Meta ເປັນບໍລິສັດແມ່ຂອງ Facebook ຖືກປັບດ້ວຍຈຳນວນເງິນທີ່ສູງເປັນປະຫວັດສາດຮອດ 1.200 ລ້ານຢູໂຣ ດ້ວຍຂໍ້ກ່າວຫາຖ່າຍໂອນຂໍ້ມູນຜູ້ໃຊ້ໃນສະຫະພາບຢູໂຣບ (EU) ໄປໃຫ້ກັບປະເທດ ອາເມຣິກາ ເຊິ່ງເປັນການລະເມີດຄຳຕັດສິນຂອງສານຄັ້ງກ່ອນໜ້າ.
ຄະນະກຳມະການຄຸ້ມຄອງຂໍ້ມູນຂອງປະເທດ ໄອແລນ (DPC) ສັ່ງປັບບໍລິສັດ Meta ເນື່ອງຈາກມີຄວາມກັງວົນກ່ຽວກັບການຖ່າຍໂອນຂໍ້ມູນຜູ້ໃຊ້ງານຢ່າງຕໍ່ເນື່ອງຂອງ Meta ນອກຈາກນີ້ທາງ (DPC) ຍັງສັ່ງໃຫ້ Meta ຢຸດການຖ່າຍໂອນຂໍ້ມູນສ່ວນຕົວຂອງຜູ້ໃຊ້ພາຍໃນ 5 ເດືອນ ນັບຈາກຄຳຕັດສິນ ໂດຍຄ່າປັບຄັ້ງນີ້ຖືວ່າເປັນຄ່າປັບສູງສຸດເທົ່າທີ່ເຄີຍມີພາຍໃຕ້ການຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງຢູໂຣບ ຫຼື GDPR.


ທາງດ້ານ Meta ໄດ້ອອກມາຕອບໂຕ້ວ່າຮູ້ສຶກຜິດຫວັງຕໍ່ການຖືກໝາຍຫົວ ແລະ ກ່າວວ່າຄຳຕັດສິນດັ່ງກ່າວມີຂໍ້ບົກພ່ອງບໍ່ຍຸຕິທຳ ແລະ ເປັນແນວທາງກົດໝາຍທີ່ອັນຕະລາຍຕໍ່ບໍລິສັດອື່ນໆ ຈຳນວນຫຼາຍ ໂດຍທາງບໍລິສັດຈະເຮັດການອຸທອນ ທັງເນື້ອຫາຂອງຄຳຕັດສິນ ແລະ ຄຳສັ່ງຕ່າງໆ ເຊິ່ງລວມໄປຮອດຄ່າປັບ ແລະ ຈະຂໍດຳເນີນການໃນຊັ້ນສານ ເພື່ອຢຸດກຳນົດເສັ້ນຕາຍການປະຕິບັດຕາມຄຳສັ່ງເປັນການຊົ່ວຄາວ.
ກ່ອນໜ້າທາງໜ່ວຍງານກຳກັບການດູແລຂອງສະຫະພາບຢູໂຣບ ກໍເຄີຍລົງໂທດ Meta ດ້ວຍການປັບເງິນຈຳນວນຫຼາຍກວ່າ 100 ລ້ານຢູໂຣ ຈາກການລະເມີດຂໍ້ມູນສ່ວນຕົວໂດຍແອັບພິເຄຊັນ Instagram, WhatsApp ແລະ Facebook ເປັນບໍລິສັດໃນເຄືອຂອງ Meta ໂດຍຄຳຕັດສິນຫຼ້າສຸດ ນັບເປັນໂທດຄັ້ງທີ 3 ທີ່ສະຫະພາບຢູໂຣບສັ່ງປັບ ແລະ ເປັນຮອບທີ 4 ໃນຮອບ 6 ເດືອນ
ການທີ່ສະຫະພາບຢູໂຣບ ສັ່ງປັບໃນເທື່ອນີ້ຖືວ່າເປັນການສັ່ງປັບເປັນຍອດເງິນທີ່ຫຼາຍທີ່ສຸດເຖິງ 1.200 ລ້ານຢູໂຣ ແລະ ເປັນການທຳລາຍສະຖິຕິເກົ່າທີ່ຄະນະຄຸ້ມຄອງຂໍ້ມູນຂອງສະຫະພາຢູໂຣບເຄີຍສັ່ງປັບ Amazon ໃນ 2021 ໃນການເກັບຂໍ້ມູນໂຄສະນາທີ່ລະເມີດຄວາມເປັນສ່ວນຕົວ ໂດຍ Amazon ຖືກປັບເປັນຈຳນວນເງິນ 746 ລ້ານໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/