ມື້ນີ້ ວັນທີ 22 ມີນາ 2022 ສໍານັກຂ່າວ Channel New Asia ໄດ້ລາຍງານວ່າ ສາຍການບິນ China Eastern Airlines ຢືນຢັນແລ້ວວ່າ ຜູ້ໂດຍສານພ້ອມດ້ວຍລູກເຮືອ 132 ຄົນ ແມ່ນໄດ້ເສຍຊີວິດທັງໝົດ ຫຼັງຈາກເກີດອຸບັດຕິເຫດເຮືອບິນຕົກລົງໃນເຂດພູທາງຕອນໃຕ້ຂອງຈີນ ເມື່ອວັນຈັນທີ 21 ມີນາທີ່ຜ່ານມາ.
ໂດຍເຮືອບິນລຳດັ່ງກ່າວແມ່ນ ເຮືອບິນຮຸ່ນ Boeing 737-800 ຖ້ຽວບິນ MU5735 ທີ່ກໍາລັງເດີນທາງຈາກເມືອງຄຸນໝິງໄປທີ່ເມືອງກວາງໂຈ່ ແລະ ໄດ້ເກີດສູນເສຍການຕິດຕໍ່ທາງອາກາດລະຫວ່າງນ່ານຟ້າຂອງເມືອງວູຊູໃນເຂດກວ່າງຊີເມື່ອຕອນບ່າຍຂອງວັນຈັນ ຕາມລາຍງານຂອງສໍານັກງານການບິນພົນລະເຮືອນແຫ່ງຊາດຈີນ (CAAC).
ຫຼັງຈາກທີ່ເຮືອບິນໄດ້ດິ່ງຕົວລົງຈາກຄວາມສູງ 7,925 ແມັດ ໃນເວລາພຽງ 3 ນາທີ ຜູ້ໂດຍສານ 123 ຄົນ ແລະເຮືອ ລູກເຮືອ 9 ຄົນ ເທິງເຮືອບິນກໍໄດ້ຢຸດການສົ່ງຂໍ້ມູນຕ່າງໆ ໃຫ້ກັບສູນຄວບຄຸມ ແລະ ທາງດ້ານເຈົ້າໜ້າທີ່ໃນເມືອງກວາງໂຈກໍພະຍາມໃຫ້ຄວາມຊ່ວຍເຫຼືອຢ່າງເຕັມທີ່.

ຕໍ່ມາກໍໄດ້ມີການເຜີຍແຜ່ວິດີໂອໂດຍສື່ຂອງທາງການຈີນ ເຊິ່ງສະແດງໃຫ້ວ່າເຮືອບິນລຳດັ່ງກ່າວກຳລັງຖິ້ມຕົວລົງໃນແນວດິ່ງ ເຮັດໃຫ້ຜູ້ໂດຍສານພ້ອມດ້ວຍລູກເຮືອຈຳນວນ 132 ຄົນໄດ້ເສຍຊີວິດທັງໝົດ.
ຕໍ່ມາ ທາງ China Eastern ກໍລະບຸໃນຖະແຫຼງການກ່ຽວກັບອຸບັດຕິເຫດຄັ້ງນີ້ວ່າ “ບໍລິສັດຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຜູ້ໂດຍສານແລະລູກເຮືອທີ່ເສຍຊີວິດຈາກອຸບັດຕິເຫດເຮືອບິນຕົກ” ໂດຍບໍ່ໄດ້ໃຫ້ຂໍ້ມູນເພີ່ມຕື່ມ.
ທາງດ້ານສະຖານີໂທລະພາບແຫ່ງຊາດຂອງຈີນ ຫຼື CCTV ໄດ້ລາຍງານວ່າ ປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຂອງຈີນ ໄດ້ສະແດງຄວາມຮູ້ສຶກເສຍໃຈຕໍ່ເຫດການໃນຄັ້ງນີ້ໂດຍກ່າວວ່າ ຮູ້ສຶກຕົກໃຈ ແລະ ສັ່ງໃຫ້ມີການສຶບສວນເຫດການທີ່ເກີດຂຶ້ນທັນທີ ພ້ອມຮຽກຮ້ອງໃຫ້ມີການຮັກສາຄວາມປອດໄພໃນການເດີນທາງທາງອາກາດ.

ຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດຂອງສະຫະລັດອາເມຣິກາ ກໍໄດ້ແຕ່ງຕັ້ງຜູ້ກວດສອບອາວຸໂສເພື່ອເປັນຕົວແທນໃນການສອບສວນອຸບັດຕິເຫດໃນຄັ້ງນີ້ຮ່ວມກັບເຈົ້າໜ້າທີ່ຈາກ Boeing (ບໍລິສັດຜະລິດເຮືອບິນ), General Electric ແລະ ສຳນັກງານບໍລິຫານການບິນແຫ່ງຊາດ ເພື່ອໃຫ້ຄຳປຶກສາດ້ານເທັກນິກ.
ໂຄສົກຂອງ Boeing ໄດ້ໃຫ້ສຳພາດກັບສຳນັກຂ່າວ Business Insider ເຖິງເຫດການດັ່ງກ່າວວ່າ ກໍາລັງເຮັດວຽກກັບສາຍການບິນ China Eastern Airlines ແລະ ພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອ ໂດຍ Boeing ກຳລັງຕິດຕໍ່ກັບສຳນັກງານຄວາມປອດໄພແຫ່ງຊາດຂອງສະຫະລັດອາເມຣິກາ ເພື່ອຊ່ວຍເຫຼືອໃນການສອບສວນທີ່ນຳໂດຍສຳນັກງານການບິນພົນລະເຮືອນແຫ່ງຊາດຈີນ.
ທັງນີ້ສາຍການບິນ China Eastern Airline ໄດ້ສັ່ງການໃຫ້ງົດບິນເຮືອບິນຮຸ່ນ 737-800 ທັງໝົດທີ່ມີຢູ່ຈຳນວນ 108 ລໍາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/