ເມື່ອວັນທີ 30 ພຶດສະພາ 2023 ທີ່ຜ່ານມາ ສຳນັກຂ່າວ CNBC ລາຍງານການວ່າງງານຂອງຄົນໜຸ່ມສາວໃນຈີນສູງຂຶ້ນເປັນປະຫວັດສາດ ຜູ້ສຳເລັດການສຶກສາຈາກວິທະຍາໄລຕົກຢູ່ໃນສະຖານະການທີ່ບໍ່ຄ່ອຍດີ ບາງຄົນຖືກບັງຄັບໃຫ້ເຮັດວຽກທີ່ໄດ້ຮັບຄ່າຕອບແທນທີ່ຕ່ຳ ຫຼື ຫາວຽກທີ່ຕ່ຳກວ່າລະດັບທັກສະ.
ສະຖິຕິຂອງທາງການຈີນສະແດງໃຫ້ເຫັນວ່າ ອັດຕາການວ່າງງານໃນເມືອງໃຫຍ່ຂອງຄົນທີ່ມີອາຍຸລະຫວ່າງ 16-24 ປີ ຂຶ້ນໄປຮອດລະດັບ 20,47% ເມື່ອເດືອນເມສາທີ່ຜ່ານມາ ຄິດໄລ່ເປັນຄົນທີ່ມີອາຍຸດັງກ່າວ 6 ລ້ານຄົນ ຈາກທັງໝົດ 96 ລ້ານ ທີ່ກຳລັງບໍ່ມີວຽກເຮັດ. ແຕ່ໃນເວລາດຽວກັນຍັງມີນັກສຶກສາອີກຫຼາຍລ້ານຄົນທີ່ກຳລັງກຽມສຳເລັດການສຶກສາໃນລະດັບວິທະຍາໄລພາຍໃນປີນີ້.

Yao Lu ສາສະດາຈານດ້ານສັງຄົມວິທະຍາຈາກ Colombia university ໄດ້ກ່າວວ່າ “ຟອງສະບູ່ໃນວິທະຍາໄລແຫ່ງນີ້ກຳລັງຈະແຕກໃນທີ່ສຸດ ການຂະຫຍາຍຕົວຂອງການສຶກສາລະດັບວິທະຍາໄລໃນປີ 1990 ເຮັດໃຫ້ຜູ້ສຳເລັດການສຶກສາລະດັບວິທະຍາໄລຫຼັ່ງໄຫຼເຂົ້າມາຈຳນວນຫຼວງຫຼາຍ ແຕ່ບໍ່ມີຄວາມສອດຄ່ອງກັນລະຫວ່າງອຸປະສົງ ແລະ ອຸປະທານຂອງແຮງງານທີ່ມີທັກສະສູງເນື່ອງຈາກເສດຖະກິດເຕີບໂຕບໍ່ທັນ”
ທັງນີ້ ການເຮັດວຽກທີ່ຕ່ຳກວ່າທັກສະເກີດຂຶ້ນ ເມື່ອບຸກຄົນນັ້ນໆຕ້ອງການເຮັດວຽກທີ່ໃຊ້ທັກສະຕ່ຳກວ່າຄວາມຮູ້ ຄວາມສາມາດ ຫຼື ເປັນວຽກທີ່ໄດ້ຄ່າຕອບແທນຕ່ຳ ຫຼື ບາງຄັ້ງກໍເປັນວຽກ Part Time ເພາະວ່າພວກເຂົາບໍ່ສາມາດຫາງານປະຈຳທີ່ເໝາະສົມກັບຄວາມສາມາດຂອງຕົນເອງໄດ້.

ຢ່າງໃດກໍຕາມ ນັກວິເຄາະຈາກປະເທດອາເມຣິກາ ໄດ້ປະເມີນວ່າອັດຕາການວ່າງງານຂອງໜຸ່ມສາວໃນຈີນ ມີທ່າອ່ຽງທີ່ສູງສຸດໃນລະດູຮ້ອນ ເດືອນກໍລະກົດ ແລະ ເດືອນ ສິງຫາ ໂດຍມີບັນດິດຈົບໃໝ່ຫຼັ່ງໄຫຼເຂົ້າມາ. ນັກເສດຖະສາດຂອງ Goldman Sachs ກ່າວວ່າ ການທີ່ໜຸ່ມສາວໃນຈີນກັບໄປເຮັດວຽກຈະຊ່ວຍໃຫ້ເສດຖະກິດຈີນຟື້ນຕົວໄດ້ ເນື່ອງຈາກເປັນປະຊາກອນທີ່ມັກມີອັດຕາສ່ວນເກືອບ 20% ຂອງການບໍລິໂພກໃນຈີນ ຍົກເວັ້ນອາດຈະບໍ່ກົງກັບທີ່ຕົນຕ້ອງການ ຫຼື ໄດ້ຮັບການເຝິກຝົນໃຫ້ເຮັດ
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/