Selena Gomez ນັກຮ້ອງ ແລະ ນັກສະແດງ ທີ່ເລີ່ມຕົ້ນມາຈາກການສະແດງລາຍການໂທລະພາບຂອງທາງ Disney Channel ກ່ອນທີ່ຈະເຂົ້າເສັ້ນທາງອາຊີບນັກຮ້ອງພາຍໃນເວລາບໍ່ດົນ ເຊິ່ງກໍຍັງຮັບງານສະແດງຢູ່ ຄວບຄູ່ກັບການເປັນສິລະປິນ.
ຫຼ້າສຸດທາງ Selena Gomez ເອງກໍຢາກທີ່ຈະເລືອກເຮັດສິ່ງໃດສິ່ງໜຶ່ງແລ້ວ ພ້ອມກັບອອກມາເປີດເຜີຍວ່າ ອາລະບ້ຳຕໍ່ໄປອາດຈະເປັນຜົນງານຊຸດສຸດທ້າຍ ເນື່ອງຈາກຢາກຍຸຕິບົດບາດຕົນເອງໃນວົງການເພງ ແລະ ຈະຫັນໄປເສັ້ນທາງອາຊີບນັກສະແດງຫຼາຍຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/