ເປັນກະແສດຣາມາເທິງໂລກອອນລາຍ ເມື່ອມີ YouTuber ຊາວໄທທີ່ໃຊ້ຊື່ວ່າ เฉียง ไปอยู่ไหนมา ທີ່ໄດ້ເດີນທາງມາທ່ຽວລາວ ແລ້ວຢາກໄປສະຜົມຢູ່ລາວ ແຕ່ການສະຜົມເປັນແບບບໍ່ທຳມະດາ ເມື່ອສະຜົມພ້ອມລ້າງໜ້າໃຫ້ພ້ອມ ຈົນເກີດເປັນກະແສດຣາມາໃນສັງຄົມ.
ເມື່ອວັນທີ 29 ພຶດສະພາ 2023 ວິດີໂອຂອງຊ່ອງ YouTube เฉียง ไปอยู่ไหนมา ໄດ້ອອກເຜີຍແຜ່ການໄປສະຜົມຢູ່ຮ້ານແຫ່ງໜຶ່ງ ແຕ່ເກີດກະແສເພາະໄດ້ມີການເອົາຢາສະຜົມມາລ້າງໜ້າ ຈົນຄົນລາວເລີ່ມຕັ້ງຄຳຖາມວ່າແມ່ນຮ້ານໃດ? ເພາະສຽງສ່ວນໃຫຍ່ບອກວ່າບໍ່ເຄີຍເຈິແບບມານີ້ກ່ອນ.


ກະແສດຣາມາຍັງຄົງຮ້ອນແຮງຢ່າງຕໍ່ເນື່ອງ ເມື່ອມີຄົນດັງຫຼາຍຄົນຂອງລາວອອກມາເວົ້າເຖິງບັນຫານີ້ ຫຼາຍໆຄົນກໍບໍ່ພໍໃຈເນື່ອງຈາກຈະເຮັດໃຫ້ຄົນເຂົ້າໃຈຜິດວ່າຢູ່ປະເທດລາວສະຜົມກັນແບບນີ້. ແຕ່ແລ້ວທາງຮ້ານທີ່ປາກົດຢູ່ໃນຄລິບກໍໄດ້ມີການອອກມາໃຫ້ຄຳຕອບທີ່ຫຼາຍຄົນຄາໃຈ ໂດຍມີເນື້ອໃນວ່າ ລູກຄ້າ (ທີ່ໝາຍເຖິງ YouTuber ຄົນດັ່ງກ່າວ) ໄດ້ຂໍໃຫ້ທາງຮ້ານເຮັດແບບວິດີໂອຄືການລ້າງໜ້າດ້ວຍຢາສະຜົມ ທາງຮ້ານກໍໄດ້ຢ້ຳແລ້ວວ່າຂໍໃຫ້ບໍ່ມີຜົນກະທົບຕໍ່ຮ້ານ ແລະ ບໍ່ໃຫ້ເສຍຊື່ທາງຮ້ານ ພ້ອມກັບຂໍໂທດຕໍ່ສັງຄົມ ແຕ່ເມື່ອທາງຮ້ານໄດ້ເຫັນຄລິບກໍໄດ້ມີການຕິດຕໍ່ສ່ວນຕົວໄປຫາຜູ້ກ່ຽວແຕ່ກໍບໍ່ມີການຕອບຮັບໃດໆກັບມາ.

ໃນທາງດ້ານຂອງ YouTuber เฉียง ไปอยู่ไหนมา ໄດ້ອອກມາຊີ້ແຈງວ່າ ຕົນໄດ້ຂໍອະນຸຍາດທາງຮ້ານເປັນທີ່ຮຽບຮ້ອຍ ແລ້ວໄດ້ເປີດວິດີໂອການສະຜົມໃຫ້ພະນັກງານ ວ່າຢາກສະແບບນີ້ ແລະ ໄດ້ຕົກລົງກັບທາງຮ້ານ ພ້ອມກັບບອອກວ່າທາງຮ້ານມີສິດປະເສດຕິລູກຄ້າ ວ່າບໍ່ຢາກເຮັດ ພ້ອມກັບບອກວ່າວ່າບໍ່ໄດ້ບັງຄັບທາງຮ້ານໃຫ້ເຮັດ ແລະ ໄດ້ໃຊ້ແຄັບຊັນເພື່ອບໍ່ໃຫ້ຄົົນເຂົ້າໃຈຜິດໄວ້ແຕ່ທຳອິດຢູ່ແລ້ວ ພ້ອມກັບຂໍໂທດ ແລະ ຈະຍອມຮັບຜິດແຕ່ຜູ້ດຽວ.
ຢ່າງໃດກໍຕາມ ຍັງມີກຸ່ມຄົນບໍ່ພໍໃຈກັບການກະທຳດັ່ງກ່າວ ແລະ ຢາກຈະໃຫ້ທາງຜູ້ກ່ຽວໄດ້ອອກມາຂໍໂທດພ້ອມເຮັດຄລິບແກ້ໄຂໃຫ້ຖືກຕ້ອງ ແຕ່ໃນປັດຈຸບັນຍັງບໍ່ມີບົດສະຫຼຸບໃນເລື່ອງວ່າເປັນແບບໃດ ຄົງຕ້ອງຕິດຕາມກັນຕໍ່ໄປ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/