ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ແຫ່ງ ອອສເຕຣເລຍ ໄດ້ລົງນາມເຊັນສັນຍາ ຍົກລະດັບສາຍພົວພັນ ລະຫວ່າງ ອອສເຕຣເລຍ ແລະ ລາວ ໃຫ້ເປັນ ຄູ່ຮ່ວມມືຮອບດ້ານ.
ການລົງນາມດັ່ງກ່າວ ມີຂຶ້ນໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອອສເຕຣເລຍ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024.
ທ່ານນາຍົກລັດຖະມົນຕີ ແອນໂທນີ ອາບານີຊີ ກ່າວວ່າ: “ການພົວພັນຄູ່ຮ່ວມມືຮອບດ້ານອັນສຳຄັນນີ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງພວກເຮົາທີ່ຈະນຳເອົາອອສເຕຣເລຍ ແລະ ສປປ ລາວເຂົ້າໃກ້ກັນໃຫ້ຫຼາຍຂຶ້ນກວ່າເກົ່າ”.
ທ່ານ ແອນໂທນີ ອາບາຊີນີ ກ່າວຕື່ມວ່າ: ອອສເຕຣເລຍ ພູມໃຈທີ່ໄດ້ເປັນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີມາແຕ່ດົນນານກັບສປປ ລາວ, ເປັນສາຍພົວພັນທີ່ໄດ້ຮັບການເຄົາລົບ, ຄວາມເຂົ້າໃຈ ແລະ ການຮ່ວມມືອັນໃກ້ຊິດເຊິ່ງກັນ ແລະ ກັນ.
ຕາມຂ່າວຈາກກະຊວງການຕ່າງປະເທດ ອອສເຕຣເລຍ, ການພົວພັນຄູ່ຮ່ວມມືຮອບດ້ານອອສເຕຣເລຍ- ລາວ ຈະຊຸກຍູ້ການຮ່ວມມືສອງຝ່າຍໃນ 4 ເສົາຄ້ຳທີ່ສະແດງໃຫ້ເຫັນບັນດາບູລິມະສິດຮ່ວມໃນອະນາຄົດຄື: ປະຊາຊົນ-ການສຶກສາ -ການພັດທະນາຊັບພະຍາກອນມະນຸດ; ເສດຖະກິດ-ການຄ້າ ແລະ ການລົງທຶນ; ສະພາບອາກາດ, ສິ່ງແວດລ້ອມ ແລະພະລັງງານ ແລະ ການປ້ອງກັນປະເທດ-ການບັງຄັບໃຊ້ກົດໝາຍ.
ສອງຝ່າຍ ເຫັນດີເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະການຮ່ວມມືໃນຂະແໜງການທີ່ລາວມີທ່າແຮງ ເຊັ່ນ: ກະສິກຳປຸງແຕ່ງ, ພະລັງງານສະອາດ ແລະ ການບໍລິການທ່ອງທ່ຽວ. ຝ່າຍອອສເຕຣເລຍ ຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສະໜອງທຶນການສຶກສາໄລຍະສັ້ນ ແລະ ຍາວ.
ນອກນັ້ນ, ລັດຖະບານ ອອສເຕຣເລຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຂະແໜງສາທາລະນະສຸກ ໂດຍສະເພາະແມ່ນການຊ່ວຍຍົກລະດັບຄວາມຮູ້ – ຄວາມສາມາດຂອງພະນັກງານຂອງລາວ ເຊິ່ງໃນມໍ່ໆນີ້ ກໍຈະມີໂຄງການຮ່ວມມື ສປປ ລາວ ແລະ ອອສເຕຣເລຍ ໃນວຽກງານຄວບຄຸມພະຍາດໄຂ້ຍຸງ-ໄຂ້ມາຣາເລຍ ຢູ່ ສປປ ລາວ ໂດຍຈະໄດ້ນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂອງ ມະຫາວິທະຍາໄລ Monash ຂອງອອສເຕຣເລຍ. ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດໃຫ້ກວ້າງຂວາງຍິ່ງຂຶ້ນ ເຊິ່ງໃນປີ 2024 ນີ້ ສອງຝ່າຍ ຈະໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1.
ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອອສເຕຣເລຍ (Laos – Australia Friendship Association) ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ລັດຖະບານ ອອສເຕຣເລຍ ເຊິ່ງເຫັນວ່າຈະເປັນຂົວຕໍ່ສຳຄັນໃນການສົ່ງເສີມການພົວພັນລະຫວ່າງປະຊາຊົນຂອງສອງຊາດ ກໍຄື ການຊຸກຍູ້ຂະແໜງການທ່ອງທ່ຽວຂອງສອງປະເທດ. ພ້ອມກັນນີ້, ສອງຝ່າຍ ກໍເຫັນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ສປຊ, ໂດຍສະເພາະແນໃສ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອອສເຕຣເລຍ.
ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ກໍຄື ປະຊາຊົນ ອອສເຕຣເລຍ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້, ສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສປປ ລາວ – ອອສເຕຣເລຍ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຈະເລີນງອກງາມຍິ່ງຂຶ້ນ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/