ເອີ້ນໄດ້ວ່າກາຍເປັນທີ່ຮືຮາໃນກຸ່ມນັກພັດທະນາຜູ້ທີ່ໄດ້ທົດລອງໃຊ້ iOS 16 Developer Beta 5 ທັນທີ ເມື່ອເຫັນວ່າ ເວີຊັ່ນນີ້ ສາມາດເປີດສະແດງເປີເຊັນຂອງແບັດເຕີຣີ່ ໄດ້ໃນ ແຖບໄອຄອນແບັດເຕີຣີ່ໄດ້ເລີຍ ສຳລັບອຸປະກອນທີ່ມີຮອຍແວ່ງ ທີ່ກ່ອນໜ້ານີ້ຖືກຕັດອອກໄປເພາະບໍ່ມີພື້ນທີ່ໃນການສະແດງຕົວເລກ ເປີເຊັນ.
ການເປີດສະແດງເປີເຊັນແບັດຕີຣີ່ເທິງອຸປະກອນທີ່ມີຮອຍແວ່ງ ຖືເປັນໜຶ່ງໃນສິ່ງທີ່ຜູ້ໃຊ້ງານຮຽກຮ້ອງກັນເປັນຈຳນວນຫຼາຍ ເພື່ອໃຫ້ສາມາດເຫັນເປີເຊັນຂອງແບັດເຕີຣີ່ໄດ້ງ່າຍໆ ຈາກທີ່ຜູ້ໃຊ້ງານຈະຕ້ອງເລື່ອນສູນຄວບຄຸມລົງມາຈາກດ້ານຂວາເທິງຂອງຈໍເພື່ອເບິ່ງເປີເຊັນຂອງແບັດເຕີຣີ່.

ໂດຍໃນ iOS 16 Developer Beta 5 ນີ້ ຜູ້ໃຊ້ງານສາມາດເປີດໃຊ້ງານການສະແດງເປີເຊັນຂອງແບັດເຕີຣີ່ໄດ້ງ່າຍໆ ພຽງເຂົ້າໄປທີ່ແອັບການຕັ້ງຄ່າ ແລ້ວເລືອກ “Battery” ຈາກນັ້ນເປີດໃຊ້ງານ “Battery Percentage” ເທົ່ານີ້ອຸປະກອນສື່ສານທີ່ມີຮອຍແວ່ງຂອງທ່ານກໍຈະສາມາດສະແດງເປີເຊັນຂອງແບັດເຕີຣີ່ ແບບບໍ່ຕ້ອງເລື່ອນລົງມາໄດ້ແລ້ວ.

ໂດຍຄວາມສາມາດໃໝ່ນີ້ເປີດຕົວມາໃນ iOS 16 Developer Beta 5 ເຊິ່ງເປັນເວີຊັ່ນ ສຳລັບນັກພັດທະນາເທົ່ານັ້ນ ຍັງບໍ່ໄດ້ເປີດໃຫ້ຄົນທົ່ວໄປໄດ້ເຂົ້າໃຊ້ງານ ແຕ່ຫຼາຍຝ່າຍກໍຄາດການວ່າ ຄວາມສາມາດນີ້ກໍຈະຕິດມາໃນ iOS 16 Public Beta ເຊັ່ນດຽວກັນ ແລະ ສຳລັບໃຜທີ່ສົນໃຈຢາກລອງໃຊ້ ສາມາດລົງທະບຽນໄດ້ຜ່ານທາງ https://cutt.ly/ZZ1is3h

ແຕ່ຢ່າງໃດກໍຕາມ ຄວາມສາມາດນີ້ຍັງຖືວ່າຢູ່ໃນຂັ້ນຕອນການທົດສອບເທົ່ານັ້ນ ຍັງບໍ່ມີການຢືນຍັນວ່າ ໃນ iOS 16 ເວີຊັ່ນທີ່ເປີດໃຫ້ຄົນທົ່ວໄປສາມາດອັບເດດໄດ້ນັ້ນ ຈະຍັງມີຄວາມສາມາດນີ້ຢູ່ຫຼືບໍ່.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment