ຫຼັງຈາກການລະບາດຂອງໂຄວິດສາຍພັນ Omicron ຫຼື B.1.1.529 ທີ່ປະເທດອາຟຣິກາໃຕ້, ທາງອົງການອະນາໄມໂລກກໍໄດ້ອອກມາປະກາດວ່າເປັນສາຍພັນທີ່ໜ້າກັງວົນ ເນື່ອງຈາກວ່າມັນໄດ້ມີການກາຍພັນມາກວ່າ 50 ຮູບແບບ, ເຊິ່ງມີຄວາມສາມາດຫຼົບຫຼີກພູມຕ້ານທານຈາກວັກຊີນ, ຂະຫຍາຍ ແລະ ກະຈາຍເຊື້ອໄດ້ໄວກວ່າເກົ່າ ພ້ອມທັງໂປຣຕີນໜາມທີ່ເພີ່ມຂຶ້ນ. ແຕ່ເຖິງຢ່າງນັ້ນ, ທາງນັກວິທະຍາສາດກໍຍັງບໍ່ສາມາດລະບຸໄດ້ທັນທີວ່າມັນຈະມີຜົນແບບນັ້ນແທ້ຫຼືບໍ່ ຈົນກວ່າພວກເຂົາຈະສຳເລັດການສັງເກດການ ແລະ ສຶກສາວິໄຈມັນເພື່ອເກັບກຳຂໍ້ມູນເພີ່ມຕື່ມ.

ນອກຈາກປະເທດອາຟຣິກາໃຕ້ແລ້ວ, ສາຍພັນດັ່ງກ່າວຍັງຖືກພົບເພີ່ມຫຼາຍ ແລະ ກະຈາຍຂຶ້ນຕັ້ງແຕ່ ປະເທດບັອດສວານາ, ເບລຢຽມ, ແຄນນາດາ, ອອສເຕຣເລຍ, ນິວຊີແລນ, ເດນມາກ, ສະຫະລາຊະອານາຈັກ, ເຢຍລະມັນ, ອິດສະຣາເອລ, ອິຕາລີ, ສາທາລະນະລັດເຊັກ ແລະ ຮົງກົງ. ວັນອາທິດທີ່ຜ່ານມາ, ທາງປະເທດເນເທີແລນໄດ້ປະກາດວ່າມີ 13 ຄົນກວດພົບເຊື້ອເປັນບວກທີ່ສະໜາມບິນ ເຊິ່ງເດີນທາງມາຈາກປະເທດອາຟຣິກາໃຕ້.
ທາງສະຫະລັດອາເມຣິກາ ແລະ ສາຫະລາຊະອານາຈັກ ພ້ອມກັບສະຫະພາບຢູໂຣບໄດ້ມີການວາງມາດຕະການຕອບໂຕ້ຕໍ່ການລະບາດດັ່ງກ່າວທັນທີ ໂດຍການແບນຜູ້ທີ່ເດີນທາງມາຈາກປະເທດອາຟຣິກາໃຕ້ ແລະ 8 ປະເທດຈາກທະວີບອາຟຣິກາ. ຕາມມາພ້ອມກັບປະເທດຍີ່ປຸ່ນ ແລະ ອິດສະຣາເອລ ທີ່ປິດດ່ານແບນບໍ່ໃຫ້ຊາວຕ່າງຊາດເດີນທາງເຂົ້າມາໃນປະເທດ. ປັດຈຸບັນລວມມີກວ່າ 44 ປະເທດທົ່ວໂລກທີ່ໄດ້ອອກມາດຕະການຢ່າງເຄັ່ງຄັດໃນການເດີນທາງ.

ການຄົ້ນພົບເຊື້ອໄວຣັສນີ້ ພ້ອມກັບການຕິດເຊື້ອທີ່ກະຈາຍໄປທົ່ວໂລກຢ່າງວ່ອງໄວ ກໍເປັນສິ່ງຕັກເຕືອນພວກເຮົາວ່າການລະບາດນີ້ຍັງບໍ່ທັນສິ້ນສຸດລົງເທື່ອ. ອົງການອະນາໄມໂລກໄດ້ອອກມາແນະນຳໃຫ້ສືບຕໍ່ມາດຕະການສຸຂະອະນາໄມ ແລະ ການຮັກສາໄລຍະຫ່າງຢ່າງເຄັ່ງຄັດ, ພ້ອມທັງແນະນຳໃຫ້ປະຊາຊົນຮີບຮັບການສັກວັກຊີນ ເພື່ອປ້ອງກັນໂອກາດທີ່ອາການຈະຮຸນແຮງຂຶ້ນ.
ຂອບໃຈຂໍ້ມູນຈາກ:
- https://cutt.ly/zT9J8N3
- https://cutt.ly/fT9J6wQ
- https://cutt.ly/AT9Km1T
- https://cutt.ly/3T9KTbl
- https://cutt.ly/tT9KUKO
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/