ຈາກການສຶກສາໃໝ່ອະທິບາຍວ່າວິທີການສ້າງ ACBM ຫຼື ຊີ້ນຈາກຈຸລັງສັດນັ້ນ ຜະລິດຄາບອນໄດອັອກໄຊຫຼາຍກວ່າວິທີການດັ້ງເດີມໃນສອງສາມປີທີ່ຜ່ານມາ ນັກວິທະຍາສາດຫຼາຍຄົນໄດ້ສົ່ງເສີມການສ້າງ ACBM ເນື່ອງຈາກວ່າມັນສາມາດຊ່ວຍລົດຜ່ອນການຂ້າສັດໄດ້.
ອີງຕາມການລາຍງານຫຼ້າສຸດຂອງ Interest Engineering ພົບວ່າ ວິທີການເພາະຊີ້ນສັດໃນຫ້ອງທົດລອງເຮັດໃຫ້ເກີດການປ່ອຍຄາບອນໄດອັອກໄຊຫຼາຍກວ່າການລ້ຽງສັດ ເເລະ ຂ້າສັດເເບບດັ້ງເດີມເຖິງ 4 ຫາ 25 ເທົ່າ.

ນັກວິທະຍາສາດຂອງມະຫາວິທະຍາໄລຄາລິຟໍເນຍອ້າງວ່າ ACBM ແຕ່ລະກິໂລສາມາດຜະລິດຄາບອນໄດ້ຈາກ 246 ຫາ 1.508 ກິໂລກຣາມ. ເປັນໄປໄດ້ວ່າ ການເພາະຊີ້ນຈາກຈຸລັງສັດອາດຈະເກີດຂຶ້ນຈາກກະເເສ ເເລະ ຄວາມຕ້ອງການຊີ້ນສັດທີ່ຫຼາຍຂຶ້ນເລື້ອຍໆ, ໂດຍພວກເຂົາຄາດການວ່າ ພາວະໂລກຮ້ອນທີ່ເກີດຈາກຊີ້ນສັດທີ່ເພາະລ້ຽງອາດສູງກວ່າຊີ້ນສັດທີ່ຂາຍຍ່ອຍເຖິງ 25 ເທົ່າ.
“ການລົງທຶນຫຼາຍຕື້ໂດລາ ໄດ້ຖືກຈັດສັນໂດຍສະເພາະໃນພາກສ່ວນ ACBM, ໂດຍມີການຄົ້ນຄວ້າເເລ້ວວ່າ ການເພາະລ້ຽງຊີ້ນສັດໃນຫ້ອງທົດລອງຈະຊ່ວຍລົດຜ່ອນຊີ້ນທີ່ດິນ, ນ້ຳ ເເລະ ຢາຕ້ານເຊື້ອໃນການລ້ຽງສັດ”. ຢ່າງໃດກໍຕາມ, ນັກຄົ້ນຄວ້າໄດ້ພົບເຫັນວ່າການໂຄສະນາເກີນຈິງກ່ຽວກັບຊີ້ນສັດທີ່ເພາະລ້ຽງໃນຫ້ອງທົດລອງນັ້ນຂຶ້ນຢູ່ກັບການວິເຄາະຂໍ້ບົກຜ່ອງຂອງການປ່ອຍອາຍພິດຄາບອນໄດອັອກໄຊ.

ນອກເໜືອຈາກການປ່ອຍອາຍພິດຄາບອນໄດອັອກໄຊທີ່ສູງຂຶ້ນ, ບັນຫາອີກຢ່າງໜຶ່ງຂອງຊີ້ນສັດເພາະລ້ຽງໃນຫ້ອງທົດລອງກໍຄື ເທັກໂນໂລຢີທີ່ໄດ້ກ່າວມານັ້ນອາດຈະບໍ່ສາມາດໃຊ້ໄດ້ເເທ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/