ວຍຊື້ປີ້ ປີ້ລະ 80.000 ກີບ ເຊິ່ງເປັນການຝ່າຝືນລະບຽບການຂົນສົ່ງໂດຍສານຂອງລົດໄຟ ແລະ ຝ່າຝືນສັນຍາການຈອງປີ້ລົດໄຟທີ່ໄດ້ເຊັນໄວ້ກັບບໍລິສັດທາງລົດໄຟລາວ-ຈີນ ຈຳກັດ.

ໃນວັນທີ 22 ເມສາ 2024 ຜ່ານມາ, ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ໄດ້ເຊີນຜູ້ຮັບຜິດ ຊອບບໍລິສັດທ່ອງທ່ຽວທີ່ກະທຳຜິດດັ່ງກ່າວ ເຂົ້າມາປະຊຸມສະເພາະເພື່ອແຈ້ງ ແລະ ລຸລ່ວງສະພາບ ໂດຍບໍລິສັດດັ່ງກ່າວ ໄດ້ຍອມຮັບວ່າ ໃນລະຫວ່າງການຊ່ວຍຊື້ປີ້ໃຫ້ບໍລິສັດທ່ອງທ່ຽວອື່ນ ໄດ້ເພີ່ມຄ່າບໍລິການປີ້ລະ 80.000 ກີບ ເຊິ່ງການກະທໍາດັ່ງກ່າວ ເປັນການຝ່າຝືນລະບຽບການທີ່ວາງອອກ. ດັ່ງນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈຶ່ງໄດ້ຍົກເລີກສິດໃນການຈອງປີ້ລົດໄຟ ແລະ  ຍຸຕິສັນຍາຈອງປີ້ຕໍ່ບໍລິສັດດັ່ງກ່າວ, ສ່ວນບໍລິສັດດັ່ງກ່າວກໍຍິນຍອມປະຕິບັດຕາມ.

ນັບແຕ່ມີການເປີດໃຫ້ບໍລິການຂອງທາງລົດໄຟລາວຈີນ ຕັ້ງແຕ່ປາຍປີ 2021 ທີ່ຜ່ານມາ, ທາງລົດໄຟສາຍນີ້ ໄດ້ກາຍເປັນທ່າແຮງສຳຄັນໃນການຊຸກຍູ້ການທ່ອງທ່ຽວ ໂດຍສະເພາະໃນພາກເໜືອຂອງສປປ ລາວ ທີ່ແຕ່ກ່ອນຕ້ອງໃຊ້ເວລາໃນການເດີນທາງເປັນເຄິ່ງມື້ ໃຫ້ເຫຼືອພຽງ 3-4​ຊົ່ວໂມງ ພ້ອມທັງເປັນເສັ້ນທາງຂົນສົ່ງທາງລົດໄຟສຳຄັນລະຫວ່າງ ໄທ-ລາວ ແລະ ຈີນ.

https://www.facebook.com/photo/?fbid=881723333981974&set=a.679715220849454

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/