ວັນທີ 9 ມັງກອນ ອົງການສະຫະປະຊາຊາດ ຫຼື UN ໄດ້ອອກມາເປີດເຜີຍວ່າ ຄວາມພະຍາຍາມຂອງມະນຸດໃນການຮັກສາຊັ້ນໂອໂຊນຂອງໂລກນັ້ນເປັນໄປໄດ້ດີຕາມຄາດ ແລະ ຊັ້ນໂອໂຊນຂອງໂລກ ອາດກັບມາຟື້ນຟູກັບມາສູ່ສະພາບສົມບູນແບບອີກເທື່ອໜຶ່ງໃນອີກບໍ່ເທົ່າໃດສິບປີທາງໜ້າ.

ເຊິ່ງ UN ໄດ້ເຜີຍວ່າ: ຊັ້ນໂອໂຊນມີຄວາມຫວັງຈະໄດ້ຮັບການຟື້ນຟູໃຫ້ຄືນສູ່ສະພາບປົກກະຕິພາຍໃນເວລາ 40 ປີ, ການເຄື່ອນໄຫວທີ່ຢຸດການນຳໃຊ້ຜະລິດຕະພັນເຄມີທີ່ສິ້ນເປືອງຊັ້ນໂອໂຊນເປັນກ້າວໆຂອງໂລກໄດ້ສ້າງຜົນປະໂຫຍດໃຫ້ແກ່ການເຄື່ອນໄຫວທີ່ມີຈຸດປະສົງເພື່ອລົດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ໂດຍຊັ້ນໂອໂຊນ ເປັນສ່ວນໜຶ່ງຂອງຊັ້ນບັນຍາກາດຂອງໂລກທີ່ຈະເຮັດໜ້າທີ່ດູດຊັບເອົາຣັງສີອັລຕຣ້າໄວໂອເລັດທີ່ສ່ວນໃຫຍ່ເກີດຈາກດວງຕາເວັນ ທີ່ຖ້າວ່າປາສະຈາກຊັ້ນໂອໂຊນ ຣັງສີອັລຕຣ້າໄວໂອເລັດ ກໍຈະແຜ່ລົງມາສູ່ຜິວໂລກໄດ້ງ່າຍຂຶ້ນ ເຊິ່ງອາດກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດ ແລະ ສິ່ງມີຊີວິດໃນທົ່ວໂລກ.

ມີການຄົ້ນພົບວ່າຊັ້ນໂອໂຊນທີ່ປົກຄຸມໂລກໄດ້ຮັບຄວາມເສຍຫາຍ ແລະ ມີຄວາມໜາແໜ້ນທີ່ລົດລົງຕັ້ງແຕ່ປີ 1987 ໂດຍສາເຫດສຳຄັນທີ່ທຳລາຍຊັ້ນໂອໂຊນຂອງໂລກເຮົາແມ່ນ ສານເຄມີ ທີ່ຊື່ວ່າ ສານຄໍໂຣຟູອໍໂຣຄາບອນ (CFC) ເຊິ່ງສາມາດພົບໄດ້ທົ່ວໄປໃນກະປ໋ອງສະເປ, ຕູ້ເຢັນ, ເຄື່ອງປັບອາກາດ ແລະ ອື່ນໆ.
ໂດຍຄວາມພະຍາຍາມໃນການຮັກສາ ແລະ ຟື້ນຟູຊັ້ນໂອໂຊນຂອງມະນຸດເກີດຂຶ້ນຕັ້ງແຕ່ປີ 1987 ທີ່ໃນຕອນນັ້ນມີ 46 ປະເທດລົງນາມສັນຍາວ່າຈະບໍ່ໃຊ້ສານເຄມີທີ່ເປັນອັນຕະລາຍຕໍ່ກັບຊັ້ນໂອໂຊນ ແລະ ມາຮອດປັດຈຸບັນ ເກືອບ 99% ຂອງສານເຄມີຕ້ອງຫ້າມທີ່ທຳລາຍຊັ້ນໂອໂຊນໄດ້ຖືກຍົກເລີກການໃຊ້ງານໄປແລ້ວ.

ເຖິງແມ່ນວ່າລາຍງານຄັ້ງນີ້ ຈະເບິ່ງຄືເປັນຂ່າວດີ ແຕ່ຢ່າງໃດກໍຕາມ ທາງ UN ກໍຍັງເຕືອນວ່າ: ຕອນນີ້ຍັງບໍ່ມີຫຼັກປະກັນໃດໆ ທີ່ຈະຮັບຮອງວ່າຊັ້ນໂອໂຊນຈະຟື້ນຕົວຕໍ່ເນື່ອງແບບນີ້ຕະຫຼອດໄປ ເນື່ອງຈາກອາດຈະມີປັດໄຈອື່ນໆໃນອະນາຄົດມາກະທົບເຊັ່ນ: ພາວະໂລກຮ້ອນທີ່ມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ ຄືກັບປັດຈຸບັນນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/