ມິດ ສະຫວັນນິມິດ ສິລິພົນ ຫຼືຮູ້ຈັກກັນດີໃນນາມ “ພໍ່ໃຫຍ່ ມິດ” ເປັນອີກໜຶ່ງໄວໜຸ່ມຈາກແຂວງຈໍາປາສັກທີ່ມີຄວາມສາມາດຫຼາກຫຼາຍບໍ່ວ່າຈະເປັນ ການແຕ້ມຮູບ ທີ່ເປັນເອກະລັກສະເພາະຕົວ, ການຫຼິ້ນເຄື່ອງດົນຕີກໍໂດດເດັ່ນເຊັ່ນກັນ. ນອກຈາກນີ້ ພໍ່ໃຫຍ່ ມິດ ຍັງເຄີຍເປັນອາຈານສອນພິເສດວິຊາເປຍໂນໃຫ້ກັບບັນດານ້ອງໆ ນັກຮຽນມາແລ້ວ ແລະ ທີ່ຜ່ານມາກໍໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຊື່ສຽງ ເຊັ່ນຮູບແຕ້ມຂອງ ທ່ານອະດີດນາຍົກຍີ່ປຸ່ນ “ຊິນໂຊ ອາເບະ” ມື້ນີ້ Lao X ຂອງພວກເຮົາຈະພາມາທໍາຄວາມຮູ້ຈັກກັບຊາຍທີ່ຊື່ ພໍ່ໃຫຍ່ ມິດ ຄົນນີ້ຕື່ມ.
Lao X: ພໍ່ໃຫຍ່ ມິດ ຊ່ວຍແນະນໍາຕົວອີກຄັ້ງແດ່ໄດ້ບໍ່?
ເຈົ້າສະບາຍດີທຸກຄົນ ຂ້ອຍຊື່ວ່າ ສະຫວັນນິມິດ ສິລິພົນ ມີຊື່ຫຼິ້ນວ່າ ມິດ ຫຼືຄົນທົ່ວໄປໃນໂລກໂຊຊຽວຮູ້ກັນໃນນາມ “ພໍ່ໃຫຍ່ ມິດ” ປັດຈຸບັນອາຍຸ 28 ປີ, ເປັນຄົນມາຈາກ ບ້ານ ໂພນທອງ ເມືອງໂພນທອງ ແຂວງ ຈໍາປາສັກ, ຈົບການສຶກສາມາຈາກປະເທດຫວຽດນາມ ທີ່ໂຮງຮຽນສິລະປະ-ວັດທະນະທໍາ ດົ່ງນາຍ (Trường văn hóa nghệ thuật Đồng Nai).
Lao X: ປັດຈຸບັນພໍ່ໃຫຍ່ ມິດ ປະກອບອາຊີບຫຍັງ? ແລະທີ່ມາຂອງການເປັນນັກແຕ້ມຮູບແມ່ນຫຍັງ?
ຫຼັງຈາກທີ່ຮຽນຈົບຈາກຫວຽດນາມໃນ ປີ 2017 ຕໍ່ມາກໍໄດ້ກັບມາລາວ ແລະ ໄປເຮັດວຽກເປັນອາຈານສອນເປຍໂນທີ່ໂຮງຮຽນເອກະຊົນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນເປັນເວລາ 4 ປີ ແລະ ປັດຈຸບັນ (2022) ແມ່ນເຮັດວຽກເປັນ Freelance (ຮັບວຽກອິດສະຫຼະ) ແລະ ເຮັດວຽກອອນລາຍເປັນຫຼັກ. ນອກຈາກນີ້ແລ້ວ ຍັງເຮັດວຽກເສີມເປັນນັກເທຣດຢູ່ເທິງແພລັດຟອມ FT trading.
ແຕ່ອາຊີບທີ່ເຮັດໃຫ້ຫຼາຍຄົນຮູ້ຈັກຂ້ອຍດີກໍໜ້າຈະແມ່ນການເປັນນັກແຕ້ມຮູບ ເພາະທີ່ຜ່ານມາໄດ້ສ້າງສັນຜົນງານອອກມາຢ່າງຫຼວງຫຼາຍ ແລະ ເປັນທີ່ຖືກໃຈຂອງຫຼາຍຄົນ. ຖ້າຫາກຖາມເຖິງທີ່ມາຂອງການແຕ້ມຮູບກໍຕ້ອງເລົ່າຢ້ອນໄປເມື່ອຕອນຍັງນ້ອຍ ຂ້ອຍເປັນຄົນໜຶ່ງທີ່ມັກແຕ້ມຮູບເປັນຫຼັກ ແລະໄດ້ແຮງບັນດານໃຈມາຈາກແມ່ ເພາະຍ້ອນວ່າເພິ່ນເຄີຍເລົ່ານິທານກະຕ່າຍກັບເຕົ່າໃຫ້ຟັງ ເລີຍມີແນວຄິດຢາກແຕ້ມຮູບໂຕກະຕ່າຍໃຫ້ແມ່ເບິ່ງ ແລະຈາກນັ້ນມາກໍເລີ່ມເຝິກຝົນສີມືການແຕ້ມຮູບຂອງຕົນເອງມາເລື້ອຍໆ.
