ລະດູການ 2021-2022 ທີ່ຜ່ານມາ ເປັນອີກໜຶ່ງລະດູການທີ່ບໍ່ຄ່ອຍຈະດີປານໃດ ສຳລັບ ແມນເຊັສເຕີ້ຢູໄນເຕັດ. ເອີ້ນໄດ້ວ່ານັກເຕະຫຼາຍຄົນໃນທີມ ເຮັດຜົນງານບໍ່ໄດ້ດີເທົ່າທີ່ຄວນ ໂດຍສະເພາະແມ່ນ ແຮຣີ່ ແມັກໄກວ (Harry Maguire) ກອງຫຼັງ ກັບຕັນທີມຊາວອັງກິດ ທີ່ເຮັດຜົນງານໄດ້ບໍ່ດີປານໃດ ແລະ ມັກຕົກເປັນປະເດັນໃຫ້ເວົ້າເຖິງ ເມື່ອທີມເຮັດຜົນງານບໍ່ດີ. ແຕ່ຫຼ້າສຸດໄດ້ອອກມາສະແດງຄວາມໝັ້ນໃຈກັບລະດູການທີ່ຈະມາຮອດນີ້ວ່າ ຈະເຮັດຜົນງານໃຫ້ດີ ແລ້ວກັບມາຄວ້າແຊ້ມໃຫ້ໄດ້.
ໃນລະດູການທີ່ຜ່ານມາ ແຮຣີ່ ແມັກໄກວ ຜົນງານບໍ່ດີເຖິງຂັ້ນວ່າ ແຟນໆແມນຢູຫຼາຍຄົນ ຮຽກຮ້ອງໃຫ້ປົດລາວອອກຈາກຕຳແໜ່ງກັບຕັນທີມ ເພາະບາງເທື່ອຄວາມກົດດັນທີ່ລາວມີອາດຈະຜ່ອນຄາຍລົງ ແລ້ວຊ່ວຍໃຫ້ລາວກັບມາມີຜົນງານທີ່ດີອີກເທື່ອໜຶ່ງ. ແຕ່ເມື່ອຄູຝຶກຄົນໃໝ່ຢ່າງ ເອຣິກ ເທັນຮາດ ເຂົ້າມາ ກໍເບິ່ງຄືວ່າຈະຄຶກຄື້ນຫຼາຍຂຶ້ນ ແລະ ມີຄວາມກະຫາຍໃນໄຊຊະນະຫຼາຍຂຶ້ນ. ໂດຍສະເພາະກັບຕັນທີມຄົນນີ້ ທີ່ຄູຝຶກຄົນໃໝ່ຍັງເຊື່ອໝັ້ນໃນຕົວລາວ ແລະ ປະກາດຢ່າງຊັດເຈນວ່າ ແຮຣີ່ ແມັກໄກວ ຈະຍັງເປັນກັບຕັນເບີ 1 ຂອງ ແມນເຊັສເຕີ້ ຢູໄນເຕັດຕໍ່ໄປ.

ເມື່ອບໍ່ດົນມານີ້ ແຮຣີ່ ແມັກໄກວ ກໍໄດ້ຕອບຮັບຄວາມໄວ໊ວາງໃຈຈາກຕົວຄູຝຶກ ໂດຍອອກມາສະແດງຄວາມໝັ້ນໃຈຕໍ່ລະດູການທີ່ຈະມາຮອດນີ້ວ່າ ຈະພະຍາຍາມຍົກລະດັບ ຜົນງານຂອງຕົນເອງ ແລະ ທີມ ໃຫ້ກັບມາຄວ້າແຊ້ມໃຫ້ໄດ້.
ໂດຍແມັກໄກວກ່າວວ່າ: “ຂ້ອຍກໍຍອມຮັບກົງໆວ່າ ລະດູການທີ່ຜ່ານມາ ເປັນລະດູການທີ່ໜ້າຜິດຫວັງຫຼາຍ ບໍ່ແມ່ນແຕ່ຕົວຂ້ອຍ ແຕ່ລວມເຖິງສະໂມສອນນຳ ເພາະຜົນງານສ່ວນຕົວຂອງຂ້ອຍເອງກໍບໍ່ດີ ແລະ ຜົນງານຂອງທີມກໍດີເທົ່າທີ່ຄວນ ມັນກໍເລີຍອອກມາແບບທີ່ເຫັນ”.

“ແຕ່ຊີວິດນັກເຕະ ອາຊີບມັນກໍເປັນແບບນີ້, ບໍ່ມີທາງທີ່ທຸກໆລະດູການຈະເປັນລະດູການທີ່ດີ ເຮົາຕ້ອງພະຍາຍາມແກ້ໄຂມັນໄປເທື່ອລະໜ້ອຍ ເຊິ່ງລະດູການທີ່ຜ່ານມາເຖິງມັນຈະໜ້າຜິດຫວັງ ແຕ່ມັນກໍກາຍເປັນອະດີດໄປແລ້ວ ແລະ ເຮົາຈະຕ້ອງກ້າວຜ່ານມັນໄປໃຫ້ໄດ້ ແລ້ວເບິ່ງໄປທາງໜ້າ ເພື່ອຈະເຮັດຜົນງານສ່ວນຕົວໃຫ້ດີທີ່ສຸດ ພ້ອມກັບພາສະໂມສອນແຫ່ງນີ້ກັບມາຄວ້າແຊ້ມອີກເທື່ອໜຶ່ງ ເຊິ່ງນັ້ນເປັນສິ່ງສຳຄັນທີ່ສຸດ ເພາະເມື່ອໃດທີ່ເຮົາເຮັດຜົນງານໄດ້ດີ ທີມເຮົາກໍຈະມີຜົນງານທີ່ດີໄປຕາມໆກັນ”.
ແມນເຊັສເຕີ້ ຢູໄນເຕັດ ແມ່ນຖືໄດ້ວ່າຫ່າງຫາຍຄວາມສຳເລັດ ຫຼື ບໍ່ໄດ້ຍົກຊູຂັນແຊ້ມມາແລ້ວ ເປັນເວລາ 5 ປີ. ໂດຍຄັ້ງຫຼ້າສຸດທີ່ ແມນຢູໄດ້ແຊ້ມ ແມ່ນຕ້ອງຢ້ອນກັບໄປເມື່ອເດືອນພຶດສະພາ ປີ 2017 ທີ່ໃນຕອນນັ້ນ ສາມາດເອົາຊະນະ ສະໂມສອນ ອາແຈັກ ຈາກເນເທີແລນ ໄປໄດ້ ໃນນັດຊິງຊະນະເລີດ ລາຍການ UEFA Europa League ເຊິ່ງຕອນນັ້ນ ເປັນທາງຂອງ ໂຈເຊ ມູຣິນໂຢ ທີ່ຮັບໜ້າທີ່ເປັນຄູຝຶກ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment