ຕອນເຊົ້າຂອງວັນທີ 6 ກຸມພາ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 7,8 ຣິກເຕີ້ ທີ່ປະເທດ ຕຸຣເຄຍ ແລະ ຊີເຣຍ ເປັນເຫດໃຫ້ຫຼາຍຕຶກສູງເສຍຫາຍ ແລະ ຫຼາຍຫຼັງຄາເຮືອນຕ້ອງພັງທະລາຍ ເຮັດໃຫ້ປັດຈຸບັນ ມີຜູ້ເສຍຊີວິດແລ້ວ ນັບ 500 ຄົນ ແລະ ບາດເຈັບອີດຫຼາຍກວ່າ 1 ພັນຄົນ.
ລາຍງານເຜີຍວ່າ ເວລາປະມານ 4 ໂມງເຊົ້າ ຕາມເວລາທ້ອງຖິ່ນ ໄດ້ເກີດແຜ່ນດິນໄຫວ ຂະໜາດ 7,8 ຣິກເຕີ້ ທີ່ລະດັບຄວາມເລິກ 24,1 ກິໂລແມັດ ໃກ້ກັບເມືອງ ກາຊາອັນເທບ (Gaziantep) ທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດ ຕຸຣເຄຍ ໂດຍແຮງສັ່ນສະເທືອນ ໄດ້ກະຈາຍໄປເຖິງປະເທດໃກ້ຄຽງຢ່າງ ຊີເຣຍ, ເລບານອນ, ໄຊປັດ ແລະ ອິດສະຣາເອວ ແລະ ໄດ້ມີ Aftershock ຫຼື ແຜ່ນດິນໄຫວຂະໜາດນ້ອຍທີ່ເກີດຂຶ້ນຫຼັງຈາກເຫດການແຜ່ນດິນໄຫວຂະໜາດໃຫຍ່ ຕາມມາອີກຢ່າງໜ້ອຍ 18 ເທື່ອ.

ສຳລັບໃນປະເທດຕຸຣເຄຍ, ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 284 ຄົນ ແລະ ປະມານ 2.300 ຄົນໄດ້ຮັບບາດເຈັບຢູ່ໃນຫຼາຍເມືອງ. ໃນຊີເຣຍ, ເສຍຊີວິດແລ້ວຢ່າງໜ້ອຍ 245 ຄົນ ແລະ ອີກ 600 ກວ່າຄົນໄດ້ຮັບບາດເຈັບ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນຕອນເຊົ້າ ເຊິ່ງຄົນສ່ວນຫຼາຍແມ່ນນອນຫຼັບ ແລະ ບໍ່ທັນໄດ້ຕັ້ງຕົວ ເປັນເຫດໃຫ້ຫຼາຍຄົນຍັງຕິດຢູ່ໃຕ້ຊາກຫັກພັງຂອງຕຶກອາຄານທີ່ພັງທະລາຍລົງ.

ໄພພິບັດດັ່ງກ່າວເປັນແຜ່ນດິນໄຫວທີ່ຮຸນແຮງທີ່ສຸດໃນຕຸລະເຄຍນັບຕັ້ງແຕ່ປີ 1939, ໃນເວລາທີ່ຕຸລະເຄຍຍັງໄດ້ຮັບຜົນກະທົບຈາກແຜ່ນດິນໄຫວທີ່ມີຄວາມແຮງ 7,8 ເຊິ່ງຕອນນັ້ນເຮັດໃຫ້ມີຜູ້ເສຍຊີວິດເຖິງ 30.000 ຄົນ, ອີງຕາມ ສຳນັກງານກວດສອບ ທໍລະນີວິທະຍາຂອງສະຫະລັດ ອາເມຣິກາ (USGS) ໃຫ້ຮູ້ວ່າ ແຜ່ນດິນໄຫວຂະໜາດນີ້ແມ່ນເກີດຂຶ້ນໜ້ອຍທີ່ສຸດ ສະເລ່ຍໜ້ອຍກວ່າ 5 ຄັ້ງຕໍ່ປີໃນທຸກຂົງເຂດຂອງທົ່ວໂລກ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/