ຕາມສະຖິຕິຂອງອົງການອະນາໄມໂລກ (WHO), ມະເຮັງຊ່ອງປາກຈັດຢູ່ໃນອັນດັບ 17 ໃນບັນດາພະຍາດມະເຮັງທັງໝົດ. ອັດຕາການເປັນມະເຮັງປາກມີ 4 ລາຍຕໍ່ປະຊາກອນ 100.000 ຄົນ ແລະ ອັດຕາການເສຍຊີວິດປະມານ 50%, ຈະສັງເກດໄດ້ວ່າມະເຮັງຊ່ອງປາກມັກຈະພົບເປັນປະຈຳໃນປະເທດແຖບອາຊີ ເຊັ່ນ ອິນເດຍ ແລະ ໄຕ້ຫວັນ ເນື່ອງຈາກຍັງນິຍົມຄ້ຽວໝາກຢູ່.
ມະເຮັງຊ່ອງປາກ ແມ່ນສ່ວນໜຶ່ງຂອງໂຣກມະເຮັງໃນກຸ່ມໂຣກມະເຮັງຫົວ ແລະ ຄໍ, ມີທັງຊະນິດ Squamous (SCC) ແລະ Adenocarcinoma (Lymphoma) ຫຼື ມະເຮັງຕ່ອມນ້ຳເຫຼືອງ ແຕ່ປະເພດສຸດທ້າຍນີ້ແມ່ນພົບໄດ້ໜ້ອຍຫຼາຍ ສ່ວນໃຫຍ່ຈະພົບເຫັນປະເພດ SCC ເປັນຕົ້ນ. ໂດຍມະເຮັງຊ່ອງປາກຈະພົບເຫັນຢູ່ໃນເພດຊາຍຫຼາຍກວ່າເພດຍິງ ໂດຍສະເພາະຜູ້ທີ່ມີອາຍຸຫຼາຍກວ່າ 40 ປີ.

ມະເຮັງຊ່ອງປາກມີສາເຫດມາຈາກຫຍັງ?
ເຊັ່ນດຽວກັນກັບມະເຮັງອື່ນໆ ທີ່ບໍ່ສາມາດຊອກຫາສາເຫດທີ່ແນ່ນອນໄດ້ ແຕ່ມີປັດໄຈທີ່ເພີ່ມຄວາມສ່ຽງຕໍ່ການເປັນມະເຮັງຊ່ອງປາກຄື:
- ການດື່ມເຄື່ອງດື່ມມຶນເມົາ ແລະ ການສູບຢາເປັນປັດໄຈທີ່ສໍາຄັນ ເຊິ່ງສົ່ງຜົນໃຫ້ຜູ້ສູບຢາມີທ່າອ່ຽງທີ່ຈະເປັນມະເຮັງຊ່ອງປາກຫຼາຍກວ່າຄົນປົກກະຕິເຖິງສອງເທົ່າ.
- ການຄ້ຽວໝາກ ເພາະມີສານກໍ່ໃຫ້ເກີດມະເຮັງເຈືອປົນຢູ່
- ການຕິດເຊື້ອໄວຣັສບາງຊະນິດ ເຊັ່ນ HPV (Human papilloma virus) ເຊິ່ງເປັນເຊື້ອໄວຣັສຊະນິດດຽວກັນທີ່ເຮັດໃຫ້ເກີດມະເຮັງປາກມົດລູກ, ໃນກໍລະນີນີ້ ແມ່ນມາຈາກການມີເພດສຳພັນໂດຍໃຊ້ປາກ (Oral sex)
- ສຸຂະພາບແຂ້ວບໍ່ດີ ຫຼື ມີອາການອັກເສບຊໍາເຮື້ອໃນປາກ
- ມີປະຫວັດເຄີຍເປັນມະເຮັງບໍລິເວນຫົວ ແລະ ຄໍມາກ່ອນ

ອາການເບື້ອງຕົ້ນຂອງມະເຮັງໃນຊ່ອງປາກ
- ມີຝ້າສີຂາວ ຫຼື ສີແດງ ໃນເນື້ອເຍື່ອຊ່ອງປາກ, ກະພຸງແກ້ມ ແລະ ລີ້ນ ຫຼື ອາດຈະມີແຜອື່ນໆໃນຊ່ອງປາກທີ່ມີເລືອດໄຫຼອອກມາຜິດປົກກະຕິ ແລະ ປິ່ນປົວບໍ່ເຊົາດີເປັນເວລາ 2–3 ອາທິດ
- ແຂ້ວໄຂວ່ ຫຼື ແຂ້ວຫຼົ່ນ, ບໍ່ສາມາດໃສ່ແຂ້ວປອມໄດ້ຍ້ອນມີເນື້່ອງອກຂຶ້ນມາບໍລິເວນເຫງືອກ
- ຢ້ຳ ແລະ ກືນອາຫານໄດ້ຢາກ
- ມີຕຸ່ມ ຫຼື ກ້ອນໃນຊ່ອງປາກໃຫຍ່ຂຶ້ນເລື້ອຍໆ ແລະ ມີຕ່ອມນ້ຳເຫຼືອງຢູ່ຄໍໃຫຍ່ຂຶ້ນ ແຕ່ຈະບໍ່ມີອາການເຈັບປວດຫຍັງ
- ວິທີສັງເກດເບິ່ງວ່າເຮົາເປັນຮ້ອນໃນ ຫຼື ເປັນມະເຮັງໃນຊ່ອງປາກ
ວິທີສັງເກດເບິ່ງວ່າເຮົາເປັນຮ້ອນໃນ ຫຼື ເປັນມະເຮັງໃນຊ່ອງປາກແມ່ນສັງເກດໄດ້ງ່າຍໆຄື ແຜຮ້ອນໃນຈະມີຂະໜາດບໍ່ເກິນ 1 cm ແລະ ສາມາດຫາຍຂາດເອງໄດ້ໃນ 7–10 ມື້.
ສ່ວນມະເຮັງໃນຊ່ອງປາກນັ້ນ ຈະເປັນແຜສົດຕະຫຼອດເວລາ ແລະ ບໍ່ມີທ່າທີວ່າວ່າຫາຍດີ ບາງຄັ້ງມີເລືອດໄຫຼອອກມາ, ຕໍ່ໃຫ້ເວລາ 2-3 ອາທິດ ກໍຍັງບໍ່ດີຂຶ້ນ.
ຖ້າພົບບາດແຜດັ່ງກ່າວ ຄວນໄປພົບແພດເພື່ອກວດພະຍາດຢ່າງລະອຽດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/