ຕໍ່ມາໃນປີ 2016 ໄດ້ທົດລອງແຕ້ມຮູບໂຕເສືອໂດຍການໃຊ້ສີໄມ້ ແລ້ວໂພສລົງ Facebook ເຊິ່ງຜົນຕອບຮັບກໍດີເກີນຄາດເພາະໄດ້ມີຫຼາຍຄົນເຂົ້າມາຍ້ອງຍໍໃນຕົວຜົນງານດັ່ງກ່າວ ເຮັດໃຫ້ມີແນວຄິດວ່າຕ້ອງພັດທະນາ ແລະ ຕໍ່ຍອດສີມືຕົນເອງໃຫ້ຫຼາຍຂຶ້ນຕື່ມ ເພື່ອເປັນການສ້າງລາຍໄດ້ໃຫ້ແກ່ຕົນເອງ.
ນອກຈາກຜົນງານສິລະປະແລ້ວ ມິດ ຍັງມີຄວາມສົນໃຈໃນການສຶກສາຄວາມຮູ້ກ່ຽວກັບວິຊາພູມສາດຂອງປະເທດຕ່າງໆ ໃນໂລກ ເພາະເມື່ອມີເວລາວ່າງກໍຈະມັກສຶກສາຫາຄວາມຮູ້ໃນອິນເຕີເນັດ ແລະເອົາມາຮຽບຮຽງເປັນພາສາລາວເພື່ອເຜີຍແຜ່ລົງແພລັດຟອມໂຊຊ່ຽວຕ່າງໆ ໂດຍມີຈຸດປະສົງຢາກໃຫ້ທຸກຄົນເຂົ້າໃຈກ່ຽວກັບວິຊາພູມສາດຫຼາຍຂຶ້ນຕື່ມ ແລະຮຽນຮູ້ສິ່ງໃໝ່ໆ ທີ່ເກີດຂຶ້ນໃນໂລກເຮົາ.
ສຳລັບຄົນທີ່ສົນໃຈໃນວິຊາພູມສາດສາມາດເຂົ້າໄປຕິດຕາມໄດ້ທີ່: Facebook Fanpage: ຮຽນຮູ້ພູມສາດ (https://cutt.ly/SZDfJhq) ແລະ Facebook group: ຮຽນຮູ້ພູມສາດ-ປະຫວັດສາດ (https://cutt.ly/4ZDfnrO)
Lao x: ມີຜົນງານໃດແດ່ທີ່ພໍ່ໃຫຍ່ ມິດ ພູມໃຈນໍາສະເໜີ?
ໂດຍ ສໍາລັບຜົນງານທີ່ຜ່ານມາແມ່ນມີຫຼາຍຮູບແຕ້ມເລີຍ ແຕ່ທີ່ເດັ່ນ ພ້ອມກັບຕົນເອງພູມໃຈນໍາສະເໜີ ແລະ ຫຼາຍຄົນມັກໃນຕົວຜົນງານຈະແມ່ນ:




ຮູບແຕ້ມສະຖານທີ່ທ່ອງທ່ຽວໃນ ສປປ ລາວ





ສຳລັບບັນດາຮູບແຕ້ມທີ່ເອົາມາໃຫ້ເບິ່ງນີ້ແມ່ນຕົນເອງມີຄວາມຕັ້ງໃຈໃນການແຕ້ມຫຼາຍ ແລະ ລາຍເສັ້ນທີ່ຢູ່ໃນຮູບແຕ້ມກໍເປັນລາຍເສັ້ນທີ່ສ້າງມັນອອກມາໃຫ້ມີຄວາມພິຖີພິຖັນແລະ ດີທີ່ສຸດ ເພື່ອຢາກພັດທະນາລາຍເສັ້ນຂອງຕົນເອງໃຫ້ຄ້າຍຄືລາຍເສັ້ນໃນໃບເງິນໃຫ້ຫຼາຍທີ່ສຸດ.
