ກາຍເປັນປະເດັນຮ້ອນ ໃນວົງການກິລາ ກ່ອນທີ່ການແຂ່ງຂັນກິລາຊີເກມ 2023 ເມື່ອກໍາປູເຈຍ ປະເທດເຈົ້າພາບຕັດສິນໃຈປ່ຽນຊື່ກິລາ “ມວຍ” ເປັນ “ກຸນ ຂະແມ” ເນື່ອງຈາກເຈົ້າພາບງານກິລາຊີເກມ 2023 ບໍ່ຢາກໃຊ້ຄຳວ່າ “ມວຍ” ເຮັດໃຫ້ທາງປະເທດໄທ ແລະ ສະຫະພັນມວຍໄທ ບໍ່ພໍໃຈ ແລະ ຈະບໍ່ສົ່ງນັກກິລາລົງແຂ່ງ “ກຸນ ຂະແມ” ໃນຊີເກມ 2023.
ໂດຍ ວັດ ຈຳເລີນ ເລຂາທິການຄະນະກຳມະການຈັດການແຂ່ງຂັນຊີເກມຂອງກຳປູເຈຍ (CAMSOC) ແລະ ຄະນະກຳມະການໂອລິມປິກແຫ່ງຊາດຂອງກຳປູເຈຍ (NOCC) ກ່າວວ່າ ການຕັດສິນໃຈປ່ຽນຊື່ຊະນິດກິລາຈາກ “ມວຍ” ເປັນ “ກຸນ ຂະແມ” ຢ່າງເປັນທາງການໃນຊີເກມ 2023 ກໍເພື່ອໃຫ້ສອດຄ່ອງກັບຄຳຄິດເຫັນຂອງປະຊາຊົນ ເນື່ອງຈາກຄຳວ່າ ມວຍໄທ ມາຈາກ ໄທ.

ເຊິ່ງການເຄື່ອນໄຫວຄັ້ງນີ້ ເຮັດໃຫ້ທາງສະຫະພັນມວຍໄທ ຕັດສິນໃຈບໍ່ສົ່ງນັກກິລາໄທ ລົງແຂ່ງຂັນ ເພາະເຫັນວ່າບໍ່ສົມເຫດສົມຜົນ ເນື່ອງຈາກການແຂ່ງຂັນໃນຊີເກມທຸກຄັ້ງກໍຕົກລົງກັນວ່າຈະໃຊ້ຊື່ກິລານີ້ວ່າ ກິລາ ມວຍ.

ອີກໜຶ່ງສາເຫດທີ່ເຮັດໃຫ້ທາງສະຫະພັນມວຍໄທບໍ່ສົ່ງນັກກິລາເຂົ້າຮ່ວມ ກຸນ ຂະແມ ໃນຄັ້ງນີ້ກໍຄື ທາງເຈົ້າພາບບໍ່ຍອມໃຫ້ ສະຫະພັນມວຍໄທສະໝັກຫຼິ້ນນານາຊາດ ຫຼື IFMA ເຂົ້າມາຮ່ວມຈັດການແຂ່ງຂັນ ເທົ່າກັບວ່າ ກຸນ ຂະແມ ເປັນກິລາທີ່ບໍ່ໄດ້ຖືກຮັບຮອງຈາກສະຫະພັນກິລາ ນານາຊາດນັ້ນເອງ ແລະ ຖ້າຊາດໃດສົ່ງນັກກິລາເຂົ້າແຂ່ງຂັນ ກໍຈະຖືກ ແບນອອກຈາກ ການແຂ່ງຂັນທຸກລາຍການ ທີ່ IFMA ຫຼື ສະຫະພັນມວຍໄທສະໝັກຫຼິ້ນນານາຊາດ ເປັນຄົນຈັດຂຶ້ນນັ້ນເອງ.

ໂດຍກິລາ ກຸນ ຂະແມ ທີ່ຈະເຮັດການແຂ່ງຂັນໃນຊີເກມທີ່ກຳປູເຈຍນີ້ ຈະມີກົດລະບຽບໃນການແຂ່ງຂັນ ຄ້າຍຄືກັບ ກິລາມວຍໄທ ສະໝັກຫຼິ້ນທີ່ເຮົາຄຸ້ນເຄີຍກັນ ທຸກຢ່າງ ໂດຍທັງສອງປະເທດນີ້ກໍຍັງຖົກຖຽງກັນຢູ່ວ່າ ກິລານີ້ ປະເທດໃດເປັນຜູ້ລິເລີ່ມກັນແທ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/