ການປະກາດຜົນຮາງວັນສຳລັບງານວິໄຈທາງວິທະຍາສາດທີ່ສຸດແປກແຫວກແນວ ພ້ອມຍັງມີຄວາມຕະຫຼົກ ກັບຮາງວັນ ອິກໂນເບວ (Ig Nobel) ປະຈຳປີ 2023, ສຳລັບຜົນງານຜູ້ຊະນະສາຂາເຄມີ ແລະ ທໍລະນີວິທະຍາ ປາກົດວ່າໄດ້ແກ່ນັກວິໄຈຈາກມະຫາວິທະຍາໄລເລສເຕີ ຫຼື University of Leicester.
ຜົນງານການວິໄຈຂອງ ດຣ. ຍານ ຊາລາຊິວິດ ເຈົ້າຂອງງານວິໄຈ “ເປັນຫຍັງນັກທໍລະນີມັກເລຍຫີນ” ໄດ້ອະທິບາຍວ່າເປັນຫຍັງນັກທໍລະນີຈຶ່ງມັກເລຍຫີນ ພ້ອມກັບລະບຸວ່າການເລຍຫີນເປັນໜຶ່ງໃນເຕັກນິກຂອງນັກທໍລະນີວິທະຍາ ແລະ ນັກບັນພະຊີວິນວິທະຍາ ເພາະການເຮັດໃຫ້ພື້ນຜິວຂອງຫີນປຽກ ຈະເຮັດໃຫ້ຟອສຊິວ ແລະ ພື້ນຜິວແຮ່ທາດໂດດເດັ່ນຂຶ້ນ.
ໂດຍດຣ. ຍານ ໄດ້ລະບຸເພີ່ມວ່າ “ປັດຈຸບັນແມ່ນບໍ່ໄດ້ເລຍຫີນເພື່ອຊີມຣົດຂອງແຮ່ທາດແລ້ວ ແຕ່ກໍຍັງຕ້ອງເຮັດໃຫ້ພື້ນຜິວຂອງຫີນປຽກຂຶ້ນ ເພື່ອຈະຊ່ວຍໃຫ້ສາມາດເບິ່ງອະນຸພາກໃນເນື້ອຫີນໄດ້ດີກວ່າຕອນແຫ້ງນັ້ນເອງ” ນອກຈາກນີ້ຍັງມີທີມຜູ້ຊະນະສາຂາອື່ນໆອີກດ້ວຍບໍ່ວ່າຈະເປັນງານວິໄຈ “ການສຶກສາເລື່ອງຜົນກະທົບຂອງຄວາມໜ້າເບື່ອໜ່າຍຂອງຄູທີ່ມີຕໍ່ນັກຮຽນ” ເປັນຕົ້ນ.
ຮາງວັນອິກໂນເບວ (Ig Nobel) ເປັນຮາງວັນທີ່ມີຄຳຂວັນປະຈຳງານວ່າ “ຮາງວັນທີ່ເຮັດໃຫ້ເຈົ້າຫົວໃນຕອນທຳອິດ ແລ້ວຈຶ່ງຄິດຕາມໃນຕອນຫຼັງ” ມີການຈັດມອບຮາງວັນທຸກໆປີໂດຍວາລະສານ Annals of Improbable Research ໂດຍຈະຈັດກ່ອນການປະກາດລາຍຊື່ຂອງຮາງວັນ Nobel ນັ້ນເອງ.
ຂອບໃຈທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/