ລັດຖະບານມົງໂກເລຍ ອອກມາຍອມຮັບວ່າມີສັດຫຼາຍກວ່າ 2 ລ້ານໂຕ ທີ່ຕ້ອງຕາຍໃນລະດູໜາວ ຫຼັງຈາກຕ້ອງພົບກັບສະພາບອາກາດທີ່ຜັນແປສຸດຂົ້ວ ທັງຄວາມໜາວເຢັນ ແລະ ຫິມະຕົກໜັກ ຕາມລາຍງານໄດ້ລະບຸວ່າ ວັນຈັນທີ່ຜ່ານມາມີສັດຫຼາຍກວ່າ 2,1 ລ້ານໂຕ ໄດ້ລົ້ມຕາຍຈາກການຂາດສານອາຫານ ແລະ ຄວາມອ່ອນເພຍ.
ມົງໂກເລຍເອງກໍໄດ້ພົບກັບອາກາດໜາວເຢັນສຸດຂົ້ວໃນໄລຍະຕັ້ງແຕ່ຕົ້ນເດືອນທັນວາ ຈົນຮອດ ເດືອນມີນາ ຂອງທຸກໆປີ ໂດຍບາງພື້ນທີ່ກໍມີອຸນຫະພູມຕ່ຳລົງຕິດລົບຮອດ 50 ອົງສາ ແຕ່ວ່າລະດູໜາວທີ່ຜ່ານມີສະພາບອາກາດທີ່ຮຸນແຮງ ເຊິ່ງອົງການສະຫະປະຊາຊາດຊີ້ວ່າ ມາຈາກການປ່ຽນແປງສະພາບອາກາດນັ້ນເອງ.
ໂດຍລະດູໜາວໃນເທື່ອນີ້ ເລີ່ມຈາກຫິມະຕົກໜັກ ກ່ອນອຸນຫະພູມຈະສູງຂຶ້ນເຮັດໃຫ້ຫິມະລະລາຍ. ຈາກນັ້ນອຸນຫະພູມກໍຫຼຸດລົງ ເປັນເຫດເຮັດໃຫ້ເປັນນ້ຳກ້ອນ ປິດກັ້ນສັດຈົນບໍ່ສາມາດເຂົ້າໄປເຖິງຫຍ້າໄດ້ ເຮັດໃຫ້ພວກມັນຂາດສານອາຫານ ແລະ ຕາຍໄປໃນທີ່ສຸດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/