ວັນອັງຄານທີ່ຜ່ານມາ, ກະຊວງສາທາລະນະສຸກ ແລະ ອົງການປ້ອງກັນແລະຄວບຄຸມໂຣກຂອງສ.ເກົາຫຼີ ໄດ້ລາຍງານວ່າ ມີຜູ້ຕິດເຊື້ອ Covid-19 ພາຍໃນສູງເຖິງ 5,123 ຄົນໃນມື້ດຽວ ນັບວ່າເປັນຈຳນວນຜູ້ຕິດເຊື້ອພາຍໃນໜຶ່ງມື້ທີ່ສູງທີ່ສຸດເທົ່າທີ່ເຄີຍບັນທຶກມາໃນປະເທດ.
ສຳລັບລາຍລະອຽດຂອງຜູ້ຕິດເຊື້ອແມ່ນ ພາຍໃນຕົວເມືອງຫຼວງໂຊລມີ 4,110 ຄົນ, ແລະ ກະຈາຍເຊື້ອໄປຕາມພື້ນທີ່ຊານເມືອງແມ່ນ 965 ຄົນ. ຈຳນວນຜູ້ມີອາການສາຫັດມີ 723 ແລະ ຜູ້ເສຍຊີວິດເພີ່ມມີ 34 ກໍລະນີ ສົ່ງຜົນໃຫ້ມີຈຳນວນຜູ້ເສຍຊີວິດຈາກເຊື້ອໂຄວິດລວມມີ 3,658 ຄົນ. ປັດຈຸບັນຈຳນວນຜູ້ຕິດເຊື້ອລວມພາຍໃນປະເທດແມ່ນ 452,350 ຄົນ.
ທາງເຈົ້າໜ້າທີ່ກຳລັງກວດສອງຄົນໃນບັນດາຜູ້ຕິດເຊື້ອ ທີ່ສົງໄສວ່າຈະແມ່ນສາຍພັນໃໝ່ຢ່າງ Omicron ເຊິ່ງຜົນກວດຈະອອກມາພາຍໃນມື້ນີ້. ໃນຂະນະດຽວກັນນັ້ນ, ທາງລັດຖະມົນຕີກະຊວງສາທາລະນະສຸກໄດ້ຈັດກຽມກອງກຳລັງກັບບັນດາກະຊວງຕ່າງໆ ເພື່ອຕອບໂຕ້ສາຍພັນດັ່ງກ່າວ.
ປັດຈຸບັນ, ຈຳນວນຜູ້ໄດ້ຮັບວັກຊີນໂຄວິດຢ່າງໜ້ອຍ 1 ເຂັມແມ່ນ 82.9% ຂອງປະເທດ, ສ່ວນຈຳນວນຜູ້ທີ່ໄດ້ຮັບວັກຊີນຄົບໂດສແມ່ນ 79.9%.
ອົງການປ້ອງກັນ ແລະ ຄວບຄຸມໂຣກໄພຂອງສ.ເກົາຫຼີໄດ້ກ່າວວ່າ ຈຳນວນຜູ້ຕິດເຊື້ອໄດ້ເພີ່ມສູງຂຶ້ນຕັ້ງແຕ່ລັດຖະບານໄດ້ຫຼຸດຜ່ອນມາດຕະການກັກຕົວເມື່ອເດືອນທີ່ຜ່ານມາ ເນື່ອງຈາກຈຳນວນຜູ້ໄດ້ຮັບວັກຊີນທີ່ສູງຂຶ້ນ. ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 3,032 ຄົນຕໍ່ມື້ ຈົນຂຶ້ນມາສູງສຸດແມ່ນວັນອັງຄານທີ່ຜ່ານມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/