National Geographic ໜຶ່ງໃນວາລະສານກ່ຽວກັບ ວິທະຍາສາດ ແລະ ການສຶກສາທີ່ມີຄົນອ່ານຫຼາຍທີ່ສຸດໃນໂລກ ໄດ້ຍົກໃຫ້ ສປປ ລາວ ເປັນ 1 ໃນ 25 ປະເທດທີ່ມີແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາ ແລະ ບໍ່ຄວນພາດທີ່ຈະມາທ່ອງທ່ຽວ ໃນປີ 2023.

ໂດຍໃນການຈັດອັນດັບຂອງ National Geographic ລາວເປັນປະເທດດຽວໃນອາຊຽນ ທີ່ຖືກບັນຈຸເຂົ້າໃນການຈັດອັນດັບຄັ້ງນີ້ ເຊິ່ງ ສປປ ລາວ ເຮົາຖືກຈັດເຂົ້າພາຍໃຕ້ຫົວຂໍ້ ‘ຊຸມຊົນ: ບ່ອນທີ່ມີການອະນຸລັກແຕ່ເປັນປະໂຫຍດຕໍ່ທຸກໆຄົນ’ (Community: Where conservation benefits everyone) ຮ່ວມກັບປະເທດອື່ນໆເຊັ່ນ: ປະເທດກຣີສ, ສະຫະລັດ ອາເມຣິກາ, ແຄນາດາ ແລະ ປະເທດການາ.
ທາງວາລະສານ ຍັງໄດ້ຍົກ ທາງລົດໄຟລາວ-ຈີນ ທີ່ເປັນລົດໄຟຫົວລູກປືນສາມາດແລ່ນໄດ້ເຖິງ 160 ກິໂລແມັດຕໍ່ຊົ່ວໂມງ ວ່າເປັນລົດໄຟຄວາມໄວສູງສາຍໃໝ່ ທີ່ເຮັດໃຫ້ບັນດາຂົງເຂດທີ່ມີຄົນຮູ້ຈັກໜ້ອຍຂອງປະເທດລາວ ສາມາດເຂົ້າເຖິງ, ທ່ອງທ່ຽວ ແລະ ນຳໂອກາດຕ່າງໆທາງເສດຖະກິດມາສູ່ທ້ອງຖິ່ນໄດ້ຫຼາຍຂຶ້ນ.

ໂດຍ ທາງວາລະສານໄດ້ບັນຍາຍເຖິງປະເທດລາວວ່າ: “ປະເທດລາວເປັນປະເທດ ທີ່ບໍ່ມີທາງອອກສູ່ທະເລຂອງອາຊີຕາເວັນອອກສຽງໃຕ້, ແຕ່ຊີວິດໝູນວຽນໄປຕາມແມ່ນ້ຳ ທີ່ແລ່ນຕາມລວງຍາວຂອງປະເທດທີ່ມີພູມສັນຖານເປັນພູດອຍ. ພ້ອມມີແມ່ນໍ້າຂອງເປັນແມ່ນໍ້າສຳຄັນ ທີ່ໄຫຼຜ່ານທົ່ງນາ ສ້າງທີ່ຢູ່ອາໄສຂອງປາ ແລະ ເຮັດໜ້າທີ່ເປັນເສັ້ນທາງຫຼວງ ແລະ ແຫຼ່ງນ້ໍາທີ່ສໍາຄັນຂອງປະເທດ”.
“ບ້ານເຮືອນທີ່ລວມຕົວກັນຢູ່ຕາມແຄມແມ່ນໍ້າ ມັກສາມາດດຶງດູດນັກທ່ອງທ່ຽວເຂົ້າມາໄດ້ ພ້ອມຍັງຫວນກັບຄືນໄປເບິ່ງສະຖາປັດຕະຍະກຳອານານິຄົມຝຣັ່ງທີ່ງົດງາມ ທີ່ຍັງຫຼົງເຫຼືອຢູ່ໃນປະເທດ ແລະ ພະລາຊະວັງ ແລະ ວັດວາອາຮາມທີ່ງົດງາມ, ແຕ່ພູມສັນຖານທີ່ຮົກຮ້າງເຮັດໃຫ້ປະເທດລາວມີສະເໜ່ແຕກຕ່າງຈາກເສັ້ນທາງທ່ອງທ່ຽວທົ່ວໄປ”.

ໃນປີ 2022 ນີ້ ລາວມີນັກທ່ອງທ່ຽວຫຼາຍກວ່າ 1 ລ້ານຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ ປະມານ 644.756 ຄົນ. ໃນຂະນະທີ່ລັດຖະບານຄາດວ່າຈະດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 900.000 ຄົນໃນປີ 2022, ເຊິ່ງສາມາດສ້າງລາຍຮັບໄດ້ກວ່າ 218 ລ້ານໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/