ນອກຈາກນີ້ ຍັງມີຜົນງານວິດີໂອການສອນແຕ້ມຮູບແຜນທີ່ຕ່າງໆ ເຊັ່ນ: ແຜນທີ່ໂລກ, ແຜນທີ່ປະເທດລາວ, ແຜນທີ່ອາຊຽນ ແລະ ແຜນທີ່ທະວີບຕ່າງໆ ໃນໂລກ ແຕ່ໂດດເດັ່ນສຸດກໍຄືວິດີໂອການສອນແຕ້ມຮູບແຜນທີ່ປະເທດລາວເຊິ່ງມີຍອດຮັບຊົມໃນ Facebook ກວ່າ 200,000 ວິວ ແລະ ຍອດແຊຣ໌ກວ່າ 10,000 ແຊຣ໌.
ສາມາດເບິ່ງຜົນງານດັ່ງກ່າວໄດ້ທີ່: https://cutt.ly/XZDiPyq
(ວິດີໂອຜົນງານການແຕ້ມແຜນທີ່ອື່ນໆ : https://cutt.ly/DZDiCMW (ແຜນທີ່ໂລກແບບໃຊ້ເສັ້ນສະແດງ), https://cutt.ly/AZDiM6X (ແຜນທີ່ອາຊຽນແບບບໍ່ໃຊ້ເສັ້ນສະແດງ), https://cutt.ly/jZDi250 (ແຜນທີ່ທະວີບເອເຊຍແບບບໍ່ໃຊ້ເສັ້ນສະແດງ), https://cutt.ly/cZDi7WL (ແຜນທີ່ໂລກແບບໃຊ້ເສັ້ນສະແດງໃນປຶ້ມ) ເຊິ່ງຈຸດປະສົງທີ່ສ້າງສັນບັນດາຜົນງານດັ່ງກ່າວອອກມາກໍເພື່ອຢາກແນະນໍາແລະ ສອນວິທີແຕ້ມແບບເຂົ້າໃຈງ່າຍໃຫ້ກັບຄົນທີ່ສົນໃຈໃນການແຕ້ມແຜນທີ່ຕ່າງໆ.
Lao X: ມຸມມອງຂອງ ມິດ ຕໍ່ຜົນງານຮູບແຕ້ມແມ່ນຫຍັງ? ແລະຢາກຝາກຫຍັງແດ່ເຖິງຄົນທີ່ຕິດຕາມ?
ສໍາລັບ ມິດ ແລ້ວຄິດວ່າຜົນງານຮູບແຕ້ມຕ່າງໆ ບໍ່ວ່າຈະເປັນຮູບແຕ້ມໃດກໍຕາມມັນລ້ວນແລ້ວແຕ່ມີຄຸນຄ່າ ແລະ ຄວາມໝາຍໃນຕົວຂອງມັນ ພ້ອມກັບຢາກໃຫ້ທຸກຄົນທີ່ຢູ່ໃນແວດວົງດຽວກັນ ຫຼືຄົນທົ່ວໄປເມື່ອເຫັນຜົນງານເຮົາໄດ້ຮັບຮູ້ວ່າຄົນທີ່ຢູ່ຕ່າງແຂວງກໍມີສືມື ແລະ ຄວາມສາມາດທີ່ໂດດເດັ່ນບໍ່ນ້ອຍໜ້າໃຜ ແລະຢາກໃຫ້ຜູ້ໃຫຍ່ສະໜັບສະໜູນຜົນງານຂອງ ມິດ ພ້ອມກັບໃຫ້ໂອກາດໄດ້ເຂົ້າໄປສະແດງຄວາມສາມາດໃນພື້ນທີ່ທີ່ກວ້າງກວ່ານີ້.
ສຸດທ້າຍແລ້ວ ມິດ ຂໍຂອບໃຈສໍາລັບທຸກໆຄົນທີ່ໃຫ້ຄວາມສົນໃຈ ແລະ ຕິດຕາມຜົນງານຕ່າງໆຂອງມິດຕະຫຼອດມາ ແລະ ຢາກໃຫ້ຝາກຕິດຕາມຜົນງານຄັ້ງຕໍ່ໄປຂອງ ມິດ ໄດ້ທີ່:
Facebook: Phoryai Mith (https://cutt.ly/rZDdNIC)
TikTok: @phoryai_mith (https://cutt.ly/SZDd06K)
ຂອບໃຈບົດສຳພາດຈາກ: ມິດ ສະຫວັນນິມິດ (ພໍ່ໃຫຍ່ ມິດ)
ສໍາພາດໂດຍທີມຂ່າວ Lao X: (Tern Saiyasack).
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment