ເມື່ອບໍ່ດົນມານນີ້ ສຳນັກຂ່າວຈາກເກົາຫຼີໃຕ້ ລາຍງານວ່າ ນະຄອນໂຊລ ນະຄອນຫຼວງຂອງເກົາຫຼີໃຕ້ ຈະຍົກເລີກນະໂຍບາຍ ສະຖານທີ່ຈອດລົດຂອງແມ່ຍິງ ໃນສູນການຄ້າໃຫຍ່ ແລະ ບ່ອນຈອດລົດທັງໝົດ ເພາະເບິ່ງວ່າບໍ່ຈຳເປັນ ແລະ ບໍ່ມີຄວາມເທົ່າທຽມ ຫຼັງຈາກທີ່ບ່ອນຈອດລົດໄດ້ສ້າງຄວາມປອດໄພໃຫ້ແມ່ຍິງມາຫຼາຍກວ່າ 14 ປີແລ້ວ.
ໂດຍລັດຖະບານໃນຊຸດປັດຈຸບັນມີຄວາມຄິດວ່າບ່ອນຈອດລົດສໍາລັບແມ່ຍິງແມ່ນບໍ່ມີຄວາມຈໍາເປັນ ແລະ ຈະຖືກປ່ຽນເປັນບ່ອນຈອດລົດສຳລັບຄອບຄົວແທນ ເພື່ອຮອງຮັບຫຼາຍກຸ່ມຄົນ ໂດຍຫວັງວ່າທຸກຄົນຈະສາມາດໄດ້ຮັບຜົນປະໂຫຍດໂດຍບໍ່ຕ້ອງຄໍານຶງເຖິງຂໍ້ຈຳກັດເລື່ອງເພດ.

ສະຖານທີ່ຈອດລົດຂອງແມ່ຍິງໃນນະຄອນໂຊລໄດ້ເລີ່ມຂຶ້ນເປັນຄັ້ງທຳອິດໃນປີ 2009 ເນື່ອງຈາກມີກໍລະນີຍິງຈຳນວນໜຶ່ງຖືກທຳຮ້າຍຢູ່ບ່ອນຈອດລົດ. ໂດຍສະເພາະແມ່ນບ່ອນຈອດລົດໃຕ້ດິນໃນອາຄານຕ່າງໆ ເຊິ່ງໄດ້ພາໃຫ້ມີການຮຽກຮ້ອງໃຫ້ລັດຖະບານເກົາຫຼີໃຕ້ ພາຍໃຕ້ການນຳຂອງ ລີ ມຍອງບັກ (Lee Myung-bak) ໃຫ້ຈັດສັນພື້ນທີ່ເພື່ອເຮັດບ່ອນຈອດລົດສຳລັບແມ່ຍິງ. ໂດຍພື້ນທີ່ຈອດລົດສຳລັບແມ່ຍິງ ແມ່ນກວມເອົາ 10 ເປີເຊັນຂອງບ່ອນຈອດລົດຂະໜາດໃຫຍ່ທັງໝົດ ທີ່ສາມາດບັນຈຸລົດໄດ້ຫຼາຍກວ່າ 30 ຄັນ ເຊິ່ງຕ້ອງຕັ້ງຢູ່ໃກ້ກັບທາງເຂົ້າ-ອອກຂອງອາຄານ ແລະ ຢູ່ຖັດຈາກບ່ອນຈອດລົດຄົນພິການ ລວມທັງການຂະຫຍາຍພື້ນທີ່ຈອດລົດໃຫ້ກວ້າງກວ່າເຂດຈອດລົດທົ່ວໄປອີກດ້ວຍ.

ຢ່າງໃດກໍຕາມ ບັນດາກຸ່ມຄົນຫຼາຍກຸ່ມໃນເກົາຫຼີໃຕ້ໄດ້ສະແດງຄວາມບໍ່ພໍໃຈຕໍ່ນະໂຍບາຍດັ່ງກ່າວມາເປັນເວລາດົນນານ ເພາະຖືກເບິ່ງວ່າເປັນການເລືອກປະຕິບັດ ຕໍ່ຜູ້ຊາຍ ແລະ ເປັນການສົ່ງເສີມການເໝົາລວມວ່າແມ່ຍິງເປັນຕົ້ນເຫດທີ່ເພີ່ມຄວາມແຕກແຍກບົດບາດຍິງຊາຍໃຫ້ຮ້າຍແຮງຂຶ້ນ. ພວກເຂົາເຈົ້າຍັງມີທັດສະນະວ່າບ່ອນຈອດລົດຂອງແມ່ຍິງເຮັດໃຫ້ຜູ້ທີ່ຕ້ອງການພື້ນທີ່ແທ້ໆບໍ່ໄດ້ຮັບການຄຸ້ມຄອງຢ່າງເໝາະສົມອີກດ້ວຍ.
ໂດຍການປ່ຽນແປງຄັ້ງນີ້ ເຈົ້າໜ້າທີ່ໃຫ້ລາຍລະອຽດວ່າບ່ອນຈອດລົດຂອງແມ່ຍິງທັງໝົດ 1.988 ບ່ອນໃນນະຄອນໂຊລຈະຖືກປ່ຽນເປັນ ‘ບ່ອນຈອດລົດຄອບຄົວ’ ຕັ້ງແຕ່ເດືອນມີນາເປັນຕົ້ນໄປ ເພື່ອຮອງຮັບຜູ້ໃຊ້ງານທີ່ເປັນຄອບຄົວ, ແມ່ຍິງຖືພາ ຫຼື ຜູ້ຕິດຕາມຂອງເຂົາເຈົ້າຜູ້ທີ່ເດີນທາງກັບເດັກນ້ອຍ ຫຼື ຜູ້ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນຍ້າຍ ໂດຍບໍ່ຕ້ອງຄຳນຶງເຖິງເລື່ອງເພດຂອງຜູ້ຂັບຂີ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/