ຟາບິສິໂອ ໂຣມາໂນ້ (Fabrizio Romano) ນັກຂ່າວສາຍຕະຫຼາດນັກເຕະຊື່ດັງຊາວອິຕາລີ ທີ່ມີວະລີອັນໂດດເດັ່ນວ່າ “here we go” ທີ່ແປວ່າ ຖ້າມີຄຳນີ້ໃນຂ່າວຂອງລາວ ສະແດງວ່າຂ່າວນັ້ນແມ່ນຄວາມຈິງເກືອບ 100%. ຫຼ້າສຸດໄດ້ມີການລາຍງານການເຄື່ອນໄຫວຂອງນັກເຕະສາຍເລືອດຊາມູໄຣຄົນໜຶ່ງ ຈົນນັກເຕະຄົນນັ້ນອອກມາຍອມຮັບໃນການເຮັດຂ່າວຂອງລາວ.

ບໍ່ດົນມານີ້, ຊື່ສຽງຂອງໂຣມາໂນ້ ບໍ່ພຽງແຕ່ຮູ້ກັນໃນບັນດາແຟນບານເຕະເທົ່ານັ້ນ. ເນື່ອງຈາກວ່າຂະໜາດນັກເຕະທີ່ຢູ່ໃນຂ່າວ ຍັງປະຫຼາດໃຈກັບຂໍ້ມູນທີ່ລາວມີ ວ່າ ໂຣມາໂນ້ ຮູ້ເລື່ອງນີ້ໄດ້ແນວໃດ ເຊິ່ງນັກເຕະຄົນນັ້ນແມ່ນ ມາຍະ ໂຍຊິດະ (Maya Yoshida) ກອງຫຼັງທີມຊາດຍີ່ປຸ່ນ ທີ່ອອກມາຊົມເຊີຍນັກຂ່າວຄົນນີ້ ຫຼັງຈາກຮູ້ຂໍ້ມູນທີ່ວ່າລາວໄດ້ປະຕິເສດຂໍ້ສະເໜີຈາກ Trabzonspor ທີມແຊ້ມຈາກຕຸຣກີ ເພາະຂະໜາດເມຍທີ່ຢູ່ກັບລາວທຸກໆມື້ ຍັງບໍ່ຮູ້ເລື່ອງນີ້ເລີຍ.

ໂຣມາໂນ້ ໄດ້ໂພສຂ່າວດັ່ງກ່າວລົງໃນວັນທີ 4 ມິຖຸນາ, ໂດຍກ່າວວ່າ: Schalke 04 ທີມດັງຈາກ ເຢຍລະມັນ ກຽມຈະເຊັນສັນຍາ Maya Yoshida ເຂົ້າຮ່ວມທີມແບບບໍ່ມີຄ່າຕົວ. ພ້ອມກັບບອກວ່າ ໂຍຊິດະ ໄດ້ປະຕິເສດຂໍ້ສະເໜີຕ່າງໆ ຈາກ Trabzonspor.

ໃນຂະນະທີ່ກອງຫຼັງຍີ່ປຸ່ນ ຄົນທີ່ຖືກກ່າວເຖິງໃນຂ່າວ ກໍໄດ້ໂພສຂໍ້ຄວາມຕອບກັບໃນທາງຊົມເຊີຍວ່າ: “ຊາຍຄົນນີ້ໜ້າເຫຼືອເຊື່ອຫຼາຍ. ເພາະຂະໜາດເມຍຂອງຂ້ອຍຍັງບໍ່ຮູ້ຫຍັງກ່ຽວກັບຂໍ້ສະເໜີຂອງ Trabzonspor ເລີຍ.”
ສຳລັບສັນຍາສະບັບໃໝ່ຂອງກອງຫຼັງ ທີມຊາດ ຍີ່ປຸ່ນ ອາຍຸ 33 ປີ ຄົນນີ້ ແມ່ນຈະເຊັນກັບ Schalke 04 ເປັນເວລາ 1 ປີ ພ້ອມກັບເງື່ອນໄຂພິເສດສາມາດຂະຫຍາຍໄດ້ເພີ່ມອີກ 1 ປີ. ໂດຍກ່ອນໜ້ານີ້ ໂຍຊິດະ ເຄີຍຫຼິ້ນໃຫ້ກັບຫຼາຍສະໂມສອນໃນຢູໂຣບມາແລ້ວ ບໍ່ວ່າຈະເປັນ ເຊົາແຮັມຕັ້ນ ໃນອັງກິດ ຫຼືວ່າ ແຊນໂດເຣຍ ໃນ ອິຕາລີ ເປັນຕົ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/