ຈີນ ກຽມສ້າງຟາມກັງຫັນລົມທີ່ໃຫຍ່ທີ່ສຸດໃນໂລກໃນເມືອງເຊົາໂຈ ມົນທົນກວາງຕຸ້ງ ທີ່ສາມາດຈ່າຍພະລັງງານໄດ້ຫຼາຍເຖິງ 43,3 ກິກະວັດ (GW).
ໂຄງການດັ່ງກ່າວຈະເລີ່ມກໍ່ສ້າງໃນປີ 2025 ເປັນພື້ນທີ່ຟາມກັງຫັນລົມຄວາມຍາວກວ່າ 10 ກິໂລແມັດ ຄາດວ່າຈະມີກັງຫັນຈຳນວນຫຼາຍພັນອັນ ແຕ່ລະອັນມີຂະໜາດຍາວ 252 ແມັດ ພ້ອມດ້ວຍຄວາມພິເສດຂອງພື້ນທີ່ ທີ່ມີລົມແຮງ ທີ່ເຮັດໃຫ້ກັງຫັນລົມເຮັດວຽກໄດ້ 3.800-4.300 ຊົ່ວໂມງຕໍ່ປີ ເປັນການສ້າງ ທີ່ໃຊ້ພະລັງງານທີ່ສູງອີກດ້ວຍ.

ເຖິງຢ່າງໃດກໍຕາມທາງການຈີນກໍບໍ່ໄດ້ເປີດເຜີຍງົບປະມານໃນການກໍ່ສ້າງ ຖ້າຫາກໂຄງການນີ້ສຳເລັດ ແລະ ສາມາດຈ່າຍພະລັງງານໄດ້ຕາມທີ່ຄາດໄວ້ໄດ້ ຟາມແຫ່ງນີ້ຈະຈ່າຍພະລັງງານໃຫ້ກັບເຮືອນ 13 ລ້ານຫຼັງ ຫຼື ຈ່າຍໄຟໃຫ້ກັບຫຼອດໄຟ (LED) ໄດ້ 4,3 ພັນລ້ານດວງ.
ປະເທດຈີນ ຖືວ່າມີຄວາມຫ້າວຫັນຈະພັດທະນາໃນດ້ານຕ່າງໆຢູ່ສະເໝີ ເຮັດສິ່ງໃດກໍລະດັບໂລກ ແລະ ການເຮັດພະລັງງານໄຟຟ້ານີ້ ມັນຍັງຈະຊ່ວຍເຮັດໃຫ້ລົດການປ່ອຍຄາບອນ (Carbon Neutral) ໃຫ້ໄດ້ຫຼາຍທີ່ສຸດ, ພ້ອມກັນນີ້ ຍັງຕ້ອງມີການວາງແຜນທີ່ດີ ແລະ ເປັນຂັ້ນຕອນ. ປະທານາທິບໍດີ ປະເທດຈີນ ກ່າວໃນກອງປະຊຸມທີ່ຜ່ານມາ ເຊິ່ງເປັນຄວາມພະຍາຍາມບໍ່ໃຫ້ປ່ອຍມົນລະພິດພາຍໃນປີ 2060.

ຈາກການລາຍງານຂອງສະພາພະລັງງານລົມໂລກ (GWEC, Global Wind Energy Council) ໄດ້ລະບຸວ່າ ປັດຈຸບັນໂລກມີກຳລັງການຜະລິດໄຟຟ້າດ້ວຍລົມ ທັງທາງບົກ ແລະ ທາງນ້ຳ. ພ້ອມທັງມີ ທາງນອກຊາຍຝັ່ງເກີນກວ່າ 830 ກິກະວັດ ໂດຍປະເທດຈີນເປັນຜູ້ນຳ ເຊິ່ງມີເປີເຊັນເກີນກວ່າເຄິ່ງໜຶ່ງຂອງໂລກ ຫຼື 55.91% ຂອງທັງໝົດ. ຕາມມາດ້ວຍສະຫະລັດອາເມຣິກາ ທີ່ມີເປີເຊັນຢູ່ທີ່ 18.19% ໂດຍສະເພາະໃນໄລຍະ 5 ປີ ທີ່ຜ່ານມາ, ຈີນໄດ້ຕິດຕັ້ງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າຫຼາຍກວ່າປະເທດອື່ນໆໃນໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/