ໃນວັນທີ 30 ສິງຫາ 2022 ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີສົ່ງມອບຄືນ ລົດ ຂອງລັດໂດຍມີກົມບໍລິຫານ ຫ້ອງວ່າການສູນກາງພັກ, ຫົວໜ້າກົມບໍລິຫານພິທີການ ແລະ ການເງິນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ເຂົ້າຮ່ວມ. ໃນພິທີດັ່ງກ່າວ ໄດ້ມີການຖອນລົດຮັບໃຊ້ຂອງການນໍາຂັ້ນສູງ ທີ່ໄດ້ປະກອບໃຫ້ໃນໄລຍະຜ່ານມາ ເຊິ່ງບໍ່ສອດຄ່ອງກັບດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021, ຄໍາແນະນໍາ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 02/ຫສນຍ, ລົງວັນທີ 30 ທັນວາ 2021 ແລະ ຄໍາແນະນໍາ ຂອງກະຊວງການເງິນ ເລກທີ 0393/ກງ, ລົງວັນທີ 4 ກຸມພາ 2022 ກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ລົດບໍລິຫານຂອງລັດ.
ທັງໝົດນີ້ແມ່ນເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍ ບັນດານິຕິກໍາຂອງລັດຖະບານ, ນະໂຍບາຍປະຢັດ ທີ່ໄດ້ກໍານົດອອກ ແລະ ເປັນການທ້ອນໂຮມພາຫະນະຮັບໃຊ້ວຽກງານຂອງການນໍາຂັ້ນສູງ ມາລວມສູນຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອຄວາມສະດວກ ແລະ ຮັບປະກັນໃນການຕິດຕາມ, ຄຸ້ມຄອງ, ນໍາໃຊ້ ໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ ແລະ ສອດຄ່ອງກັບລະບຽບການໃນສະພາບການໃໝ່.

ຂໍ້ມູນຈາກ: https://cutt.ly/NCeEfXN
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment