ເອີ້ນໄດ້ວ່າໄດ້ຮັບຄວາມນິຍົມ ແລະ ມີແຟນໆທີ່ໜຽວແໜ້ນຢ່າງຕໍ່ເນື່ອງ. ຫຼ້າສຸດມີການເປີດເຜີຍອອກມາວ່າ ເຈົ້າຂອງ OnlyFans ມີລາຍໄດ້ລວມກັນຫຼາຍກວ່າ 550 ລ້ານໂດລາ ແຊງໜ້າເວັບໄຊຄວາມບັນເທີງແບບຜູ້ໃຫຍ່ຊື່ດັງຫຼາຍເວັບ ອັນເປັນຜົນມາຈາກຄວາມນິຍົມຂອງແພລັດຟອມສໍາລັບການໃຫ້ຄວາມບັັນເທີງທາງເພດ ແລະ ບັນດາສິລະປິນທີ່ຈະຂາຍເນື້ອຫາໃຫ້ກັບຜູ້ຕິດຕາມໃນອິນເຕີເນັດ.
ການຈ່າຍເງິນປັນຜົນໃຫ້ນັກທຸລະກິດຊາວ ຢູເຄຣນ-ອາເມຣິກາ ຢ່າງ Leo Radvinsky ໄດ້ຖືກເປີດເຜີຍໂດຍບໍລິສັດອັງກິດ ເຊິ່ງຕົວເລກທີ່ອອກມານັ້ນປາກົດວ່າ OnlyFans ມີຜົນກຳໄລທີ່ເພີ່ມຂຶ້ນເຖິງ 7 ເທົ່າ.

Radvinsky ໄດ້ຮັບເງິນ 284 ລ້ານໂດລາໃນປີ 2021 ແລະ 233 ລ້ານໂດລາໃນປີນີ້, ເຮັດໃຫ້ລາວເປັນໜຶ່ງໃນເຈົ້າຂອງທຸລະກິດອິນເຕີເນັດ startup ທີ່ໄດ້ຮັບຄ່າຕອບແທນດີທີ່ສຸດໃນອັງກິດ ແລະ ເນັ້ນຍໍ້າການເຕີບໂຕຢ່າງວ່ອງໄວຂອງ OnlyFans ນັບຕັ້ງແຕ່ເກີດໂຣກລະບາດ.

OnlyFans ອະນຸຍາດໃຫ້ຜູ້ສ້າງ, ເຊັ່ນ: ຄູສອນອອກກຳລັງກາຍ. ນັກດົນຕີ ແລະ ສິລະປິນ ຂາຍວິດີໂອຄລິບວິດີໂອ, ຂໍ້ຄວາມ ແລະ ບົດຄວາມໂດຍກົງໃຫ້ກັບແຟນໆ ໂດຍຕ້ອງຈ່າຍເງິນລະຫວ່າງ 5-50 ໂດລາຕໍ່ເດືອນ ໂດຍແພລັດຟອມຈະຫັກ 20% ຂອງລາຍຮັບຂອງຜູ້ຜະລິດເນື້ອຫາຕ່າງໆ.

ໃນບົດລາຍງານປະຈໍາປີ OnlyFans ໄດ້ເປີດເຜີຍວ່າຜົນກຳໄລ ກ່ອນການຫັກພາສີ ໃນເດືອນ ພະຈິກ 2021 ເພີ່ມຂຶ້ນຈາກ 61 ລ້ານໂດລາເປັນ 433 ລ້ານໂດລາ. ຂະນະທີ່ລາຍຮັບເພີ່ມຂຶ້ນຈາກ 358 ລ້ານໂດລາ ເປັນ 932 ລ້ານໂດລາ.
ຜູ້ໃຊ້ OnlyFans ທັງໝົດໃຊ້ຈ່າຍເງິນເກືອບ 4.8 ພັນລ້ານໂດລາສະຫະລັດ ເທິງແພລັດຟອມໃນປີ 2021, ເຊິ່ງການທີ່ OnlyFans ກຳລັງໄດ້ຮັບຄວາມນິຍົມນີ້ ແມ່ນຍ້ອນວ່າທາງແພລັດຟອມອະນຸຍາດໃຫ້ຜູ້ສ້າງສາມາດຫາລາຍໄດ້ຈາກເນື້ອຫາຂອງຕົນ ໂດຍບໍ່ອາໄສການໂຄສະນາ.
ເຊິ່ງກຳໄລຂອງ OnlyFans ໃນຕອນນີ້ຖືໄດ້ວ່າແຊງໜ້າ MindGeek ອານາຈັກຄວາມບັນເທີງສຳລັບຜູ້ໃຫຍ່ທີ່ຢູ່ເບື້ອງຫຼັງເວັບໄຊຊື່ດັງຢ່າງ Pornhub ແລະ YouPorn.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment