ຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023, ບາງວຽກງານຈຸດສຸມ ແລະ ວຽກງານຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ.
-ສືບຕໍ່ແກ້ໄຂລາຄາສິນຄ້າ ອັດຕາແລກປ່ຽນ ອັດຕາເງິນເຟີ້ ແລະ ຄ່າຄອງຊີບ ໃຫ້ຄ່ອຍໆລົດລົງ ດ້ວຍມາດຕະການຕ່າງໆ.
-ສືບຕໍ່ດຳເນີນນະໂຍບາຍເງິນຕາຕາມແຜນການປີ 2023 ທີ່ໄດ້ກຳນົດໄວ້ ເພື່ອຊ່ວຍປະຄັບປະຄອງບໍ່ສ້າງແຮງກົດດັນເຮັດໃຫ້ເງິນກີບອ່ອນຄ່າ ສ້າງເງື່ອນໄຂສະພາບແວດລ້ອມໃຫ້ເງິນຕາຕ່າງປະເທດສະໜອງເຂົ້າລະບົບເສດຖະກິດຫຼາຍຂຶ້ນ. ນອກຈາກນີ້ ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ ແລະ ອັດຕາສ່ວນເງິນເຟີ້ ຝາກບັງຄັບໄວ້ໃນລະດັບເທົ່າເກົ່າ ແລະ ພິຈາລະນາດັດປັບຖ້າເຫັນວ່າຈຳເປັນ.

-ທົບທວນຄືນນະໂຍບາຍອັດຕາດອກເບ້ຍເງິນຝາກ ສຳລັບສະກຸນເງິນຕາຕ່າງປະເທດທີ່ບໍ່ຈຳເປັນ.
-ສືບຕໍ່ດຳເນີນນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ແລະ ຈະຄົ້ນຄວ້າດັດປັບຂອບການດຳເນີນນະໂຍບາຍໃຫ້ສອດຄ່ອງ ແລະ ຄ່ອງຕົວຂຶ້ນ.
-ສືບຕໍ່ສະໜອງເງິນຕາຕ່າງປະເທດໃຫ້ແກ່ສິນຄ້ານຳເຂົ້າບູລິມະສິດ ໂດຍສະເພາະສິນຄ້າປະເພດນ້ຳມັນເຊື້ອໄຟໃຫ້ພຽງພໍ.
-ສ້າງຄວາມເຂົ້ມແຂງໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ ດ້ວຍການປັບປຸງລະບົບການຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການ, ຜູ້ລົງທຶນ. ພ້ອມທັງປັບປຸງໂຄງສ້າງຄັງສຳຮອງເງິນຕາຕ່າງປະເທດໃຫ້ແທດເໝາະກັບສະພາບການຄ້າ-ການລົງທຶນຂອງ ສປປ ລາວ ກັບຕ່າງປະເທດ.
-ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງ ບັນດານິຕິກຳໃຕ້ກົດໝາຍສຳລັບການຄຸ້ມຄອງເງິນຕາຕ່າງປະເທດໃຫ້ສຳເລັດ ໂດຍເລັ່ງການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ແລະ ນິຕິກຳທີ່ຈຳເປັນ ເປັນຕົ້ນຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ບໍລິການ, ການຄຸ້ມຄອງການລົງທຶນລະຫວ່າງປະເທດ, ການໃຫ້ບໍລິການໂອນເງິນຕາຕ່າງປະເທດຢູ່ພາຍໃນ ສປປ ລາວ ກໍຄືລະຫວ່າງປະເທດ ແລະ ອື່ນໆ ໃຫ້ສຳເລັດ ແລະ ເຂົ້າສູ່ການຈັດຕັ້ງປະຕິບັດໂດຍໄວ.

-ເລັ່ງຂະຫຍາຍຫົວໜ່ວຍບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດຢູ່ໃນໂຮງແຮມ, ສະໜາມບິນສາກົນ ຫຼື ດ່ານຊາຍແດນ, ດ່ານສາກົນສິນຄ້າ ແລະ ສະຖານທີ່ອື່ນໆ ຕາມການກຳນົດຂອງທະນະາຄານ ຊຸກຍູ້ບັນດາທະນາຄານທຸລະກິດໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດຜ່ານເຄື່ອງມືອີເລັກໂທຣນິກ.
-ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ. ຊຸກຍູ້ບັນດາຫົວໜ່ວຍທຸລະກິດ ຜູ້ລົງທຶນດ້ານແຮ່ທາດ ໄຟຟ້າ ແລະ ອື່ນໆ ເປີດບັນຊີສະເພາະໃນການສົ່ງອອກ-ນຳເຂົ້າ ກັບທະນາຄານທຸລະກິດ ເພື່ອໃຫ້ສາມາດຕິດຕາມກະແສເງິນຕາຕ່າງປະເທດໄດ້ຢ່າງເປັນລະບົບກວ່າເກົ່າ ແລະ ພາກສ່ວນອື່ນໆ.
ເພື່ອລົດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ແລະ ເອົາຈິງເອົາຈັງກັບການພັດທະນາລະບົບການຜະລິດໃຫ້ມີຄວາມຍືນຍົງ ໂດຍສະເພາະສິນຄ້າປະເພດສະບຽງອາຫານ ເຄື່ອງດື່ມ ແລະ ສິນຄ້າໃຊ້ສ່ອຍທົ່ວໄປ ເພື່ອຊົມໃຊ້ໃຫ້ກຸ້ມຕົນເອງພາຍໃນ ແນໃສ່ລົດຜ່ອນການນຳເຂົ້າລົງເທື່ອລະກ້າວຈົນໄປໃນທີ່ສຸດ.
ຂໍ້ມູນຈາກ: ໂທລະພາບແຫ່ງຊາດລາວ ທຊລ 1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/